ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ບັນຫາທີ່ ສສຊ ໃຫ້ຄວາມສົນໃຈ

08/12/2022 10:35
Email Print 1686
ຂປລ ຂປລ. ໃນວາລະດຳເນີນຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ

ຂປລ. ໃນວາລະດຳເນີນຂອງກອງປະຊຸມ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ບັນຫາທີ່ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ການສະຫລຸບຂາດຕົວປີ 20 21, ງົບປະມານຂາດຕົວ ທັງລາຍຮັບ ແລະ ລາຍຈ່າຍ, ຕົວເລກຄາດໝາຍ ປີ 2022 ແລະ ລາຍຮັບປີ 2022.

ທ່ານ ບຸນໂຈມ ອຸບົນປະເສດ ໄດ້ຊີ້ໃຫ້ເຫັນວ່າ: ຕໍ່ບັນ ຫາທີ 1 ການສະຫລຸບຂາດຕົວປີ 2021, ງົບປະມານຂາດຕົວ ທັງລາຍຮັບ ແລະ ລາຍຈ່າຍນັ້ນ ສາມາດ ສະຫລຸບໄດ້ວ່າ ພວກເຮົາສາມາດປະຕິບັດ ແຜນການລາຍຮັບ 2021 ລື່ນແຜນໄດ້ 4% ທຽບໃສ່ 2020 ລື່ນແຜນ 26% ເຊິ່ງ 2021 ເປັນປີທີ່ເຮົາຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ ແຜນງົບປະມານ ຈາກການລະບາດ ຂອງພະຍາດໂຄວິດ-19 ແກ່ຍາວໜັກສົມຄວນ ແຕ່ເພື່ອເປັນບ່ອນອີງ ໃນການສົມທຽບ, ເປັນຕົວຊີ້ວັດ ໄດ້ມີການສົມທຽບ 2022 ກັບ 2021, ປີ 2021 ຈຶ່ງຫຍຸ້ງຍາກຖ້າທຽບ 2020 ແຕ່ກໍ່ສາມາດຜ່ານຜ່າມາໄດ້; ສຳລັບການປະຢັດລາຍຈ່າຍໃນປີ 2021 ໃນມູນຄ່າ 2 ພັນກວ່າຕື້ນີ້ ດ້ວຍນະໂຍບາຍທີ່ຕິດພັນ ກັບບັນຫານການແຜ່ລະບາດ ຂອງພະຍາດໂຄວິດ-19 ເຊິ່ງພວກເຮົາບໍ່ໄດ້ມີ ການຈັດການປະຊຸມ, ບໍ່ມີການເດີນທາງໄກ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ສາມາດ ປະຢັດລາຍຈ່າຍງົບປະມານ ບໍລິຫານລົງ 2 ພັນກວ່າຕື້. ທັງໄດ້ມີການຕົກລົງກັນ ໃນເວລານັ້ນ ປີ 2021 ສູນກາງຕັດ 15%, ທ້ອງຖິ່ນຕັດ 10% ຈາກລາຍຈ່າຍທີ່ບໍ່ໄດ້ປະຕິບັດ, ນອກນັ້ນ ຍັງມີລາຍ ຈ່າຍໂຄງການດັດສົມສົ່ງເສີມ ທີ່ບໍ່ໄດ້ມີການປະຕິບັດ ຍ້ອນມີການປິດປະເທດ ໃນເວລານັ້ນ, ສະນັ້ນລາຍຈ່າຍທັງໝົດ ຈຶ່ງບໍ່ໄດ້ປະຕິບັດ ແລະ ປະຢັດລາຍຈ່າຍໄປໃນຕົວ. ສຳລັບບັນຫາທີ 2 ຕໍ່ກັບຕົວເລກຄາດໝາຍ ປີ 2022 ຄະນະປະຈຳ ສະພາແຫ່ງຊາດ ກໍໄດ້ມີຂໍ້ເຈາະຈີ້ມ ໂດຍລາຍຮັບພວກເຮົາ ຈະລື່ນແຜນປະມານ 2-6% ຕາມການຄາດຄະເນ , ຖ້າທຽບໃສ GDP ແມ່ນມີ 2 ຕົວເລກ, ຕົວເລກໜຶ່ງ ແມ່ນຕາມ ມະຕິສະພາແຫ່ງຊາດ ທີ່ສາມາດບັນລຸໄດ້ 16,88%, ຖ້າທຽບໃສ່ຕົວເລກ GDP ໃໝ່ແມ່ນ 15%. ສ່ວນໃນປີ 2023 ແມ່ນເຫັນດີໃຫ້ເອົາ ຕົວເລກ ດຽວສົມທຽບ.

ທ່ານ ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ອີກວ່າ: ສຳ ລັບບັນຫາທີ່ຕິດພັນ ກັບລາຍຮັບປີ 2022 ນີ້, ລາຍຮັບທີ່ຈັດເກັບ ບໍ່ໄດ້ແມ່ນເປັນລາຍຮັບ ທີ່ຕິດພັນກັບການນຳເຂົ້າ ນ້ຳມັນເຊື້ອໄຟ ເຊິ່ງໃນປີ 2021 ໄດ້ໄລ່ເຂົ້າງົບປະມານ ໃນປີ 2022 ແລ້ວ ໂດຍສະເພາະແມ່ນ ມະຕິຂອງຄະນະປະຈຳ ສະພາແຫ່ງຊາດ ວ່າດ້ວຍການນະໂຍບາຍ ເພື່ອຊ່ວຍໜູນລາຄານ້ຳມັນ ຈຳໜ່າຍໃຫ້ແກ່ສັງຄົມ ໂດຍສະເພາະ ແມ່ນພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ແມ່ນຫລຸດອັດຕາອາກອນຊົມໃຊ້, ໂຈະການຊົມໃຊ້ ເຊິ່ງລັດຖະ ບານໄດ້ສູນເສຍລາຍຮັບ 2.818 ຕື້ກີບ ຍ້ອນໄດ້ອຸດໜູນໂດຍກົງຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ແລະ ໄດ້ເຊັນຮັບເຂົ້າໃນມະຕິ ຂອງສະພາແຫ່ງຊາດ ເຊິ່ງລາຍຮັບປີ 2022 ເປັນປີທີ່ໜັກໜ່ວງກວ່າປີ 2021, ນອກຈາກມີການແຜ່ລະ ບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວແລ້ວ, ກິດຈະການ ຫລາຍແຫ່ງ ໄດ້ມີການຢຸດສະຫງັກ ໂດຍສະເພາະແມ່ນໂຮງແຮມ, ບ້ານພັກ, ຮ້ານອາຫານ, ການຂົນສົ່ງ. ແຕ່ແນວໃດກໍຕາມ ລັດຖະບານ ກໍໄດ້ຄົ້ນຄວ້າທຸກວີທີທາງ, ນຳໃຊ້ທຸກກົນໄກທ່າແຮງບົ່ມຊ້ອນ ເຮັດດ້ວຍຄວາມຮັບຜິດຊອບສູງ ສາມາດປະຄັບປະຄອງ ເຮັດໃຫ້ລາຍຮັບ ຂອງພວກເຮົາມີອັນຊົດເຊີຍ ໂຕທີ່ສູນເສຍໄປ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top