ຈໍາປາສັກ ໄດ້ຮັບການຍົກລະດັບການສ້າງ ສື່ໂຄສະນາ ແລະ ຜະລິດຕະພັນສື່ມວນຊົນ

08/12/2022 16:41
Email Print 1182
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຝຶກອົບຮົມການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ໃນວຽກງານດ້ານການຄ້າມະນຸດ ໃຫ້ຂະແໜງຖະແຫລງຂ່າວ ແລະ ວັດທະນະທຳ ໃນລະຫວ່າງວັນທີ 7-8 ທັນວາ 2022 ທີ່ ແຂວງຈຳປາສັກ

ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດຝຶກອົບຮົມການສ້າງສື່ໂຄສະນາ, ຜະລິດຕະພັນສື່ມວນຊົນ ໃນວຽກງານດ້ານການຄ້າມະນຸດ ໃຫ້ຂະແໜງຖະແຫລງຂ່າວ ແລະ ວັດທະນະທຳ ໃນລະຫວ່າງວັນທີ 7-8 ທັນວາ  2022 ທີ່ ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ອີນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ, ກະຊວງ ຖວທ, ທ່ານ ຄຳເພັດ ເທບໄກສອນ  ຮອງຫົວໜ້າພະແນກ ຖວທ ແຂວງ ຈໍາປາສັກ, ພ້ອມດ້ວຍສໍາມານາກອນ ພາຍໃນແຂວງ ເຂົ້າຮ່ວມ.

ທ່ານ ອິນປອນ ນະຄອນສີ ໄດ້ກ່າວວ່າ: ເພື່ອເປັນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດ ຕໍ່ກັບການປ້ອງກັນ ຕ້ານການຄ້າມະນຸດໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນກະ ທົບດັ່ງກ່າວ, ໃນນີ້ ພັກ-ລັດຖະບານລາວ ໄດ້ໃຫ້ຄວາມສໍາຄັນເປັນພິເສດ  ເພາະວ່າໃນໄລຍະຜ່ານມາ ປະເທດພວກເຮົາ ໄດ້ປະເຊີນໜ້າກັບບັນຫາດັ່ງກ່າວ ໃນຫລາຍຮູບແບບ ເປັນຕົ້ນ ການໝັ້ນໝາຍ ຫລື ການແຕ່ງດອງແອບແຝງ, ການຂູດຮີດແຮງງານ, ການຂູດຮີດທາງເພດ ແລະ ການບັນຄັບໃຫ້ເປັນ ການເປັນຂ້າທາດ, ການຄ້າປະເວນີຂອງຜູ້ອື່ນ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ຫລື ການເອົາເດັກມາເປັນລູກລ້ຽງແອບແຝງ, ການເປັນຂໍທານ, ການຖ່າຍຮູບພາບ, ການເຜີຍແຜ່ສິ່ງລາມົກ, ການລັກພາຕົວ ແລະ ການເອົາອະໄວຍະວະຕ່າງໆ ຂອງຮ່າງກາຍໄປຂາຍ.

 ສະນັ້ນ, ພັກ-ລັດຖະບານ ຈິ່ງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ສິດຕິດແທດ ໃນການຈັດຕັ້ງປະຕິບັດ ວຽກງານນີ້ຢ່າງກວ້າງຂວ້າ ງເຂົ້າສູ້ໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງໂດຍສະເພາະ ແມ່ນຂົງເຂດວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕ້ອງໄດ້ເຮັດໜ້າທີ່ ບຳລຸງສ້າງບຸກຄະລາກອນ ໃນຂະແໜງການຂອງຕົນ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອເປັນກະບອກສຽງ ໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານປະສານສົມ ທົບຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ຂັ້ນຕ່າງໆທີ່່ກ່ຽວຂ້ອງ ເພື່ອນຳເອົາແນວທາງ ນະໂຍບາຍຕໍ່ກັບ ການສະກັດກັ້ນການຄ້າມະນຸດ ຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ມີສະຕິລະວັງຕົວ ຕໍ່ກັບເລ່ຫລ່ຽມກົນອຸບາຍ ຂອງພວກຂະບວນການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ.

KPL

ຂ່າວອື່ນໆ

ads
ads

Top