ການຈັດຕັ້ງປະຕິບັດວຽກຈຸດສຸມຂອງ ວາລະແຫ່ງຊາດ ມີຜົນສໍາເລັດຫລາຍດ້ານ

08/12/2022 11:11
Email Print 1869
ຂປລ ຂປລ. ຜ່ານການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມຂອງ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ນັບແຕ່ເດືອນສິງຫາ 2021 ເຖິງປັດຈຸບັນ (1 ປີ 3 ເດືອນ) ໄດ້ມີຜົນສຳເລັດ ໃນຫລາຍດ້ານ

ຂປລ. ຜ່ານການຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມຂອງ ວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ນັບແຕ່ເດືອນສິງຫາ 2021 ເຖິງປັດຈຸບັນ (1 ປີ 3 ເດືອນ) ໄດ້ມີຜົນສຳເລັດ ໃນຫລາຍດ້ານ ເຊິ່ງແຕ່ລະພາກສ່ວນ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໄດ້ມີຄວາມ ພະຍາຍາມ ຜັນຂະຫຍາຍເນື້ອໃນ ຂອງວາລະແຫ່ງຊາດດັ່ງກ່າວ ເຂົ້າສູ່ວຽກງານ ຂອງຕົນດ້ວຍການກຳນົດ ວຽກຈຸດສຸມແຕ່ລະດ້ານ ທີ່ຕິດພັນກັບ ຄວາມຮັບຜິດຊອບ ຂອງຕົນ ໂດຍອີງໃສ່  3 ຫລັກການທີ່ໄດ້ກຳນົດໄວ້ ໃນວາລະແຫ່ງຊາດສະບັບນີ້ ເຊິ່ງປະກອບມີ: ຫລັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂຊຸກຍູ້ ການຂະຫຍາຍຕົວ ຂອງຖານການຜະລິດ ແລະ ບໍລິການພາຍໃນ, ສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ປະຢັດງົບປະມານ ແນໃສ່ແກ້ໄຂສະພາບຄ່ອງຂອງເສດຖະກິດ ແລະ ຫລຸດຜ່ອນຄວາມກົດດັນ ດ້ານໜີ້ສິນສາທາລະນະ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມ ໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ທັນວາ 2022 ບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ນັບແຕ່ເດືອນສິງຫາ 2021 ເຖິງປັດຈຸບັນ ໂດຍໄດ້ອີງໃສ່ 3 ຫລັກການດັ່ງກ່າວ ​ເຫັນ​ວ່າມີຜົນ ສຳເລັດຫລາຍດ້ານ ເປັນຕົ້ນ ຫລັກການຄວາມເດັດຂາດ, ລັດຖະບານ ໄດ້ຕັດສິນໃຈຈັດຕັ້ງປະຕິ ບັດບັນດາໂຄງ ການທົດລອງ ຂຸດຄົ້ນແຮ່ທາດ, ໂຄງການທົດລອງຂຸດຄົ້ນ ແລະ ແລກປ່ຽນຊື້-ຂາຍເງິນຄິບໂຕຣ ແລະ ປະຕິຮູບວິທີການເກັບລາຍຮັບ ທີ່ມີການຮົ່ວໄຫລຈຳນວນໜຶ່ງ ເຊິ່ງໄດ້ສ້າງເງື່ອນ ໄຂໃນການມອບ ພັນທະງົບປະມານ ເພີ່ມຂຶ້ນຈຳນວນໜຶ່ງ. ພ້ອມນັ້ນ, ຍັງເດັດຂາດຈຳກັດ ລາຍຈ່າຍງົບປະມານ ບໍລິຫານທີ່ບໍ່ຈໍາເປັນ ແລະ ຟຸມເຟືອຍ ລວມທັງໄດ້ປັບປຸງ ການຄຸ້ມຄອງລົດ ຂອງລັດຕາມທິດປະຢັດ, ເດັດຂາດແກ້ໄຂບັນຫາຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ໂດຍສະເພາະ ຕັດ ສິນໃຈຈໍາກັດບັນດາ ຮ້ານແລກປ່ຽນ ໃຫ້ຄ່ອຍໆໝົດໄປ ແລະ ຫັນໄປສູ່ຮ້ານແລກປ່ຽນຕົວແທນ, ໜ່ວຍບໍລິການ (ປ່ອງບໍລິການ) ຂອງທະນາຄານທຸລະກິດ, ສຸມໃສ່ປະຕິຮູບ ລັດວິສາຫະກິດ ແລະ ທະນາຄານທຸລະກິດລັດ ທີ່ດຳເນີນທຸລະກິດ ບໍ່ມີປະສິດຜົນ ກ້າວໄປສູ່ຮູບແບບໃໝ່ທີ່ບໍ່ສ້າງໜີ້ສິນ ໃຫ້ລັດຖະບານ; ຕັດສິນໃຈ ປັບປຸງກົນໄກ ການອະນຸມັດການລົງທຶນ ເປັນຕົ້ນ ການປັບປຸງຮູບແບບການອະນຸມັດ ການລົງທຶນໃໝ່. ພ້ອມນັ້ນ, ຍັງເດັດຂາດ ໃນການຫລຸດຈຳນວນ ກົງຈັກລັດ ແລະ ຈໍາກັດໂຄຕ້າພະນັກງານໃໝ່ ຕາມທິດກະທັດຮັດ ແລະ ປະຢັດ.

