ການແຂ່ງຂັນເຕະບານໂລກ ກາຕາ2022 ມີນັກທ່ອງທ່ຽວເຂົ້າຊົມ ຫລຸດ​​ເປົ້າໝາຍ​ເກືອບ50%

09/12/2022 15:21
Email Print 742
ຂປລ ຄະນະ​ ກຳມະການ ສູງ​ສຸດ ​ເພື່ອ​ການ​ສົ່ງ​ມອບ ​ແລະ ມໍລະດົກ (SC) ບົດລາຍງານ ຂອງຄະນະ ທີ່ຣອຍ​ເຕີ (Reuters) ໄດ້ຮັບ​ ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້ສະແດງ ໃຫ້ເຫັນວ່າ: ກາຕາ ຕ້ອນຮັບ ນັກທ່ອງທ່ຽວ ຈາກ​ຕ່າງປະ​ເທດ ມີພຽງ 765.859 ຄົນ ຫລຸດ​​ເປົ້າໝາຍ​ ເກືອບ50%

ຂປລ.ຕາມ​ຂ່າວ​ຈາກ bangkokbiznews, ວັນ​ທີ8​ ທັນວາ​ນີ້, ຄະນະ​ ກຳມະການ ສູງ​ສຸດ ​ເພື່ອ​ການ​ສົ່ງ​ມອບ ​ແລະ ມໍລະດົກ (SC) ບົດລາຍງານ ຂອງຄະນະ ທີ່ຣອຍ​ເຕີ (Reuters) ໄດ້ຮັບ​ ເມື່ອ​ບໍ່​ດົນ​ມາ​ນີ້ ​ໄດ້ສະແດງ ໃຫ້ເຫັນວ່າ: ກາຕາ ຕ້ອນຮັບ ນັກທ່ອງທ່ຽວ ຈາກ​ຕ່າງປະ​ເທດ ມີພຽງ 765.859 ຄົນ ຫລຸດ​​ເປົ້າໝາຍ​ ເກືອບ50% ໃນ​ໄລຍະ 17 ວັນ ​ຜ່ານ​ມາ ຂອງ ການ​ແຂ່ງຂັນ ເຕະບານໂລກ 2022 ຖື​ວ່າ ຕ່ຳກວ່າ ປະເທດ ກາ​ຕາ ຄາດ​ຫວັງ​ໄວ້ ລະດັບ 1,2 ລ້ານ​ເທື່ອຄົນ ​ຫລັງ​ຈາກ ນັກ​ທ່ອງ​ທ່ຽວ ຊາວ​ຕ່າງປະ​ເທດ ​ເຂົ້າມາ ​ຫລາຍ​ທີ່​ສຸດ ​ໃລຍະ​ວັນ​ທີ 24-28 ພະຈິກ ຊຶ່ງ​ມີ​ການ​ແຂ່ງຂັນ ​ແບບ​ແບ່ງ​ກຸ່ມ 32 ທີ​ມ ຈຳນວນ 4ຮອບ ​ໃນ​ທຸກ​ວັນ. ນອກຈາກ​ນີ້ SC​ເປີດ​ເຜີຍ​ຍວ່າ: ຍອດ​ຜູ້​ລົງ ທະບຽນ ຊື້​ປີ້​ ເຂົ້າຊົມ​ ການ​ແຂ່ງຂັນ ມີ​ທັງ​ໝົດ 1,33 ລ້ານ​ຄົນ ​ແລະ ສາມາດ ຂາຍ​ປີ້​ ໄດ້​ເຖິງ 3,09 ລ້ານ​ປີ້ ຈາກ​ສະໜາມ​ ແຂ່ງຂັນ 8 ​ແຫ່ງ ​ໃນ​ກາ​ຕາ ​ແລະ ຈະ​ສິ້ນ​ສຸດ​ ການ​ແຂ່ງຂັນ ​ໃນ​ວັນ​ທີ18 ​ທັນວາ​ນີ້.​ປັດຈຸບັນ ມີ​ທີ​ມ​ເຕະບານ​ ຮອບ​ຊີງ ຊະນະ​ເລີດ 8ທີ​ມ ສຸດ​ທ້າຍ ​ແລະ ​ເຫລືອ​ການ​ແຂ່ງຂັນ ​ພຽງ 8ນັດ​ ເທົ່າ​ນັ້ນ. ການແຂ່ງຂັນ ເຕະບານໂລກປີ 2022 ​ໄດ້​ຈັດຂຶ້ນ ເປັນຄັ້ງທຳອິດ ໃນພາກພື້ນ ຕາເວັນອອກກາງ ແລະ ກາຕາ ໄດ້ຖືກ ພິຈາລະນາ ເປັນປະ​ເທດ ເຈົ້າພາບ ຈັດການ​ແຂ່ງຂັນ​ ໃນ​ຄັ້ງນີ້ ຢ່າງ​ຍິງ​ໃຫຍ່ ​ແລະ ສົ​ມກຽດ ຂອງ​ບານ​ໂລກ./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top