ແຫລ່ງທ່ອງທ່ຽວຟາມພູຕາເວັນ ບໍລິການຄືນໃໝ່

13/12/2022 10:55
Email Print 3036
ຂປລ * ເກືອບ 3 ປີທີ່ພະຍາດໂຄ ວິດ-19)ລະບາດ ເຊິ່ງມັນບໍ່ໄດ້ພຽງຂັນຂ້າ ແລະ ກະທົບຊີວິດຂອງ ມະນຸດເທົ່ານັ້ນ ຫາກຍັງບັນທອນ ແລະ ທໍາລາຍເສດຖະກິດ ຮອບດ້ານ ຫລ້າສຸດ ນັກທຸລະກິດ, ເຈົ້າຂອງ ແຫລ່ງທ່ອງທ່ຽວຟາມພູຕາເວັນປະ ກາດວ່າແຫລ່ງທ່ອງທ່ຽວແຫ່ງນີ້ ຟື້ນຊີບຄືນໃໝ່ແລ້ວ ພາຍຫລັງລັດ ຖະບານປະກາດເປີດປະເທດ ປົກກະຕິໃນຕົ້ນປີ 2022.







* ເກືອບ 3 ປີທີ່ພະຍາດໂຄ ວິດ-19)ລະບາດ ເຊິ່ງມັນບໍ່ໄດ້ພຽງຂັນຂ້າ ແລະ ກະທົບຊີວິດຂອງ ມະນຸດເທົ່ານັ້ນ ຫາກຍັງບັນທອນ ແລະ ທໍາລາຍເສດຖະກິດຮອບດ້ານ ຫລ້າສຸດນັກທຸລະກິດ, ເຈົ້າຂອງແຫລ່ງທ່ອງທ່ຽວ ຟາມພູຕາເວັນ ປະກາດວ່າແຫລ່ງທ່ອງທ່ຽວແຫ່ງນີ້ ຟື້ນຊີບຄືນໃໝ່ແລ້ວ ພາຍຫລັງລັດຖະບານ ປະກາດເປີດປະເທດ ປົກກະຕິ ໃນຕົ້ນ ປີ 2022. ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍການຟາມພູຕາເວັນ ໄດ້ລາຍງານວ່າ: ເຮັດທຸລະກິດ ແລະ ເປີດແຫລ່ງທ່ອງທ່ຽວ ສວນຟາມຕາເວັນພຽງ 2 ປີ ຊຶ່ງຈາກປີ 2017 ໄດ້ເປີດໃຫ້ບໍລິການ ນັກທ່ອງທ່ຽວ, ຕໍ່ມາປີ 2019 ພະຍາດໂຄວິດ-19 ລະບາດບໍ່ມີແຂກຄົນ ເຂົ້າມາທ່ອງທ່ຽວເລີຍ ຍ້ອນເວລານັ້ນ ແຕ່ລະປະເທດປິດ ການສັນຈອນ ແລະ ເດີນທາງ ໄປມາ ລະຫວ່າງປະເທດນັ້ນ ໝາຍວ່າບໍ່ພຽງ ແຕ່ທຸລະກິດທ່ອງທ່ຽວຢຸດສະງັກ ຫາກທຸກຂະແໜງການ ກໍດໍາເນີນໄປບໍ່ສະດວກ ກະຕຸກກະຕັກເຊັ່ນກັນ ແຕ່ແນວໃດກໍດີ  ຢູ່ທ່າມກາງຄວາມ ໂຊກຮ້າຍພຽງ 2 ປີເທົ່ານັ້ນ ພວກ ເຮົາກໍພົບຄວາມໂຊກດີ ເມື່ອລັດຖະບານປະກາດ ເປີດປະເທດຢ່າງເປັນທາງການ ກໍເຮັດໃຫ້ນັກທ່ອງທ່ຽວ ຫລັ່ງໄຫລເຂົ້າມາທ່ຽວ ສປປ ລາວ ຢ່າງຄັບຄາໜາແໜ້ນ, ໂດຍສະເພາະ ສປປ ລາວ ມີເສັ້ນທາງລົດ ໄຟ ລາວ-ຈີນ, ເປີດບໍລິການທາງດ່ວນ ວຽງຈັນ-ວັງວຽງ ເພື່ອເຊື່ອມຕໍ່ໄປຫາແຂວງອື່ນໆ ໃນທົ່ວປະເທດເຮົາ ກໍຍິ່ງເຮັດໃຫ້ຜູ້ເດີນທາງ ມີຄວາມສະດວກສະບາຍ, ປອດໄພ, ປະຢັດເວລາ, ປະຢັດເງິນ ເຊິ່ງໄດ້ຊ່ວຍຍູ້ແຮງ ເຮັດໃຫ້ນັກທ່ອງທ່ຽວ ເດີນທາງຂຶ້ນເໜືອ, ລົງໃຕ້ ແລະ ໄປຈຸດຕ່າງໆ ໄດ້ງ່າຍໆ.  ລະຫວ່າງວັນທີ 1 ທັນ ວາ 2022 ຜ່ານມາ, ພິທີຖະແຫລງ ຂ່າວເປີດການທ່ອງທ່ຽວ ຟາມພູຕາເວັນຄືນໃໝ່ ໄດ້ຈັດຂຶ້ນທີ່ເມືອງ ປາກງື່ມ ນະຄອນຫລວງວຽງຈັນ ຊຶ່ງຟາມຕາເວັນດັ່ງກ່າວ ຕັ້ງບໍ່ຫ່າງໄກຈາກເສັ້ນທາງ 13 ໃຕ້ ທີ່ມີຊາຍແດນຕິດກັນ ລະຫວ່າງເມືອງປາກງື່ມ ແລະ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ໂດຍເຂົ້າຮ່ວມຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງໆທ່າພະບາດ ແຂວງບໍລິຄຳໄຊ, ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍການ ຟາມພູຕາເວັນ, ທ່ານ ນາງ ລາຕີ ຫລວງຜ່ານ ຮອງຫົວໜ້າຫ້ອງການ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງທ່າພະບາດ ແລະ ພະນັກງານເຂົ້າຮ່ວມ.

