ກະສິກຳອິນຊີ ພ້ອມສະໜອງພືດ-ຜັກ ປອດສານພິດ ຊຽງຂວາງເກມ

06/12/2022 16:05
Email Print 622
ຂປລ ຂປລ. ມາຮອດປັດຈຸບັນ ແຂວງຊຽງຂວາງ ​ໄດ້​ມີ​ຄວາມພ້ອມ​ຮອບດ້ານ ເປັນຕົ້ນ ​ດ້ານ​ສະບຽງ​ອາຫານ​ ແມ່ນມີພຽງພໍກັບຄວາມຕ້ອງການ ໂດຍສະເພາະພືດ-ຜັກ ປອດສານພິດ ຈາກສະຫະກອນກະສິກຳອິນຊີ ຫລື ກຸ່ມຜະລິດພືດ-ຜັກປອດສານພິດ

ຂປລ. ມາຮອດປັດຈຸບັນ ແຂວງຊຽງຂວາງ ​ໄດ້​ມີ​ຄວາມພ້ອມ​ຮອບດ້ານ ເປັນຕົ້ນ ​ດ້ານ​ສະບຽງ​ອາຫານ​ ແມ່ນມີພຽງພໍ ກັບຄວາມຕ້ອງການ ໂດຍສະເພາະ ພືດ-ຜັກ ປອດສານພິດ ຈາກສະຫະກອນກະສິກຳອິນຊີ ຫລື ກຸ່ມຜະລິດພືດ-ຜັກປອດສານພິດ ເມືອງແປກ ແຂວງຊຽງຂວາງ ໄດ້ມີການກະກຽມຄວາມພ້ອມ ເພື່ອຕອບສະໜອງ ພືດ-ຜັກປອດສານພິດ ໃຫ້ແກ່ມວນ​ຊົນ ​ທີ່​ຈະ​ເຂົ້າ​ມາ ໃນໄລຍະງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022 ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13-22 ທັນວາ 2022 ທີ່​ຈະ​ມາ​ເຖິງ​ນີ້.

ທ່ານນາງ ບົວຈັນ ເຮືອງວິໄລ​ ປະທານສະຫະກອນ ກະສິກຳອິນຊີ ເມືອງແປກ ແຂວງຊຽງຂວາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ພືດ-ຜັກປອດສານພິດ ຂອງສະຫະກອນ ກະສິ ກຳອິນຊີ ທີ່ຈະສະໜອງໃຫ້ແກ່ມວນຊົນ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດທີ່​ຈະ​ເຂົ້າ​ມາຊົມ, ມາເຊຍ ງານ ກິລາຊຽງຂວາງເກມ 2022 ຄັ້ງນີ້, ມີທັງໝົດ 160 ກວ່າຄອບຄົວ​, ມີ 6 ກຸ່ມບ້ານທີ່ຂຶ້ນກັບ, ມີເນື້ອທີປູກທັງໝົດ 27,7 ເຮັກຕາ, ຜະລິດພືດ-ຜັກ ຫລາຍກວ່າ 14 ຊະນິດ, ສາມາດເກັບຜົນຜະລິດ ໄດ້ທັງໝົດ 2 ໂຕນກວ່າ ຕໍ່ເດືອນ. ການຜະລິດແມ່ນເນັ້ນໃສ່ ຄຸນນະພາບ ເປັນຫລັກ,​ ມີການຈັດຕັ້ງບໍ ລິຫານທີ່ເປັນລະບົບຄົບຊຸດ ​ແລະ​ ໄດ້ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຢ່າງຕໍ່ເນື່ອງ​ ເປັນຕົ້ນ ຫ້ອງການ ກະສິກຳເມືອງ, ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຊິ່ງໃນໄລຍະຜ່ານມາ​ ສະຫະກອນກະສິກຳອິນຊີ ໄດ້ຮັບການຢັ້ງຢືນ ຈາກກົມມາດຕະຖານ ໃນການກວດກາ ທີ່ປອດສານເຄມີມາແລ້ວຫລາຍຄັ້ງ.

ສະຫະກອນກະສິກຳອິນຊີ ມີຕະຫລາດຈຳໜ່າຍ ສະເພາະໂດຍ ແມ່ນຕະຫລາດ ສີບຸນເຮືອງ ຢູ່ເທດສະບານ​ ເມືອງແປກ​ ແຂວງຊຽງຂວາງ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top