ຊຽງຂວາງ ຈັດຫລາຍກິດກະກຳ ໃນມື້ເປີດ ມະຫະກຳກິລາແຫ່ງຊາດ ຄັ້ງທີ XI

14/12/2022 10:28
Email Print 2545
ຂປລ ຂປລ. ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງ ການ ໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດ ວັນທີ 22 ທັນວາ 2022, ເຊິ່ງແຂວງຊຽງຂວາງ

ຂປລ. ມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງ ການ ໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດ ວັນທີ 22 ທັນວາ 2022, ເຊິ່ງແຂວງຊຽງຂວາງ ໄດ້ຈັດ ໃຫ້ມີຫລາຍກິດຈະກຳ ຢ່າງຄຶກຄື້ນ ເຊິ່ງເລີ່ມຕົ້ນດ້ວຍ ການສະແດງບິນຂອງເຮືອບິນ LE500​ ແລະ ເຮືອບິນຍັກ 130, ການໂດດຈ້ອງຈາກກອງທັບປະຊາຊົນລາວ (ກອງຮ້ອຍໂດດຈ້ອງ) ແລະ ການສະແດງ ສິລະປະວັນນະຄະດີ ຫລາຍຮູບແບບ ເປັນຕົ້ນ ບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກຳລັງ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ.

ໃນພິທີ, ມີການສະແດງທັງໝົດ 11 ລາຍການ, ໃນນັ້ນມີ 5 ລາຍການສະແດງຫລັກ, ມີຈໍານວນນັກສະແດງ ທັງໝົດ 1 ພັນຄົນ ໃນນັ້ນ, ມີຫລາກຫລາຍລາຍ ການສະແດງ ເປັນຕົ້ນ, ລາຍການສະແດງ ຍິນດີຕ້ອນຮັບ (ນຳໃຊ້ນັກສະແດງທັງໝົດ 1 ພັນຄົນ), ຮ້ອງເພັງລວມໝູ່ຍິງ-ຊາຍ (ເພັງໄຊຊະນະຊຽງຂວາງ, ຫວນຄືນເມືອງຊຽງ ແລະ ຊົມເຊີຍຊຽງຂວາງເກມ), ມີນັກສະແດງ 150 ຄົນ, ສະແດງມວຍລາຍລາວ (ມີນັກສະແດງ 200 ຄົນ), ລາຍການສະແດງ ນົກແອ່ນນ້ອຍລອຍລົມ (ມີນັກສະແດງ 200 ຄົນ) ແລະ ລາຍການສະແດງ ມ່ວນຊື່ນງານມະຫະກໍາກິລາແຫ່ງຊາດ (ມີນັກສະແດງ 1 ພັນຄົນ).

ນອກນັ້ນ, ຍັງມີລາຍການສະແດງ ຮ້ອງເພງລວມໝູ່ຍິງ-ຊາຍ (ບົດເພງ ສະບາຍດີຊຽງຂວາງເກມ, ຊຽງຂວາງເກມ, ຂັບຊຽງຂວາງ (ພາທ່ຽວຊຽງຂວາງ), ຊາວພວນຊຽງຂວາງ, ການສະແດງຮ້ອງດ່ຽວຍິງ (ບົດເພງຈົດຈຳບຸນຄຸນຂອງພັກ, ລາຍການສະແດງ ຮ້ອງຄູ່ ຍິງ-ຊາຍ (ບົດເພງຮັກສາວມົ້ງຊຽງຂວາງ, ອ້າຍນັກຮ້ອງຖາມ ຮັກສາວນັກເຈີມ), ລາຍການສະແດງ ຮ້ອງດ່ຽວ ຍິງ-ຊາຍ (ບົດເພງເຊີນທ່ຽວຊຽງຂວາງ, ຊຽງຂວາງເກມ, ປະເທດລາວສວຍງາມແທ້ໆ, ນ້ຳໃຈນັກກິລາ) ແລະ ລາຍການສະແດງ ນົກແອ່ນນ້ອຍລອຍລົມ ແລະ ໃນຕອນທ້າຍໄດ້ມີການຈຸດບັ້ງໄຟດອກຈຳນວນໜຶ່ງ ເພື່ອເຮັດໃຫ້ງານດັ່ງກ່າວ, ເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນ.

ສ່ວນລາຍການສະແດງ ໃນພິທີປິດ ການແຂ່ງຂັນ ໃນວັນທີ 22 ທັນວາ 2022 ຈະມີທັງໝົດ 3 ລາຍການ, ມີນັກສະແດງທັງໝົດ 1 ພັນຄົນ. ໃນນັ້ນ, ມີລາຍການສະແດງຂອງເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງຕໍ່ໄປ, ລາຍການສະແດງ ບັ້ງໄຟກ່ານເມືອງພວນ (ນຳໃຊ້ນັກສະແດງ 1 ພັນຄົນ), ລາຍການສະແດງ ນັດພົບກັນໃໝ່ (ນຳໃຊ້ນັກສະແດງ 1 ພັນຄົນ). ສຳລັບ ກ້ອນກຳລັງເດີນສວນສະໜາມ ຈໍານວນ 31 ກ້ອນກຳລັງ ໃນນັ້ນ, ມາຈາກບັນດາແຂວງ, ນະຄອນຫລວງວຽງຈັນ ແລະ ຈາກບັນດາຂະແໜງການທີ່ ກ່ຽວຂ້ອງ.

ຂ່າວ: ທະນູທອງ

ພາບ: ຂັນໄຊ-ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top