ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ສວນຊາ ຂອງ ສະມາຊິກ ສະມາຄົມສົ່ງເສີມຊາປາກຊ່ອງ

09/12/2022 09:45
Email Print 990
ຂປລ ຂປລ. ໃນໂອກາດເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຈຳປາສັກ ວັນທີ 6 ທັນ ວາ 2022 ນີ້. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ເສດຖະ ກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສວນຊາຂອງ ສະມາຊິກ ສະມາຄົມສົ່ງເສີມຊາປາກຊ່ອງ ທີ່ບ້ານຫລັກ 45

ທ່ານ ແສງທອງ ມະນີຊັບ ປະທານສະມາຄົມ ສົ່ງເສີມຊາປາກຊ່ອງ ໄດ້​ໃຫ້ຮູ້ວ່າ: ສະມາຄົມສົ່ງ ເສີມຊາປາກຊ່ອງ ແມ່ນອົງການຈັດຕັ້ງສັງຄົມໜຶ່ງທີ່ມີສະມາຊິກ ແລະ ເຄື່ອນໄຫວ ໃນຂອບເຂດເມືອງປາກຊ່ອງ ແຂວງຈຳປາສັກ ແຕ່ບ້ານຫລັກ 28- ບ້ານຫລັກ 45 ລວມ 8 ບ້ານ ແລະ ສອງບໍລິສັດຄື ສວນຊາຫລັກ 36 ທີຊິກມາເນີ ແລະ ບໍລິສັດ ຈຳປາການກະເສດ ຂາອອກ-ຂາເຂົ້າ, ມີສະມາຊິກ ຜູ້ຜະລິດ ແລະ ຜູ້ແປຮູບ ທັງໝົດ 116 ຄອບຄົວ, ເນື້ອທີ່ສວນຊາ ທັງໝົດ 239 ກວ່າເຮັກຕາ ໃນນັ້ນ ເນື້ອທີ່ສວນຊາ ຂອງປະຊາຊົນ ກວມ 87 ກວ່າເຮັກຕາ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກໍໄດ້ຍ້ອງຍໍຊົມເຊີຍ ຄວາມບຸກບືນພະຍາຍາມ ຂອງການນຳ ແຂວງຈຳປາສັກ ທີ່ໄດ້ຊີ້ນຳໃນການ ຈັດຕັ້ງກຸ່ມ ສະມາຄົມສົ່ງເສີມຊາປາກຊ່ອງ ສົ່ງເສີມການຜະລິດ ປະກອບສ່ວນ ຢ່າງແຂງແຮງ ເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງ ຍາກ ທາງດ້ານເສດຖະກິດ-ການເງິນ ໃນການສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ, ພ້ອມນັ້ນ ສະມາຊິກ ສະມາຄົມສົ່ງເສີມຊາປາກຊ່ອງ ຕ້ອງສືບຕໍ່ ສ້າງຄຸນລັກສະນະຊາປາກຊ່ອງ ດ້ວຍການນຳໄຊ້ຊັບສິນທາງປັນຍາ ເພື່ອສ້າງມູນຄ່າເພີ່ມ  ແລະ ເຮັດໃຫ້ແກ່ຊາປາກຊ່ອງ ເປັນທີ່ຮັບຮູ້ທັງພາຍໃນ ພາກພື້ນ ແລະ ສາກົນ ເພື່ອຊຸກຍູ້ສົ່ງ ເສີມການຜະລິດ, ການບໍລິການ, ການທ່ອງທ່ຽວ ແລະ ການພົວພັນຮ່ວມມື ກັບບັນດາທ້ອງຖິ່ນ ຂອງປະເທດໃກ້ຄຽງ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ກໍຄື ປະເທດຊາດ.

ສະມາຄົມສົ່ງເສີມຊາປາກຊ່ອງ ໄດ້ປະກາດ ແລະ ສ້າງຕັ້ງເປັນທາງການ ໃນວັນທີ 25 ກັນຍາ 2020 ໂດຍມີ ຈຸດປະສົງ ແລະ ເປົ້າໝາຍ ເພື່ອສົ່ງເສີມການຜະລິດ ແລະ ຄຸນລັກສະນະຂອງຊາປາກຊ່ອງ ໃຫ້ມີຄວາມຍືນຍົງ ດ້ວຍການນຳໃຊ້ຊັບສິນ ທາງປັນຍາ (ຖິ່ນກຳເນີດ) ເປັນເຄື່ອງມືຊ່ວຍສ້າງມູນຄ່າເພີ່ມໃຫ້ຊາປາກຊ່ອງ, ສົ່ງເສີມການຜະລິດຊາປາກຊ່ອງ ໃຫ້ຖືກຕ້ອງຕາມເອກະສານຄຸນ ລັກສະນະຖິ່ນກຳເນີດ ຂອງຊາປາກຊ່ອງ ແລະ ມີຄວາມຍືນຍົງ; ປົກປ້ອງ ຊື່ສຽງ ແລະ ຄຸນລັກສະນະສະເພາະຂອງຊາປາກຊ່ອງ ຢູ່ພາຍໃນປະເທດ,ພາກພື້ນ ແລະ ສາກົນ. ສ່ວນຈຸດພິເສດຂອງຊາປາກຊ່ອງ ແມ່ນປູກຢູ່ໃນດິນພູພຽງບໍລະເວນ ຂອງເມືອງປາກຊ່ອງ  ເຊິ່ງເປັນດິນພູໄຟເກົ່າ ອຸດົມສົມບູນ, ອຸນຫະພູມສະເລ່ຍ 15-25 ອົງສາ, ມີຄວາມສູງຈາກນ້ຳທະເລ 700 ແມັດຂຶ້ນເມືອ, ມີຄວາມເຊື່ອມໂຍງທາງດ້ານປັດ​ໄຈທຳມະຊາດ ແລະ ປັດ​ໄຈມະນຸດ ທີ່ພາໃຫ້ຊາປາກຊ່ອງ ມີເອກະລັກສະເພາະ.

ຂ່າວ: ທັດຊະນະ


KPL

ຂ່າວອື່ນໆ

ads
ads

Top