ຫລວງພະບາງ ເມືອງມໍລະດົກໂລກ ຄົບຮອບ 27 ປີຄຸນຄ່າທີ່ບໍ່ບົກແຫ້ງ

19/12/2022 10:44
Email Print 4021
ຂປລ *ເມືອງຫລວງພະບາງ ຄ້າຍຄື ສະຫວັນເທິງດິນມີຄຸນຄ່າ ແລະ ເອກະລັກທີ່ເປັນມໍລະດົກຕົກທອດ ຂອງບັນພະບູລຸດເຮົາ ສອດແຊກກິ່ນ ອາຍຄວາມເປັນອະນານິຄົມເກົ່າ ແກ່ສະໄໝຝຣັ່ງເຂົ້າມາ ມີອິດທິພົນ ໃນລາວໄດ້ເນລະມິດ ໃຫ້ຫລວງພະບາງ ກາຍເປັນຂຸມຊັບ ທີ່ກິນບໍ່ໝົດເປັນ ຈັກເທື່ອ ເຊິ່ງເຮັດໃຫ້ອົງການ ອຸຍແນັສໂກ ຮັບຮອງເອົາເມືອງດັ່ງກ່າວ ເປັນມໍລະດົກແຫ່ງທໍາອິດ ໃນ ສປປ ລາວ ໃນປີ 1995 ເຖິງປັດຈຸບັນພໍດີຄົບຮອບ 27 ປີ.




*ເມືອງຫລວງພະບາງ ຄ້າຍຄື ສະຫວັນເທິງດິນມີຄຸນຄ່າ ແລະ ເອກະລັກທີ່ເປັນມໍລະດົກຕົກທອດ ຂອງບັນພະບູລຸດເຮົາ ສອດແຊກກິ່ນ ອາຍຄວາມເປັນອະນານິຄົມເກົ່າ ແກ່ສະໄໝຝຣັ່ງເຂົ້າມາ ມີອິດທິພົນ ໃນລາວໄດ້ເນລະມິດ ໃຫ້ຫລວງພະບາງ ກາຍເປັນຂຸມຊັບ ທີ່ກິນບໍ່ໝົດເປັນ ຈັກເທື່ອ ເຊິ່ງເຮັດໃຫ້ອົງການ ອຸຍແນັສໂກ ຮັບຮອງເອົາເມືອງດັ່ງກ່າວ ເປັນມໍລະດົກແຫ່ງທໍາອິດ ໃນ ສປປ ລາວ ໃນປີ 1995 ເຖິງປັດຈຸບັນພໍດີຄົບຮອບ 27 ປີ.

ຄວາມເອກອ້າງທະນົງໃຈ, ຄວາມປິຕິຍິນດີ ແລະ ຄວາມພາກພູ ໃຈຂອງປວງຊົນລາວ ທັງຊາດຕໍ່ເມືອງມໍລະດົກ ຫລວງພະບາງນັ້ນ ບໍ່ໄດ້ເປັນພຽງຄຸນຄ່າທາງຈິດໃ ເທົ່ານັ້ນ ຫາກຍັງນໍາຊື່ສຽງ ແລະ ທ່ານະບົດບາດ ຂອງ ສປປ ລາວ ໃຫ້ຊາວໂລກໄດ້ຮັບຮູ້ ແລະ ໄດ້ເຫັນເມືອງນ້ອຍໆ (ເມືອງຫລວງພະບາງ) ຕັ້ງຢູ່ເກາະ ຫລື ເອີ້ນວ່າດອນນ້ອຍກໍວ່າໄດ້ ທ່າມກາງສາຍນໍ້າຄານ ແລະ ແມ່ນໍ້າຂອງ ໂອບອ້ອມຫລໍ່ຫລອມ ໃຫ້ເປັນເອກະລັກແບບໜຶ່ງ ບໍ່ຄືໃຜໃນພາກເໜືອ ຂອງ ສປປ ລາວ. ແຂວງຫລວງພະບາງ ເຕັມໄປດ້ວຍສະຖານທີ່ ທ່ອງທ່ຽວທາງດ້ານ ທໍາມະຊາດ, ປະ ຫວັດສາດ, ວັດທະນະທໍາອັນດີງາມ ແລະ ວິຖີດໍາລົງຊີວິດ ແບບດັ້ງເດີມ ຂອງຊາວເມືອງ ເປັນຕົ້ນ: ວັດຊຽງທອງ, ວັດວິຊຸນ,ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ພະທາດພູສີ, ວັດໃໝ່, ວັດທາດຫລວງວັດແສນ, ວັດຊຽງແມນ, ວັດໂພນເພົາ, ຕະຫລາດກາງຄືນ, ຕະຫລາດ ເຊົ້າ, ຕະຫລາດໂພສີ, ສູນວາງສະແດງຊົນເຜົ່າວິທະຍາ, ສູນຫັດຖະກໍາ(ອອກພົບຕົກ), ສະໜາມກ໊ອບ ຫລວງພະບາງ, ບ້ານຜານົມ, ບ້ານຈ່ານ, ບ້ານຊ່າງໄຫ, ຖໍ້າຕິ່ງ (ປາກ ອູ), ຕາດກວາງຊີ, ແຄ້ມຊ້າງ, ຕາດແສ້, ໜອງຂຽວ-ເມືອງງອຍເກົ່າ ແລະ ອື່ນໆ. ໃນອະອີດ, ແຂວງຫລວງ ພະ ບາງ ເຄີຍເປັນນະຄອນຫລວງຂອງລາວ, ເປັນແຂວງທີ່ມີຈຸດພິເສດ ແຕກຕ່າງຈາກແຂວງອື່ນໆ ເຊິ່ງອຸດົມສົມບູນ ແລະ ຮັ່ງມີ ໄປດ້ວຍວັດວາອາຮາມ ປູສະນິຍະສະຖານ, ວັດຖຸບູຮານ ແລະ ສະຖາປັດຕະຍະກໍາ ອັນເກົ່າແກ່ຈົນກາຍ ເປັນຄັງສາງທີ່ມີຄວາມສໍາຄັນ ໃນການເກັບມ້ຽນ ແລະ ປົກປັກຮັກສາ ວັດຖຸສິ່ງຂອງເຫລົ່ານັ້ນໄວ້ ເຊິ່ງລວມທັງວັດທະນະທໍາ, ຮີດຄອງປະເພນີ ແລະ ແບບແຜນດໍາລົງຊີວິດ ກໍຍັງຄົງຮັກສາໄວ້ເປັນຢ່າງດີ.'





