ຂປລ
ຂປລ. ເມື່ອບໍ່ດົນມານີ້, ທີ່ວັງບາຢານ (Bayan Palace) ນະຄອນກູເວດ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ເຊັກສ໌ ມໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳລັດກູເວດ ໂດຍມີສຳນັກງານຕັ້ງຢູ່ນະຄອນກູເວດ, ລັດກູເວດ.
ຂປລ. ເມື່ອບໍ່ດົນມານີ້, ທີ່ວັງບາຢານ (Bayan Palace) ນະຄອນກູເວດ, ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ເຊັກສ໌ ມໍລ໌ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ຮອງກະສັດ, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳລັດກູເວດ ໂດຍມີສຳນັກງານຕັ້ງຢູ່ນະຄອນກູເວດ, ລັດກູເວດ.
ໂອກາດນີ້, ອົງມົງກຸດຣາດຊະກຸມມານ ແຫ່ງລັດກູເວດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບູນ ອິນທະບັນດິດ ທີ່ໄດ້ຖືກແຕ່ງຕັ້ງມາເປັນ ເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ພ້ອມທັງອວຍພອນ ໃຫ້ໄດ້ຮັບຜົນສໍາເລັດ ໃນການເຄື່ອນໄຫວວຽກງານ ການທູດຂອງຕົນ ທຸກປະການຢູ່ປະເທດກູເວດ. ພ້ອມກັນນີ້, ອົງມົງກຸດຣາດຊະກຸມມານ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກສົມເດັດອາເມຍ ເຊັກຊ໌ ນາວາຟ ອາລ ອາມັດ ອາລ ຈາເປິ ອາລ ຊາບາ, ກະສັດ ແຫ່ງລັດກູເວດ ໄປຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກດ້ວຍ. ຫລັງຈາກນັ້ນ, ອົງມົງກຸດຣາດຊະກຸມມານ ຍັງໄດ້ເວົ້າເຖິງສາຍພົວພັນ ມິດຕະພາບ ລະຫວ່າງ ລັດກູເວດ ແລະ ສປປ ລາວ ທີ່ໄດ້ຮັບການພັດທະນາ ຫລາຍຂຶ້ນເປັນກ້າວໆໃນຊຸມປີທີ່ຜ່ານມາ ນັບແຕ່ສອງປະເທດໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ.
ທ່ານ ບຸນ ອິນທະບັນດິດ ໄດ້ກ່າວສະແດງຂອບໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງທີ່ ສົມເດັດອາເມຍ ເຫັນດີຮັບເອົາການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາກູເວດ ແລະ ກ່າວວ່າ ໃນນາມຕາງໜ້າລັດຖະບານລາວ, ຂ້າພະເຈົ້າ ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວລະຫວ່າງ ສອງປະເທດ ນັບແຕ່ສ້າງຕັ້ງສາຍພົວພັນ ການທູດນຳກັນໃນປີ 2008 ໄດ້ຮັບການເສີມຂະຫຍາຍເປັນປົກກະຕິ ແລະ ຂໍສະແດງຄວາມຮູ້ບຸນ ຄົນຕໍ່ສົມເດັດອາເມຍ ກໍຄື ລັດຖະບານ ແລະ ປະຊາຊົນກູເວດ ໃຫ້ການສະໜັບສະໜູນ ຊ່ວຍເຫລືອອັນລໍ້າຄ່າ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ທ່ານທູດຍັງໄດ້ກ່າວວ່າ ໃນໄລຍະປະຕິບັດໜ້າທີ່ ການທູດຢູ່ກູເວດ, ຈະປະຕິບັດໜ້າທີ່ ຂອງຕົນໃຫ້ດີທີ່ສຸດ ເພື່ອສືບຕໍ່ປະກອບສ່ວນ ສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ມີມາແລ້ວນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.
ທ່ານທູດ ໄດ້ຖືໂອກາດນີ້, ສົ່ງຄຳອວຍພອນ ແລະ ຢ້ຽມຢາມຢ່າງອົບອຸ່ນ ຈາກປະທານປະເທດ ສປປ ລາວ ເຖິງສົມເດັດອາເມຍ ເຊັກຄໍ ນາວາຟ ອາລ ອາມັດ ອາລ ຈາເບີ ອາລ ຊາບາ, ກະສັດແຫ່ງລັດກູເວດ ແລະ ສະມາຊິກລາດຊະວົງອາລຊາບາ ຈົ່ງມີພະລານາໄມສົມບູນ ແລະ ຄວາມຜາສຸກ ເພື່ອສືບຕໍ່ນຳພາປະເທດກູເວດ ທີ່ອຸດົມຮັ່ງມີທາງ ດ້ານນໍ້າມັນນັ້ນໄປສູ່ຄວາມ ຈະເລີນຮຸ່ງເຮືອງ ກ້າວໜ້າຕະຫລອດໄປ ເພື່ອປະກອບສ່ວນເຂົ້າໃນ ຄວາມວັດຖະນະຖາວອນ ແລະ ສັນຕິສຸກ ຂອງຂົງເຂດ ແລະ ຂອງໂລກ.
KPL