ພະຣາຊາ ອັງຣີ ແຫ່ງຣາຊະອານາຈັກ ລຸກຊໍາບວກ ຢ້ຽມຢາມໂຄງການຊ່ວຍເຫລືອ ຂອງລຸກຊໍາບວກ ຢູ່ ນວ

06/12/2022 17:40
Email Print 642
ຂປລ ປລ.ໃນວັນທີ 6 ທັນວາ 2022 ນີ້, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫລືອຂອງລຸກຊໍາບວກ ຢູ່ ນະຄອນຫລວງວຽງຈັນ(ນວ) ເປັນຕົ້ນ ສະຖາບັນປັດສະເຕີລາວ, ຄະນະນິຕິສາດ ແລະ ລັດຖະ ສາດ ມະຫາວິທະຍາໄລແຫ່ງຊາດ ແລະ ສູນຫົວໃຈລາວ-ລຸກຊໍາບວກ ໂຮງໝໍມະໂຫສົດ.

 

   ຂປລ.ໃນວັນທີ 6 ທັນວາ 2022 ນີ້, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫລືອຂອງລຸກຊໍາບວກ ຢູ່ ນະຄອນຫລວງວຽງຈັນ(ນວ) ເປັນຕົ້ນ ສະຖາບັນປັດສະເຕີລາວ, ຄະນະນິຕິສາດ ແລະ ລັດຖະ ສາດ ມະຫາວິທະຍາໄລແຫ່ງຊາດ ແລະ ສູນຫົວໃຈລາວ-ລຸກຊໍາບວກ ໂຮງໝໍມະໂຫສົດ.

      ສົມເດັດ ພະຣາຊາ ອັງຣີ ​ໄປ​ຢ້ຽມຢາມສະຖາບັນ ປັດສະເຕີລາວ ໄດ້ຮັບ​ການຕ້ອນຮັບຈາກ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພະນັກງານສະຖາບັນປັດສະເຕີລາວ ຈໍານວນໜຶ່ງ. ສະຖາບັນດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ລຸກຊໍາບວກ ທັງໝົດ 6.715.880 ເອີໂຣ ​ເຊິ່ງປະກອບດ້ວຍການຈັດຊື້ອຸປະກອນການແພດ, ໂຄງການຮ່ວມມື ລະຫວ່າງ ລາວ-ລຸກຊໍາບວກ ເພື່ອການຄົ້ນຄວ້າ ແລະ ການສ້າງຄວາມອາດສາມາດໃນການເຝົ້າລະ ວັງພະຍາດຕິດແປດ (ໂຄງການ PARECIDS) ສໍາລັບ ການດໍາເນີນງານຂອງຫ້ອງວິເຄາະ ສໍາລັບ ພະຍາດທີ່ປ້ອງກັນໄດ້ດ້ວຍວັກຊິນ ແລະ ການຊ່ວຍເຫລືອເພື່ອຕ້ານ ແລະ ສະກັດການແພ່ລະບາດຂອງ ພະຍາດ ໂຄວິດ-19.
     
ສຳລັບ ຄະນະນິຕິສາດ ແລະ ລັດຖະສາດ, ສົມເດັດ ພະຣາຊາ ອັງຣີ ໄດ້ຖືກຕ້ອນຮັບໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກສຶກສາ ຄະນະນິຕິສາດ ແລະ ລັດຖະສາດ ຈໍານວນໜຶ່ງ. ໃນໂອກາດດັ່ງກ່າວ, ສົມເດັດ ພະຣາຊາ ອັງຣີ ໄດ້ຮັບຟັງການລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດໂຄງການສະໜັບສະໜູນການສິດສອນ ແລະ ຝຶກອົບຮົມກົດໝາຍ ເພື່ອສົ່ງເສີມການສ້າງລັດແຫ່ງກົດໝາຍ ຢູ່ ສປປ ລາວ ຈາກ ທ່ານ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ. ພ້ອມກັນນີ້, ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຖາມ-ຕອບ ຢ່າງສ້າງສັນ ລະຫວ່າງ ນັກສຶກສາ ແລະ ສົມເດັດ ພະຣາຊາ ອັງຣີ ແລະ ທ່ານ ລັດຖະມົນຕີ ຟຣັງ ຟາໂຢ ພ້ອມທັງໄດ້ຢ້ຽມຊົມຫໍສະໝຸດ ທັນສະໄໝ, ຫ້ອງຮຽນຕົວແບບ ຢູ່ຄະນະດັ່ງກ່າວ.
      ສ່ວນຢູ່ ສູນຜ່າຕັດຫົວໃຈ ລາວ-ລຸກຊໍາບວກ ໂຮງໝໍມະໂຫສົດ, ສົມເດັດ ພະຣາຊາ ອັງຣີ ກໍໄດ້ຮັບ​ການຕ້ອນຮັບຈາກ  ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະດີດລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍບັນດາແພດໝໍ ແລະ ພະຍາບານ ຈໍານວນໜຶ່ງ. ສູນດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ ລຸກຊໍາບວກ ໃນປີ 2019-2021 ດ້ວຍມູນຄ່າ 554.909,27 ເອີໂຣ ໂດຍຜ່ານໂຄງການ
ADS (Aide Au Development De La Santé), ເຊິ່ງເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (NGO). ປັດຈຸບັນ, ໂຄງການດັ່ງກ່າວ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃນໄລຍະທີ 5  ເຊິ່ງເຫັນວ່າ ເປັນໂຄງການທີ່ມີຄວາມໝາຍ ແລະ ຄວາມສໍາຄັນຢ່າງຍິ່ງ ເພື່ອປິ່ນປົວຄົນເຈັບພະຍາດຫົວໃຈ ໂດຍການນໍາເອົາຊ່ຽວຊານຈາກ ລຸກຊໍາບວກ, ຝຣັ່ງ, ເຢຍລະມັນ ເຂົ້າມາຜ່າຕັດ ຢູ່ ສປປ ລາວ.
       
ໃນຕອນບ່າຍວັນດຽວກັນ, ສົມເດັດ ພະຣາຊາ ອັງຣີ ພ້ອມຄະນະ ກໍດ້ໄປຢ້ຽມຊົມ ວັດສີສະເກດ  ແລະ ໃນຕອນຄໍ່າສົມເດັດ ພະຣາຊາ ອັງຣີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ລຸກຊໍາບວກ ຄົບຮອບ 25 ປີ, ທີ່ໂຮງແຮມ ຄຣາວ ພລາຊາ ທີ່ຈັດໂດຍ ສະຖານເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ປະຈໍາ ສປປ ລາວ.

ພາບ: ເກດສະໜາ-ອ່າຍຄຳ

 

KPL

ຂ່າວອື່ນໆ

ads
ads

Top