ອົງການໄອຍະການທະຫານຂັ້ນສູງ ລາວ-ກູບາ ເພີ່ມທະວີການຮ່ວມມືສອງຝ່າຍ

08/12/2022 16:34
Email Print 893
ຂປລ ຂປລ. ໃນວັນທີ 7 ທັນວາ 2022 ນີ້, ທີ່ອົງການໄອຍະການ ປະຊາຊົນສູງສຸດ, ຄະນະຜູ້ແທນອົງການ ໄອຍະການທະຫານຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາໂດຍ ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ໄດ້ພົບປະທາງໄກ ກັບ ຄະນະຜູ້ແທນອົງການ ໄອຍະການທະຫານຂັ້ນສູງ ແຫ່ງ ສາທາລະນະລັດ ກູບາ

ຂປລ. ໃນວັນທີ 7 ທັນວາ 2022 ນີ້, ທີ່ອົງການໄອຍະການ ປະຊາຊົນສູງສຸດ, ຄະນະຜູ້ແທນອົງການ ໄອຍະການທະຫານຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາໂດຍ ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ໄດ້ພົບປະທາງໄກ ກັບ ຄະນະຜູ້ແທນອົງການ ໄອຍະການທະຫານຂັ້ນສູງ ແຫ່ງ ສາທາລະນະລັດ ກູບາ ນໍາໂດຍ ທ່ານ ພັນເອກ ຈວນ ລາໂດ ລິດໂຊ ໂຄລາໂຊ ຮອງຫົວໜ້າອົງການໄອຍະການສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ໂດຍມີ ຄະນະຜູ້ແທນສອງຝ່າຍ ເຂົ້າຮ່ວມ ​ໂດຍ ຄະນະຜູ້ແທນສອງຝ່າຍ ໄດ້ແລກປ່ຽນບົດຮຽນ ​ເຊິ່ງກັນ ແລະ ກັນ ກ່ຽວກັບ ລະ ບົບການຈັດຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ການປະສານສົມທົບ ລະຫວ່າງ ສາຍຕັ້ງ ແລະ ສາຍຂວາງ ຂອງອົງການໄອຍະການ ທະຫານທັງສອງປະເທດ.

ໂອກາດດັ່ງກ່າວ, ທ່ານ ພົນຈັດຕະວາ ສີໄຫວ ໄມພອນ ​ໄດ້​ໃຫ້​ຮູ້​ວ່າ: ການພົບປະສອງຝ່າຍ ​ໃນ​ຄັ້ງ​ນີ້ ເປັນການພົບປະຄັ້ງທໍາອິດ ແລະ ຄັ້ງປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັນ ເປັນການສະ ແດງເຖິງ ຄວາມສາມັກຄີຮັກແພງ ຢ່າງສະໜິດສະໜົມ, ເປັນການເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການໄອຍະການທະຫານຂັ້ນສູງ ຂອງສອງປະເທດ ສປປ ລາວ ແລະ ສ ກູບາ ໃຫ້ນັບມື້ນັບຈະເລີນງອກງາມ, ປະກອບສ່ວນເຮັດໃຫ້ ສອງປະເທດລາວ-ກູບາ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ຈະເລີນກ້າວໜ້າ ຕາມທິດສັງຄົມນິຍົມ.

ຂ່າວ: ອອປສ

KPL

ຂ່າວອື່ນໆ

ads
ads

Top