ປັດຈຸບັນພາຍຫລັງລັດຖະບານ ປະກາດເປີດປະເທດຢ່າງເປັນທາງ ນັບແຕ່ຕົ້ນປີ 2022 ເຫັນວ່າຈໍານວນ ແຂກເຂົ້າມາທ່ອງທ່ຽວເມືອງ ມໍລະດົກໂລກ ຢ່າງໜາແໜ້ນຜ່ານເສັ້ນທາງລົດໄຟ ລາວ-ຈີນ, ທາງເຮືອບິນ ແລະ ທາງລົດໂດຍສານ ແຕ່ເກືອບ 90% ຂອງນັກທ່ອງທ່ຽວ ແມ່ນ ຂີ່ລົດໄຟ ລາວ-ຈີນ ມາທ່ອງທ່ຽວຫລວງພະບາງ ເພາະປະຢັດເວລາ, ປະຢັດເງິນ, ມີຄວາມປອດໄພກວ່າ, ສະດວກສະບາຍກວ່າ. ຕາມຂໍ້ມູນຂອງພະແນກຖະແຫລງ ຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫລວງພະບາງ ໄດ້ລາຍງານວ່າ: ຮອດປັດຈຸບັນ ມີຈໍານວນນັກທ່ອງທ່ຽວ ສະສົມ ທັງໝົດເຂົ້າ ມາແຂວງຫລວງພະບາງ ໂດຍສະເພາະເມືອງມໍລະດົກ ໂລກບໍ່ຕໍ່າກວ່າ 4-5 ແສນກວ່າຄົນແລ້ວ ໃນນັ້ນອັນດັບທີ 1 ແມ່ນນັກທ່ອງທ່ຽວໄທ ສ່ວນທີ່ເຫລືອ ແມ່ນເອີຣົບ, ອາຊຽນ,  ຈີນ, ຍີ່ປຸ່ນ, ເກົາຫລີ  ແລະ ຄາດວ່າໝົດປີ 2022 ຈໍານວນນັກທ່ອງທ່ຽວ ອາດເພີ່ມຂຶ້ນ ເຖິງ ຫລັກລ້ານກໍເປັນໄດ້.  ໃນໂອກາດປີໃໝ່ສາກົນ ຈະມາເຖິງ ຫລື ວັນທໍາມະດາທົ່ວໄປ, ບັນດາທ່ານຄວນວາງແຜນໄວ້ ເພື່ອຈະໄດ້ພາຄອບຄົວ ແລະ ໝູ່ເພື່ອນໄປທ່ຽວຊົມ ດິນແດນເມືອງ ມໍລະດົກໂລກແຫ່ງນີ້ ເພື່ອໄປເປີດ ຫູເປີດຕາໃຫ້ຫາຍ ຈາກຄວາມເຄັ່ງຕຶງ, ຄວາມອິດເມື່ອຍນໍາວຽກ ນໍາງານ ພ້ອມທັງໄດ້ຊີມລົດຊາດ ອາຫານພື້ນເມືອງແຊບໆ ອັນເປັນເອກະລັກສະເພາະ ຂອງແຂວງຫລວງພະບາງ ທີ່ມີຊື່ສຽງດົ່ງດັງ ເຊັ່ນ: ເອາະຫລາມ, ແຈ່ວບອງ, ໄຄແຜ່ນ ແລະ ໄສ້ອົ່ວແຊບໆນໍາອີກ ເຊິ່ງທັງໝົດເຫລົ່ານີ້ ໄດ້ກາຍເປັນມົນສະເໜ່ ອັນໜຶ່ງທີ່ດຶງດູດຈິດໃຈ ບັນດານັກທ່ອງ ທ່ຽວອີກດ້ວຍ.

ດັ່ງມີຄໍາຂວັນປະຈໍາຂອງແຂວງ ເວົ້າວ່າ:  ຫລວງພະບາງເມືອງງາມອາຮາມຮຸ່ງ ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເມືອງກ້ຽວຄໍາຫວານ ຕໍານານເມືອງຂັບທຸ້ມ ງາມພູຕັ້ງກາງເມືອງ ເລືອງລືວັດທະນະທໍາ ເອາະຫລາມໃສ່ສະຄານ ງາມຊ່ວງເຮືອເດືອນເກົ້າ ວັດເກົ່າແກ່ມາກມີ ຕາດກວາງຊີ, ຖໍ້າຕິ່ງເປັນ ມິ່ງເມືອງມໍລະດົກໂລກ”.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top