ສຳລັບ ຫລັກການຄວາມໂປ່ງໃສ, ລັດຖະບານ ໄດ້ເປີດໂອກາດຮັບຟັງ ຄຳຄິດຄຳເຫັນ ຈາກພາກສ່ວນຕ່າງໆ ຕໍ່ການຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດ ໃນໄລຍະຜ່ານມາ ເພື່ອເປັນຂໍ້ມູນ ໃນການປັບປຸງບັນດາ ວຽກຈຸດສຸມຂອງວາລະແຫ່ງຊາດ ໃຫ້ໄປຕາມແຜນການ. ພ້ອມນັ້ນ, ໃນໂຄງການຕ່າງໆ ທີ່ມີຄວາມສຳຄັນ ກໍໄດ້ແຕ່ງຕັ້ງ ຄະນະສະເພາະກິດ ເພື່ອຄັດເລືອກເອົາບໍລິສັດ ທີ່ມີມາດຖານເງື່ອນໄຂ ເຂົ້າມາດຳເນີນການ ລວມທັງມີການປະມູນ ຕາມມາດຖານເງື່ອນໄຂ ຂອງແຕ່ລະ ໂຄງການທີ່ໄດ້ກໍານົດໄວ້, ພ້ອມທັງ ໄດ້ພະຍາຍາມຫັນເປັນ ທັນສະໄໝໃນການຄຸ້ມຄອງ ການເກັບລາຍຮັບ ແລະ ລາຍຈ່າຍງົບປະມານ ເຊິ່ງສະແດງອອກ ໃນການຂະຫຍາຍ ການນໍາໃຊ້ເຄື່ອງມືທັນສະໄໝ ລະບົບແຈ້ງອາກອນ (TaxRis) ແລະ ພາສີ(ASYCUDA) ແລະ ການນໍາໃຊ້ລະບົບຊຳລະ ດ້ານລາຍຮັບຜ່ານລະບົບ ທະນາຄານຫລາຍຂຶ້ນ. ພ້ອມນັ້ນ, ໄດ້ຊຸກຍູ້ໃຫ້ແຕ່ລະພາກສ່ວນ ທີ່ຕິດພັນການຄຸ້ມຄອງ ຖານລາຍຮັບ ເຊື່ອມໂຍງຂໍ້ມູນ ເພື່ອຂະຫຍາຍ ຖານລາຍຮັບທີ່ມີທ່າແຮງ ແລະ ໝັ້ນຄົງ ເປັນຕົ້ນ ທີ່ດິນ, ຊັບສິນລັດ ແລະ ຫົວໜ່ວຍແຮງງານ.

ສ່ວນດ້ານຫລັກການ ຄວາມເປັນມືອາຊີບ, ໄດ້ອອກມະຕິ 07/ລບ ວ່າດ້ວຍການແບ່ງຄວາມ ຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍ ມະຕິຂອງສະພາ ແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດຄຳສັ່ງ01/ກມສພ, ມະຕິ03/ສພຊ ເພື່ອຊຸກຍູ້ບັນດາຂະແໜງ ການທັງຂັ້ນສູນກາງ ແລະ ທ້ອງຖິ່ນປະຕິບັດ ວຽກຈຸດສຸມຂອງຕົນ, ພ້ອມທັງກໍານົດ ມາດຖານເງື່ອນໄຂຕ່າງໆ ສໍາລັບການຈັດຕັ້ງປະຕິບັດ ແຕ່ລະໂຄງການ. ນອກນີ້, ຍັງໄດ້ຍາດແຍ່ງຄວາມຄິດເຫັນ ຂອງຜູ້ປະກອບການ ລວມທັງຈາກຊ່ຽວຊານ ຂອງເພື່ອນມິດຕ່າງໆ ເພື່ອປະ ກອບສ່ວນເຂົ້າໃນການ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ດ້ວຍຮູບການຕ່າງໆ ທີ່ເໝາະສົມ ແລະ ໄດ້ປັບປຸງ, ສັບຊ້ອນພະນັກງານ ໃນແຕ່ລະລະດັບ ທີ່ມີຄວາມຮູ້ຄວາມສາມາດ ເຂົ້າສູ່ຕຳແໜ່ງ ທີ່ສຳຄັນ ໃນແຕ່ລະຂະແໜງການຕົ້ນຕໍ ທີ່ຮັບຜິດຊອບວຽກງານ ຈຸດສຸມຂອງວາລະແຫ່ງຊາດ.

ຂ່າວ: ທະນູທອງ ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top