ກິລາບານເຕະຍິງ ຊຽງຂວາງເກມ ນວ ແລະ ຊຽງຂວາງ ເກັບໄດ້ 3 ຄະແນນ

15/12/2022 11:04
Email Print 2356
ຂປລ ຂປລ. ການແຂ່ງຂັນກິລາບານເຕະຍິງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ໄດ້ເລີ່ມການແຂ່ງຂັນແລ້ວ ໃນວັນທີ 14 ທັນວາ 2022 ໂດຍມີທີມເຂົ້າຮ່ວມ ແຂ່ງຂັນ ທັງໝົດ 4 ທີມ

ຂປລ. ການແຂ່ງຂັນກິລາບານເຕະຍິງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ໄດ້ເລີ່ມການແຂ່ງຂັນແລ້ວ ໃນວັນທີ 14 ທັນວາ 2022 ໂດຍມີທີມເຂົ້າຮ່ວມ ແຂ່ງຂັນ ທັງໝົດ 4 ທີມ, ໃນນັ້ນມາຈາກ ແຂວງຊຽງຂວາງ ເຈົ້າພາບ, ນະຄອນຫລວງວຽງຈັນ (ນວ), ຫລວງພະບາງ ແລະ ແຂວງຈຳປາສັກ ເຊິ່ງຈະແຂ່ງຂັນຢູ່ ເດີ່ນກິລາໄຊຊະນະ ແລະ ເດີ່ນກິລາ ໄຫຫີນ ບ້ານຄັງໜອງຫລວງ ໃນລະຫວ່າງວັນທີ 14, 16, 18 ແລະ ວັນທີ 20 ທັນວາ 2022 ຈະເປັນຮອບຊີງຊະນະເລີດ.

     

ທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ມື້ທຳອິດ ຂອງການແຂ່ງຂັນ ບານເຕະຍິງ (ຮອບແບ່ງກຸ່ມ) ໃນວັນທີ 14 ທັນວາ 2022, ຢູ່ສະໜາມກິລາໄຊຊະນະ, ເປັນການພົບກັນ ຫລະຫວ່າງ ນະຄອນຫລວງວຽງຈັນ (ນວ) ກັບ ແຂວງຫລວງພະບາງ, ແຂວງຊຽງຂວາງ ພົບກັບ ແຂວງຈຳປາສັກ ເຊິ່ງຮູບແບບການແຂ່ງຂັນ ທຸກທີມຕ້ອງໄດ້ແຂ່ງຂັນກັນໝົດ ເພື່ອເກັບຄະແນນທີມທີ່ ມີຄະແນນສູງສຸດອັນດັບທີ 1 ແລະ 2 ຈະໄດ້ເຂົ້າຮອບຊີງ ເອົາຫລຽນຄຳ, ສ່ວນອັນດັບທີ 3 ແມ່ນຈະຕັດສິນ ຕາມຄະແນນທີ່ເກັບໄດ້ ຈາກການແຂ່ງຂັນ ຄົບກັນໝົດທຸກທີມ.

ຜ່ານການແຂ່ງຂັນ ໃນນັດທຳອິດ ທີມຈາກນະຄອນຫລວງວຽງຈັນ ສາມາດເອົາຊະນະ ແຂວງຫລວງພະບາງ 1-0 ຈາກການຍິງປະຕູ ໃນເຄິ່ງເວລາທີ 1 ຂອງນາງ ນັດດາ ສິດທິວົງສາ ເບີ 19, ໃນນາທີ 18, ເກັບໄດ້ 3 ຄະແນນ, ສ່ວນແຂວງຊຽງຂວາງ ສາມາດເອົາະນະ ແຂວງ ຈຳປາສັກ 3-0, ຈາກການຍິງປະຕູ ໃນເຄິ່ງເວລາທີ 1 ຂອງນາງ ໃຈຄຳ ໄຊນະປະເສີດ, ເບີ 11, ໃນນາທີ 32 ນາທີ ແລະ ເຄິ່ງເວລາທີ 2 ຈາກນາງ ຄຳອົ້ນ ວິລິວົງ, ເບີ 16,​ໃນນາທີ 59 ນາທີ ແລະ ນາງ ຈັນສະໜອນ ອິນສີວົງ, ນ້ຳເບີ 13, ນາທີ 62 ນາທີ, ເກັບໄດ້ 3 ຄະແນນ.

ສຳລັບການແຂ່ງຂັນ ໃນວັນທີ 16 ທັນວາ 2022 ແຂວງຈຳປາສັກ ພົບກັບ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ ພົບກັບ ແຂວງ ຊຽງຂວາງ ຢູ່ສະໜາມກິລາໄຊຊະນະ, ສ່ວນວັນທີ 18 ທັນວາ 2022 ແຂວງຊຽງຂວາງ ພົບກັບ ນະຄອນຫລວງ, ສະໜາມໄຊຊະນະ, ແຂວງຫລວງ ພະບາງ ພົບກັບ ແຂວງຈຳປາສັກ ສະໜາມກິລາໄຫຫີນ ບ້ານຄັງໜອງຫລວງ. ສ່ວນຮອບຊີງຊະນະເລີດ ຈະແຂ່ງຂັນຢູ່ ສະໜາກິລາ ໄຊຊະນະ ໃນວັນທີ 20 ທັນວາ 2022.

ຂ່າວ: ທະນູທອງ ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top