ໃຫ້ມີກໍາລັງໃຈ ປູກ-ລ້ຽງ...

08/12/2022 09:17
Email Print 794
ຂປລ ປະຊາຊົນລາວບັນດາເຜົ່າ ມີມູນເຊື້ອດຸໝັ່ນຂະຫຍັນພຽນ, ເວົ້າກັນມາ, ພຶດຕິກໍາຕົວຈິງມີມາ, ຄໍາສອນບູຮານ ກໍ່ຄືສຸພາສິດກໍ່ມີ ເຊັ່ນວ່າ ໄປຢຽບໝາມາຢຽບຂຽດ...ອັນສະທ້ອນເຖິງຄວາມດຸໝັ່ນ ຕື່ນເດິກລຸກເຊົ້າ ເຮັດວຽກເທົ່າຄໍ່າມືດ, ສະທ້ອນ ນໍ້າໃຈແຫ່ງ ຄວາມອົດທົນ, ບໍ່ຂີ້ຄ້ານທໍາມາຫາກິນ...ດິນດອນຕອນຫຍ້າ ກໍ່ພໍມີໃຫ້ນໍາໃຊ້ປູກຝັງ-ລ້ຽງສັດ.

          ປະຊາຊົນລາວບັນດາເຜົ່າ ມີມູນເຊື້ອດຸໝັ່ນຂະຫຍັນພຽນ, ເວົ້າກັນມາ, ພຶດຕິກໍາຕົວຈິງມີມາ, ຄໍາສອນບູຮານ ກໍ່ຄືສຸພາສິດກໍ່ມີ ເຊັ່ນວ່າ ໄປຢຽບໝາມາຢຽບຂຽດ...ອັນສະທ້ອນເຖິງຄວາມດຸໝັ່ນ ຕື່ນເດິກລຸກເຊົ້າ ເຮັດວຽກເທົ່າຄໍ່າມືດ, ສະທ້ອນ ນໍ້າໃຈແຫ່ງ ຄວາມອົດທົນ, ບໍ່ຂີ້ຄ້ານທໍາມາຫາກິນ...ດິນດອນຕອນຫຍ້າ ກໍ່ພໍມີໃຫ້ນໍາໃຊ້ປູກຝັງ-ລ້ຽງສັດ. ໃນຍຸກສະໄໝແຫ່ງການພັດທະນາ, ການປູກ-ລ້ຽງ ນອກຈາກເປັນຄັງສະບຽງອາຫານ ຄອບຄົວແລ້ວ, ຍັງຂາຍໄດ້ລາຍຮັບ ເຮັດໃຫ້ຊີວິດຄອບຄົວດີຂຶ້ນ. ຫລາຍຄອບຄົວ ໄດ້ຫລຸດພົ້ນສະພາບທຸກຍາກ ກໍ່ຍ້ອນມີຄວາມດຸໝັ່ນປູກ-ລ້ຽງ ແລ້ວໄດ້ຂາຍຕື່ມອີກ.