ທ່ານ ນາງ ດາລຸນນີ ດວງປະເສີດ ຜູ້ອຳນວຍການແຫລ່ງທ່ອງທ່ຽວພູຕາເວັນ ກ່າວວ່າ: ແຫລ່ງທ່ອງທ່ຽວພູຕາເວັນ ແມ່ນແຫລ່ງທ່ອງທ່ຽວ ກະສິກຳ-ຫັດຖະກຳ ເຊິ່ງມີເນື້ອທີ່ທັງໝົດ 20 ເຮັກຕາ ໃນນັ້ນ 80% ເປັນພື້ນທີ່ກະສິກຳ, ໄດ້ເລີ່ມພັດທະນາມາ ແຕ່ປີ 2015 ແລະ ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນປີ 2017 ພໍມາຮອດທ້າຍປີ 2019 ກໍມີ ການລະບາດ ຂອງເຊື້ອພະຍາດ ໂຄວິດ-19 ຈຶ່ງເຮັດໃຫ້ມີການປິດການບໍລິການ ໄປເປັນເວລາ 3 ປີ (ແຕ່ກໍຮັບນັກທ່ອງທ່ຽວເຂົ້າມາ ແຕ່ຈຳນວນໜ້ອຍ) ດັ່ງທີ່ຮູ້ນໍາກັນ, ເມື່ອລັດຖະບານປະກາດ ເປີດປະເທດມານີ້ພວກເຮົາ ກໍໄດ້ປັບປຸງຟື້ນຟູ ແລະ ກຽມເປີດໃຫ້ບໍລິການອີກຄັ້ງ ໂດຍຈະເປີດທົດລອງໃນວັນທີ 12 ທັນວາ 2022 ນີ້ເປັນຕົ້ນໄປ ແລະ ຈະເປີດເປັນ ທາງການ ໃນວັນທີ22 ທັນວາ 2022. ທ່ານ ນາງ ດາລຸນນີ ດວງປະເສີດ ກ່າວຕື່ມວ່າ: ການເປີດບໍລິການຄັ້ງນີ້ ແມ່ນເຮົາປັບປຸງ ໄດ້ແບ່ງເປັນ 6 ສ່ວນຄື: ປູກຝັ່ງລ້ຽງສັດພື້ນບ້ານ ແລະ ຮ້ານອາຫານ; ບ້ານວັດທະນາທຳ;  ສະໜາມຫລິ້ນກິລາ; ໂຊນສວນດອກໄມ້ປ່າ; ສວນດອກໄມ້ພູຕາເວັນ ແລະ ຊັນໄຣສ ຟາມສະເຕ່ ຊຶ່ງຈາກການບໍລິການ ຜ່ານມາບົດຮຽນ ທີ່ ສາມາດຖອດຖອນໄດ້ ແມ່ນການບໍລິການ ດ້ານອາຫານ, ທີ່ພັກຜ່ອນ, ທີ່ບໍ່ພຽງພໍ, ດອກໄມ້ທີ່ເບັ່ງບານໃນ ໄລຍະສັ້ນ, ສ່ວນຫລາຍຜູ້ທີ່ມາທ່ຽວ ສ່ວນຫລາຍແມ່ນມາຈາກ ບັນດາແຂວງ ຊຶ່ງຫລາຍກວ່າໝູ່ແມ່ນຊຽງຂວາງ, ໄຊສົມບູນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຄຳມ່ວນ, ວຽງຈັນ ແລະ ອື່ນໆ. ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ຍັງໄດ້ຍົກໃຫ້ເຫັນວ່າ: ເມືອງທ່າພະບາດ ເປັນເມືອງທີ່ມີຊາຍແດນ ຕິດກັບເມືອງປາກງື່ມ ນະຄອນຫລວງວຽງຈັນ ເຊິ່ງເປັນເມືອງທີ່ມີການທ່ອງທ່ຽວ ຫລາຍດ້ານເຊັ່ນ: ດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດມີວັດພະບາດ ແລະ ວັດໂພນສັນ, ຕາດເລິກ, ຕາດຊາຍ ແລະ ອື່ນໆ ລວມ ທັງຟາມພູຕາເວັນແຫ່ງນີ້ ກໍຖືວ່າຂຶ້ນກັບເມືອງທ່າ ພະບາດພວກເຮົາ. ໄລຍະຜ່ານມາການເປີດໃຫ້ບໍລິການ ຟາມພູຕາເວັນນີ້ ກໍເຮັດໃຫ້ບັນຍາກາດ ການທ່ອງທ່ອງເມືອງທ່າພະບາດ ມີຄວາມຄຶກຄັກ ເມື່ອພະຍາດໂຄວິດລະບາດ ກໍຢຸດການໃຫ້ບໍລິການ ມາຮອດປັດຈຸບັນນີ້ ພວກເຮົາຈະເປີດໃຫ້ບໍລິການອີກຄັ້ງ ໃນວັນທີ 12 ທັນວາ 2022 ຖືວ່າຈະເປັນອີກທ່າແຮງໜຶ່ງ ໃນການດຶງດູດເອົານັກທ່ອງທ່ຽວ ເຂົ້າມາ ທ່ຽວເມືອງທ່າພະບາດນັບມື້ນັບຫລາຍຂຶ້ນ.





