ເຊີນທ່ຽວ ເທສະການດອກງິ້ວບານ ຄັ້ງທີ 20

20/12/2022 10:58
Email Print 2963
ຂປລ ຂປລ. ເທສະການດອກງິ້ວບານ ຄັ້ງທີ 20 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 25-29 ມັງກອນ 2023 ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຈະຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ການແຂ່ງຂັນຊ່ວງເຮືອ 4 ປະເທດ,
ຂປລ. ເທສະການດອກງິ້ວບານ ຄັ້ງທີ 20 ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 25-29 ມັງກອນ 2023 ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ຈະຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ການແຂ່ງຂັນຊ່ວງເຮືອ 4 ປະເທດ, ການສະແດງສິລະປະ 4 ປະເທດ, ເທສະການດົນຕີດອກງິ້ວສີຄຳ, ການແຂ່ງຂັນຕີມວຍ, ກິດຈະກຳປ່ອຍໂຄມໄຟ 1.000 ອັນ, ໄຫລເຮືອໄຟ, ສະແດງດອກໄມ້ໄຟ ແລະ ກິດຈະກຳອື່ນໆ.
ການຈັດງານດັ່ງກ່າວ, ເປັນຄັ້ງທຳອິດທີ່ຈັດປະກວດນາງສາວງາມ 2 ປະເພດ ພ້ອມກັນຄື: ການປະກວດນາງສາວດອກງິ້ວບານ ແລະ ນາງສາວທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນຢູ່ເຂດເສດຖະກິດພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ, ປັດຈຸບັນ ຜູ້ຮັບຜິດຊອບ ກຳລັງດຳເນີນການຄັດເລືອກນາງສາວງາມ ແລະ ວັນທີ 25 ທັນວາ 2022 ເປັນມື້ສຸດທ້າຍຂອງການຮັບສະໝັກນາງສາວທ່ອງທ່ຽວລາວ.
ການປະກວດນາງສາວທ່ອງທ່ຽວລາວ ແມ່ນການຄັດເລືອກນາງສາວງາມຈາກທຸກແຂວງທົ່ວໄປເທດ ເພື່ອຊີງເງິນລາງວັນເຖິງ 300 ກີບ (ຕ້ອງການສະໝັກ ຕິດຕໍ່ເບີ 020 95289975) ແລະ ນາງສາວດອກງີ້ວບານ ແມ່ນຄັດເລືອກນາງສາວງາມຈາກແຕ່ລະເມືອງພາຍໃນແຂວງບໍ່ແກ້ວ ເຊິ່ງໝົດກຳນົດຮັບສະໝັກວັນທີ 8 ມັງກອນ 2023 ໂດຍເງິນລາງວັນລວມເຖິງ 150 ກີບ (ຕ້ອງການສະໝັກ ຕິດຕໍ່ເບີ 020 59968887).
ຄຽງຄູ່ກັບຈັດກິດຈະກຳທີ່ເປັນວັດທະນະທຳຂອງທ່ອງຖິ່ນລາວເຮົາແລ່ວ, ຍັງມີກິດຈະກຳແບບສາກົນໄປພ້ອມໆກັນ, ທ່ານໃດທີ່ຈະວາງແຜນໄປທ່ຽວ ກໍສາມາດເອົາງານດັ່ງກ່າວເປັນຈຸດໝາຍປາຍທາງຂອງການເດີນທາງໄດ້.
KPL

ຂ່າວອື່ນໆ

ads
ads

Top