ຂປລ
ກະຊວງ ສົ່ງເສີມ ການລົງທຶນຂອງ ສີລັງກາ ຄາດການວ່າ ສີລັງກາ ຈະສ້າງລາຍໄດ້ ຈາກການສົ່ງອອກ ສິນຄ້າ ແລະ ບໍລິການ ເຖິງ 1,9 ໝື່ນລ້ານ ໂດລາສະະລັດ ໃນປີ 2023.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ທັນວາ, ກະຊວງ ສົ່ງເສີມ ການລົງທຶນຂອງ ສີລັງກາ ຄາດການວ່າ ສີລັງກາ ຈະສ້າງລາຍໄດ້ ຈາກການສົ່ງອອກ ສິນຄ້າ ແລະ ບໍລິການ ເຖິງ 1,9 ໝື່ນລ້ານ ໂດລາສະະລັດ ໃນປີ 2023. ກະຊວງນີ້ ໄດ້ດຳເນີນການ ຕາມກົນລະຍຸດ ຫລາຍປະການ ເພື່ອໃຫ້ບັນລຸ ເປົ້າໝາຍ ໃນເບື້ອງຕົ້ນ, ໃນນັ້ນ ລວມເຖິງ ການຊຸກຍູ້ ໃຫ້ສ້າງຊື່ສຽງ ທາງດ້ານ ການສົ່ງອອກ ຂອງ ສີລັງກາ, ການເພີ່ມມູນຄ່າ ແລະ ການສ້າງພາບຈຳລອງ ໃຫ້ກັບ ສິນຄ້າ, ເພີ່ມການເຂົ້າເຖິງ ຕະຫລາດໃໝ່, ການຂະຫຍາຍ ຈຳນວນ ຜູ້ສົ່ງອອກ ແລະ ການເພີ່ມ ປະສິດທິພາບ ຂອງ ຂະແໜງ ການຂົນສົ່ງ. ນອກນັ້ນ ລັດຖະບານ ສີລັງກາ ຍັງໄດ້ຈັດສັນ ບ້ວງເງິນ 700.000 ໂດລາ ສະະລັດ ສຳລັບ ການເຄື່ອໄຫວ ວຽກງານ ຕາມກົນທະຍຸດ ດັ່ງກ່າວ ໃນປີ 2023./
KPL