ບານເຕະຊາຍ ຮອບແບ່ງກຸ່ມ ຊຽງຂວາງ-ເຊກອງ ຜ່ານເຂົ້າຮອບ 8 ທີມ ຊຽງຂວາງເກມ

15/12/2022 10:55
Email Print 2209
ຂປລ ຂປລ. ການແຂ່ງຂັນກິລາບານເຕະຊາຍ ໃນງານກິລາຊຽງຂວາງເກມ 2022 ພວມດຳເນີນການແຂ່ງຂັນຢ່າງຄຶກຄື້ນ ເຊິ່ງໃນນັດທີ 22 ຮອບແບ່ງກຸ່ມ ໃນວັນທີ 14 ທັນວາ 2022 ນີ້

ຂປລ. ການແຂ່ງຂັນກິລາບານເຕະຊາຍ ໃນງານກິລາຊຽງຂວາງເກມ 2022 ພວມດຳເນີນການແຂ່ງຂັນຢ່າງຄຶກຄື້ນ ເຊິ່ງໃນນັດທີ 22 ຮອບແບ່ງກຸ່ມ ໃນວັນທີ 14 ທັນວາ 2022 ນີ້, ເປັນການພົບກັນລະຫວ່າງ ແຂວງເຊກອງ (ກຸ່ມ ຂ) ພົບກັບ ກະຊວງສາທາລະນະສຸກ ແຂ່ງຂັນທີ່ສະໜາມໄຊຊະນະ ທັບນັກກິລາຈາກແຂວງເຊກອງ ສາມາດເອົາຊະນະ ທັບນັກກິລາ ກະຊວງສາທາລະນະສຸກ 3-1 ຈາກການຍິງປະຕູຂອງ ທ້າວ ແປບຊີ ບຸດດາຜົນ ຜູ້ຫລິ້ນນ້ຳເບີ 7, ໃນນາທີ 44 ແລະ ນາທີ 73 ແລະ ໄດ້ຈາກ ທ້າວ ນັດຕະພອນ ບຸດດາຜົນ ຜູ້ຫລິ້ນນ້ຳເບີ 10 ໃນນາທີ 66 ເຮັດໃຫ້ທີມນັກກິລາ ແຂວງເຊກອງ ຜ່ານເຂົ້າຮອບ 8 ທີມ, ກຽມພົບກັບ ອັນດັບທີ 2 ຂອງກຸ່ມ ງ ໃນວັນທີ 17 ທັນວາ ທີ່ສະໜາມໄຊຊະນະ.


ແຂວງເຊກອງ ສົ່ງນັກກິລາ ແລະ ຄູຝຶກ ບານເຕະຊາຍ ເຂົ້າຮ່ວມ ທັງໝົດ 25 ຄົນ, ລົງແຂ່ງຂັນທັງໝົດ 3 ນັດ ເຊິ່ງນັດທີ 1 ສາມາດເອົາຊະນະ ແຂວງບໍ່ແກ້ວ 3-1, ນັດທີ 2 ສະເໝີ ກັບແຂວງຊຽງຂວາງ 0-0 ແລະ ນັດທີ 3 ເອົາຊະນະ ກະຊວງສາທາລະນະສຸກ 3-1, ລວມການແຂ່ງຂັນ 3 ນັດ ແຂວງເຊກອງ ຊະນະ 2, ສະເໜີ 1 ລວມມີ 7 ຄະແນນ, ຈັດເປັນທີ 1 ຂອງສາຍ ຂ ຜ່ານເຂົ້າຮອບ 8 ທີມ.

      ສ່ວນການພົບກັນ ລະຫວ່າງ ແຂວງຊຽງຂວາງ ເຈົ້າພາບ (ກຸ່ມ ຂ) ພົບກັບ ແຂວງບໍ່ແກ້ວ ໃນຕອນບ່າຍຂອງວັນດຽວກັນ, ຜ່ານການແຂ່ງຂັນ ສະເໜີກັນ 0:0 ເຮັດໃຫ້ແຂວງບໍ່ແກ້ວຕົກຮອບ, ແຂວງຊຽງຂວາງ ແຂ່ງຂັນ 3 ນັດ, ຊະນະ 1 ສະເໜີ 2 ລວມມີ 5 ຄະແນນ ເປັນທີ 2 ຂອງ ກຸ່ມ ຂ, ເຮັດໃຫ້ແຂວງຊຽງຂວາງ ຜ່ານເຂົ້າຮອບ 8 ທີມ, ກຽມພົບກັບ ອັນດັບ 1 ຂອງກຸ່ມ ງ ໃນວັນທີ 17 ທັນວາ ທີ່ສະໜາມກິລາໄຫຫີນ. 

ຂ່າວ: ທະນູທອງ ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top