          ວົງສົນທະນາປະສາຊາວບ້ານຊົນນະບົດແຫ່ງໜຶ່ງ ແຖວຊານເມືອງປາກງື່ມ ນະຄອນຫລວງວຽງຈັນ ເລົ່າເຖິງປະສົບການປູກ...ເພື່ອຂາຍ, ສຸດທ້າຍມີບັນຫາ ຍ້ອນຂາຍບໍ່ໄດ້ ແລະ ຂາຍແລ້ວບໍ່ໄດ້ເງິນ ເພາະພາກສ່ວນເກັບຊື້ມີບັນຫາຄາກັນເປັນໜີ້ ຮູບສາມ ແຈກໍ່ມີ (ບໍ່ໜ້ອຍ). ເຂົາເຈົ້າເວົ້າລັກສະນະສຽງດຽວກັນວ່າ, ທີ່ດິນພວກເຮົາພໍມີ, ຄວາມດຸໝັ່ນ ກໍ່ພໍໄດ້, ຄວາມເອົາໃຈໃສ່ ກໍ່ພໍດ້າມ...ການປູກ-ລ້ຽງ, ສໍາຄັນແມ່ນມີມູນເຊື້ອມາ, ພໍ່ແມ່ພາເຮັດ, ຕົກຮຸ່ນຫລານກໍ່ ພ້ອມກັນສືບຕໍ່ ເຮັດໃຫ້ເກີດໜໍ່ແໜງ ການປູກ- ລ້ຽງໃຫ້ກາຍເປັນສິນຄ້າຂາຍໄດ້, ຈາກແຕ່ກ່ອນເຮັດພໍກຸ້ມກິນ, ກຸ້ມພີ່ກຸ້ມນ້ອງພໍຄວບປີ...ຫລື ຢ່າງຫລາຍກໍ່ເອົາແລກປ່ຽນກັນ ບັນດາຜົນປູກ-ລ້ຽງໃນບ້ານ ແລະ ບ້ານໃກ້ຄຽງ, ອີງຕາມບ່ອນໃດຂາດອັນໃດ, ມີອັນໃດ.

          ໃນສະໄໝແຫ່ງການພັດທະນາ, ການກະສິກໍາ ເປັນສິນຄ້າ, ຮູບແບບ ແລະ ວິທີການຜະລິດ ກໍ່ນັບມື້ຖືກຍົກລະດັບ-ທັນສະໄໝ, ໃຊ້ກົນຈັກ, ເຕັກນິກວິຊາການເຂົ້າຊ່ວຍ...ເວລາຫຍໍ້ເຂົ້າ ຍ້ອນແນວພັນຖືກປັບປຸງ ແລະ ມີເຕັກນິກໃໝ່ຊ່ວຍ. ປູກແລ້ວລ້ຽງ ແລ້ວເຫັນຜົນດີ ທັງໄດ້ຂາຍ ກໍ່ມີກໍາລັງໃຈ (ຢາກເຮັດ), ຫລາຍບ່ອນດິນດອນຕອນຫຍ້າ ບໍ່ເຄີຍຖືກປະໃຫ້ເປົ່າວ່າງ ໂດຍໄຮ້ພືດພັນທັນຍາຫານໃນ 12 ເດືອນ ໂດຍສະເພາະບ່ອນມີເງື່ອນໄຂ ນໍ້າພຽງພໍ...

          ການຕະຫລາດ ຈຶ່ງກາຍເປັນໝາກຫົວໃຈ ເພື່ອໃຫ້ຜູ້ປູກ-ລ້ຽງ ກໍ່ຄືກະສິກອນ ມີກໍາລັງໃຈລົງມືຢ່າງຫ້າວຫັນ ລືມອິດເມື່ອຍ, ເວລາໃດ ຜົນຜະລິດອອກມາ ຂາຍບໍ່ໄດ້, ຂາຍໄດ້ແຕ່ບໍ່ກຸ້ມທຶນ ແລະ ເຫື່ອແຮງ ກໍາລັງໃຈກໍ່ຕົກ. ການກໍາຕະຫລາດ ກໍ່ຄືຮູ້ຄວາມ ຕ້ອງການແລ້ວຈຶ່ງປູກ-ລ້ຽງ ແມ່ນສໍາຄັນຫລາຍ. ພາກສ່ວນໃດ ມີຄວາມຮັບຜິດຊອບ ລົງຊ່ວຍຢ່າງແຂງແຮງແມ່ນດີ. ຜ່ານມາກໍ່ໄດ້ເຮັດແລ້ວ, ຫລາຍບ່ອນເຮັດໄດ້ ກໍ່ຄວນຂະຫຍາຍໃຫ້ຫລາຍບ່ອນໄປຖອດຖອນບົດຮຽນນໍາ. ຖ້າປູກ-ລ້ຽງຢ່າງບໍ່ມີເປົ້າໝາຍ(ຈະ ແຈ້ງ), ການສົ່ງເສີມ ບໍ່ມີລັກສະນະກ້າວສູ່ຄວາມຍືນຍົງ...ກໍາລັງໃຈຂອງຜູ້ລົງມືຕົວຈິງ ຈະຫລຸດໜ້ອຍ, ແລ້ວທີ່ດິນເປົ່າວ່າງ ກໍ່ຈະນັບມື້ກວ້າງ, ຈະວ່າປະຊາຊົນບໍ່ດຸໝັ່ນ ກໍ່ອາດຈະບໍ່ຖືກ, ຄວນເບິ່ງຮອບດ້ານ ໃນການສົ່ງເສີມ.

