ຂປລ
ໂຄງການທໍ່ສົ່ງ ອາຍແກັສທຳມະຊາດ ຈີນ-ຣັດເຊຍ ເປັນເສັ້ນທາງ ຕາເວັນອອກ ໂດຍສ່ວນສຳຄັນ ໄດ້ດຳເນີນການ ກໍ່ສ້າງ ສຳເລັດ ຢ່າງສົມບູນ, ໂດຍມີ ກຳນົດ ຂົນສົ່ງ ອາຍແກັສທຳມະຊາດ ຈາກຣັດເຊຍ ໄປຍັງ ນະຄອນຊຽງໄຮ້ ເປັນສູນກາງ ເສດຖະກິດຂອງ ຈີນ.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 7 ທັນວາ, ໂຄງການທໍ່ສົ່ງ ອາຍແກັສທຳມະຊາດ ຈີນ-ຣັດເຊຍ ເປັນເສັ້ນທາງ ຕາເວັນອອກ ໂດຍສ່ວນສຳຄັນ ໄດ້ດຳເນີນການ ກໍ່ສ້າງ ສຳເລັດ ຢ່າງສົມບູນ, ໂດຍມີ ກຳນົດ ຂົນສົ່ງ ອາຍແກັສທຳມະຊາດ ຈາກຣັດເຊຍ ໄປຍັງ ນະຄອນຊຽງໄຮ້ ເປັນສູນກາງ ເສດຖະກິດຂອງ ຈີນ. ບໍລິສັດໄປໄຊ່ນ່າ (PipeChina) ເປັນຜູ້ກໍ່ສ້າງ ໂຄງການ ລະບຸວ່າ ທໍ່ສົ່ງອາຍແກັສນີ້ ມີຄວາມຍາວ 5.111 ກິໂລແມັດ ແລະ ສາມາດເຊື່ອມຕໍ່ເຂົ້າສູ່ຈີນ ໂດຍຜ່ານນະຄອນ ເຮຍເຫີ ຕາມເຂດຊາຍແດນ ຈີນ-ຣັດເຊຍ ໃນແຂວງ ເຮຍຫລົງຈຽງ ທາງພາກຕາເວັນອອກ ສຽງເໜືອ ແລະ ຜ່ານ 9 ພື້ນທີ່ ລະດັບແຂວງ ຂອງ ຈີນ ເພື່ອຂົນສົ່ງອາຍແກັສ ໄປຍັງ ຫລາຍພື້ນທີ່ ລວມເຖິງ ປັກກິ່ງ, ຊຽງໄຮ້ ແລະ ທຽນຈິນ. ໃນຂະນະດຽວກັນ, ບໍລິສັດນີ້ ຍັງຄາດການວ່າ ທໍ່ສົ່ງອາຍແກັສນີ້ ຈະສາມາດຂົນສົ່ງ ອາຍແກັສທຳມະຊາດໄດ້ 3,8 ໝື່ນລ້ານ ແມັດກ້ອນ ຕໍ່ປີ ໃນປີ 2025 ຊຶ່ງທຽບເທົ່າກັບ ການຫລຸດຜ່ອນ ການປ່ອຍກາກບອນ ດີອົກຊິດ ຈຳນວນ 164 ລ້ານໂຕນຕໍ່ປີ, ພ້ອມກັນນັ້ນ ຍັງເປັນການ ເພີ່ມແຮງກະຕຸ້ນ ອັນເຂັ້ມແຂງ ໃຫ້ແກ່ ຄວາມໝັ້ນຄົງ ດ້ານພະລັງງານ ແລະ ການພັດທະນາ ຄຸນນະພາບສູງ ຂອງ ພາກພື້ນ ຕາເວັນອອກຂອງ ຈີນ./.
KPL