ສສ ຫວຽດນາມ ເຂົ້າຮ່ວມສົນທິສັນຍາ ປົກປ້ອງ ສິດຜົນປະໂຫຍດ ຄົນພິການຕາ

09/12/2022 15:48
Email Print 928
ຂປລ ທ່ານ ນາງ ເລທິຕວຽດມາຍ, ເອກອັກ ຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ເຊີແນວ ໄດ້ ມອບ ເອກະສານ ເຂົ້າຮ່ວມ ສົນທິສັນຍາ Marrakesh ກ່ຽວກັບ ການປົກປ້ອງ ສິດຜົນປະໂຫຍດ ຂອງຄົນພິການຕາ ໃຫ້ແກ່ ທ່ານ Daren Tang ຜູ້ອຳ ນວຍການໃຫຍ່ ອົງການ ຊັບສິນ ທາງພູມປັນຍາໂລກ (WIPO) ເພື່ອເປັນສຳເນົາ ຢູ່ປະເທດ ສະວິດ

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ​​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ນາງ ເລທິຕວຽດມາຍ, ເອກອັກ ຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ສສ ຫວຽດນາມ ປະຈຳ ເຊີແນວ ໄດ້ມອບ ເອກະສານ ເຂົ້າຮ່ວມ ສົນທິສັນຍາ Marrakesh ກ່ຽວກັບ ການປົກປ້ອງ ສິດຜົນປະໂຫຍດ ຂອງຄົນພິການຕາ ໃຫ້ແກ່ ທ່ານ Daren Tang ຜູ້ອຳ ນວຍການໃຫຍ່ ອົງການ ຊັບສິນ ທາງພູມປັນຍາໂລກ (WIPO) ເພື່ອເປັນສຳເນົາ ຢູ່ປະເທດ ສະວິດ.ຈາກ​ນັ້ນ ທ່ານ ນາງ ເລທິຕວຽດມາຍ ໄດ້ເນັ້ນໜັກວ່າ: ສສ ຫວຽດນາມ ເຂົ້າຮ່ວມ ສົນທິສັນຍາ Marrakesh ເປັນການສ້າງ ຂີດໝາຍ ສຳຄັນ ເພື່ອປົກປ້ອງ ລິຂະສິດ ແລະ ຜົນປະໂຫຍດ ຂອງຄົນພິການຕາ ແລະ ຄົນພິການ ທີ່ບໍ່ສາມາດ ອ່ານຕົວໜັງສືພິມ ​ໂດຍ​ສະ​ເພາະ ຜະລິດ ຕະພັນການພິມ ແບບທຳມະດາໄດ້. ສຳລັບ ການເຂົ້າຮ່ວມ ສົນທິສັນຍາ ດັ່ງກ່າວ ເພື່ອແນໃສ່ ປະຕິບັດ ແຜນນະໂຍບາຍຂອງ ສສ ຫວຽດນາມ ໃນການໜູນຊ່ວຍ, ສ້າງກາລະໂອກາດ ເພື່ອໃຫ້ຄົນພິການຢູ່ ສສ ຫວຽດນາມ ໄດ້ປະຕິບັດສິດ ສະເໝີພາບ ແລະ ເຊື່ອມຕົວ ເຂົ້າກັບ ສັງຄົມໄດ້ ເປັນຢ່າງດີທີ່ສຸດ./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top