          ເມື່ອບໍ່ດົນນີ້, ເຫັນເຟດສະບຸກສ່ວນຕົວຂອງທ່ານທີ່ກີ້ງເກືອກລີເລືອ ໃນວຽກງານພັດທະນາຊົນນະບົດ, ເພຈ Jita chanthalansy ພັນລະນາຊີວິດຈິງ ຊາວຊົນນະບົດສັ້ນໆ: “ ບໍ່ແມ່ນເຫີ່ກັນປູກ, ປີນີ້ອາຫານພະລັງງານ ຕັ້ງແພງຂຶ້ນຫລາຍ ໃນທົ່ວໂລກ. ລາ ຄາມັນຕົ້ນແຫ້ງ ກະຂຶ້ນເປັນ 2.500 ກີບຕໍ່ກິໂລ ທຽບໃສ່ຄ່າຄອງຊີບ ກະຍັງແລ່ນນໍາບໍ່ທັນຢູ່, ແຕ່ປີນີ້ ດີໃຈນໍາ ປະຊາຊົນໄດ້ປູກຫລາຍ”...

          ຜູ້ຂ້າອ່ານຫລໍາໄປມາ, ດ້ວຍຄວາມນຶກຄຶດດີໃຈແທນປະຊາຊົນ ທີ່ຊາບວ່າເຂົາເຈົ້າ ໄດ້ມີກໍາລັງໃຈໃນການປູກ ຍ້ອນມັນກຸ້ມເຫື່ອກຸ້ມແຮງ. ທ່ານ ຈິດ ຍັງໄດ້ເສີມຂໍ້ມູນໃຫ້ຮູ້ຕື່ມວ່າ:ທົ່ວເມືອງ ຊົນນະບູລີ ແຂວງ ສະຫວັນນະເຂດ ປູກມັນຕົ້ນ 2.250 ເຮັກຕາ ໄດ້ມັນແຫ້ງ 15 ໂຕນ ຕໍ່ ຮຕ. ປະຊາຊົນ ພໍແນມເຫັນທາງບືນໃຫ້ພົ້ນທຸກ. ຂໍອະທິຖານ ຢ່າໃຫ້ລາຄາຕົກຕໍ່າ ຄຽງຄູ່ກັບເພີ່ມທະວີການຄຸ້ມຄອງຊື້ຂາຍ, ຕັ້ງເປັນກຸ່ມໃຫ້ມີອໍານາດຕໍ່ລາຄາ...”.

          ປະຊາຊົນລາວ ມີມູນເຊື້ອດຸໝັ່ນ, ຄວາມມຸ່ງຫວັງຢາກພົ້ນທຸກ ແມ່ນມີຢູ່ນໍາຈິດໃຈທຸກຄົນ. ເງື່ອນໄຂມີ ການປູກ-ລ້ຽງ ເຮັດແນວໃດບໍ່ໃຫ້ສ່ຽງ ຕໍ່ການໝົດກໍາລັງໃຈ, ລັດສືບຕໍ່ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂອໍານວຍ ສອດຄ່ອງກັບສະພາບຈຸດພິເສດຂອງ ແຕ່ ລະບ່ອນ ທ້ອງຖິ່ນຮາກຖານ.


* ເປີດເຜີຍ

KPL

ຂ່າວອື່ນໆ

ads
ads

Top