ປີນີ້ຄາດວ່າ ບັນຍາກາດທ່ອງ ທ່ຽວອາດຄຶກຄັກກວ່າໄລຍະຜ່ານ ມາອັນສືບເນື່ອງຈາກວ່າແຫລ່ງ ທ່ອງທ່ຽວຟາມຕາເວັນຈະຕິດຫ້ອຍ ໄປກັບແຫລ່ງທ່ອງທ່ຽວຕ່າງໆພາຍ ໃນນະຄອນຫລວງ ແລະ ບັນດາແຂວງຕ່າງໆ ເຊິ່ງມີເສັ້ນທາງລົດໄຟ ລາວ-ຈີນ ແລະ ທາງດ່ວນວຽງຈັນ-ວັງວຽງ ເປັນປັດໄຈສໍາຄັນເຮັດ ໃຫ້ນັກທ່ອງທ່ຽວເດີນທາງ ໄປມາເຂົ້າບ້ານເຮົາ ສະດວກສະບາຍຂຶ້ນກວ່າເກົ່ານັ້ນ ຈະຊ່ວຍຊຸຸກຍູ້ເຮັດໃຫ້ບັນຍາກາດ ທ່ອງທ່ຽວແຕກຕ່າງກັນອອກໄປ ພ້ອມນີ້ການເປີດບໍລິການຟາມຕາເວັນ ຍັງເປັນໄລຍະໃກ້ກັບປີໃໝ່ສາກົນ ແລະ ລະດູ ໜາວຈະເຮັດໃຫ້ຜູ້ຄົນ ມັກເດີນທາງໄປນອນຄ້າງຄືນ ແລະ ໄປພັກຜ່ອນຫລາຍຂຶ້ນ.


ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top