ຂປລ
ຂປລ. ສະຫະລັດອາ ເມລິກາ ພ້ອມທີ່ຈະເພີ່ມທະວີ ການຮ່ວມມືກັບ ສປປ ລາວ ໃນ ຫລາຍດ້ານ ເພື່ອການພັດທະນາທີ່ໝັ້ນຄົງ ແລະ ຍືນຍົງຂອງ ສປປ ລາວ ແລະ ກ້າວໄປສູ່ການເຊື່ອມຈອດ ເຊື່ອມໂຍງທີ່ເຂັ້ມແຂງ ໃນພາກພື້ນໃນອະນາຄົດ.
ຂປລ. ສະຫະລັດອາ ເມລິກາ ພ້ອມທີ່ຈະເພີ່ມທະວີ ການຮ່ວມມືກັບ ສປປ ລາວ ໃນ ຫລາຍດ້ານ ເພື່ອການພັດທະນາທີ່ໝັ້ນຄົງ ແລະ ຍືນຍົງຂອງ ສປປ ລາວ ແລະ ກ້າວໄປສູ່ການເຊື່ອມຈອດ ເຊື່ອມໂຍງທີ່ເຂັ້ມແຂງ ໃນພາກພື້ນໃນອະນາຄົດ.
ທ່ານນາງ ຄາເມວ ພອລ ດໍສັນ (Camille P. Dawson) ຮອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ຫ້ອງການອາຊີຕາເວັນອອກ ແລະ ປາຊີຟີກ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນລາວ ໃນວັນທີ 7 ທັນວາ 2022 ຢູ່ນະຄອນຫລວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນຄັ້ງທໍາອິດ ໂດຍທ່ານ ໄດ້ກ່າວວ່າ: ການຮ່ວມມືສອງຝ່າຍ ລະຫວ່າງ ສະຫະລັດ ອາເມລິກາ ແລະ ສປປ ລາວ ມີບັນຍາກາດທີ່ດີ ແລະ ມີປະສິດທິຜົນໃນຫລາຍດ້ານ ໂດຍສະເພາະ ການຮ່ວມມືແກ້ໄຂ ບັນຫາລະເບີດບໍ່ທັນ ແຕກຕົກຄ້າງ ຢູ່ລາວ, ເຊິ່ງນັບແຕ່ປີ 1995 ເປັນຕົ້ນມາ ສະຫະລັດອາເມລິກາ ໄດ້ປະກອບສ່ວນ ງົບປະມານຫລາຍກວ່າ 310 ລ້ານໂດລາສະຫະລັດ ເຂົ້າໃນວຽກງານດັ່ງກ່າວ. ນອກນີ້ ສະຫະລັດອາເມລິກາ ກໍໄດ້ສືບຕໍ່ຮ່ວມມືໃນວຽກງານໂພຊະນາການ, ການສຶກສາ, ສາທາລະນະສຸກ, ກະສິກໍາ, ການສ້າງຄວາມເຂັ້ມແຂງດ້ານວຽກງານກົດໝາຍ ແລະ ຂົງເຂດອື່ນເປັນຈໍານວນ ຫລາຍໃນໄລຍະຜ່ານມາ. ແນວໃດກໍຕາມ, ສະຫະລັດ ອາເມລິກາ ກໍເຫັນວ່າຍັງມີອີກຫລາຍດ້ານ ທີ່ຢາກສືບຕໍ່ຮ່ວມມືກັບ ສປປ ລາວ ໂດຍສະເພາະການລົງທຶນ ໃສ່ການພັດທະນາ ໃນອະນາຄົດຂອງ ສປປ ລາວ ເປັນຕົ້ນແມ່ນການສະໜັບສະໜູນ ປັບປຸງພາກທຸລະກິດ ຂອງລາວໃຫ້ເຂັ້ມແຂງ, ຊຸກຍູ້ໃຫ້ຜູ້ປະກອບການ ຫລື ນັກທຸລະກິດ ຂອງສອງປະເທດ ໄດ້ຮ່ວມມືກັນນັບມື້ຫລາຍຂຶ້ນ. ນອກນີ້, ກໍຈະສ້າງ ເງື່ອນໄຂ ແລະ ໂອກາດທີ່ເອື້ອອໍານວຍຫລາຍຂຶ້ນ ໃຫ້ແກ່ການຮ່ວມມື ຂອງພາກປະຊາຊົນ ໂດຍເນັ້ນໃສ່ການສົ່ງເສີມ ການສຶກສາຂອງໄວໜຸ່ມ, ການແລກປ່ຽນ ວັດທະນະທໍາ ແລະ ການທ່ອງທ່ຽວ ລະຫວ່າງ ປະຊາຊົນສອງປະເທດ ລວມເຖິງການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ການສ້າງຜູ້ນໍາໄວໜຸ່ມ.
ພ້ອມນີ້, ທ່ານນາງ ຄາເມວ ພອລ ດໍສັນ ຍັງໄດ້ເນັ້ນເຖິງຄວາມສໍາຄັນຂອງ ຍຸດທະສາດ ອິນໂດ-ປາຊີຟີກ ຂອງສະຫະລັດອາເມລິກາ ວ່າ: ຍຸດທະສາດດັ່ງກ່າວ ແມ່ນເນັ້ນໃສ່ການເສີມສ້າງຄວາມຮ່ວມມື ເພື່ອສ້າງຄວາມເຂັ້ມແຂງ, ຄວາມປອດ ໄພ ແລະ ຄວາມໝັ້ນຄົງໃນພາກພື້ນ. ຍຸດທະສາດນີ້ ມີຄວາມສໍາຄັນຫລາຍຕໍ່ເສດ ຖະກິດໂລກ ເພາະວ່າພາກພື້ນນີ້ ມີປະປະຊາກອນເກືອບເຄິ່ງໜຶ່ງຂອງໂລກ, ແລະ ກວມເອົາສັດສ່ວນ 2/3ຂອງ ຈິດີພີ ແລະ ເສດຖະກິດຂອງໂລກ. ດັ່ງນັ້ນ ການຮ່ວມມືໃນພາກພື້ນນີ້ ແມ່ນສິ່ງສໍາຄັນທີ່ ສະຫະລັດ ອາເມລິກາ ໄດ້ຄໍານຶງເຖິງການເຕີບໂຕຢ່າງຮອບດ້ານ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.
KPL