ຍົກລະດັບຄູຝຶກ ເພື່ອສ້າງຄວາມໃຈ ຕໍ່ຄົນພິການ ໃນການສຶກສາຮຽນຮ່ວມ

06/12/2022 16:02
Email Print 455
ຂປລ ຂປລ.ໃນວັນທີ 6 ທັນວາ 2022 ທີ່ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດວັນຄົນພິການສາກົນ(3/12/2022) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໂດຍຜ່ານແຜນງານບີຄວາ (BEQUAL)



ຂປລ.ໃນວັນທີ 6 ທັນວາ 2022 ທີ່ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດວັນຄົນພິການສາກົນ(3/12/2022) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໂດຍຜ່ານແຜນງານບີຄວາ (BEQUAL) ໄດ້ຈັດຝຶກອົບຮົມ ໃຫ້ແກ່ຄູຝຶກຫລັກແຫລ່ງ ແລະ ຄູຝຶກຂັ້ນແຂວງ ເພື່ອຍົກລະດັບຄວາມເຂົ້າໃຈ, ຄວາມຮັບຮູ້ ແລະ ຄວາມສາມາດ ທາງດ້ານການສຶກສາຮຽນຮ່ວມ ຈຳນວນ 45 ທ່ານ ທີ່ມາຈາກ 30 ເມືອງ ໃນ 7 ແຂວງເປົ້າໝາຍ ຄື: ຫລວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ. ພ້ອມທັງ ວິທະຍາໄລສ້າງຄູເປົ້າໝາຍ 3 ແຫ່ງ (ສະຫວັນນະເຂດ, ຫລວງນ້ຳທາ ແລະ ຄັງໄຂ).
  ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອເປັນການສະເຫລີມສະຫລອງ ວັນຄົນພິການສາກົນ ເພື່ອເພີ່ມທະວີການຮັບຮູ້ຂອງປະຊາຊົນ
, ເສີມສ້າງຄວາມເຂົ້າໃຈ ແລະ ການຍອມຮັບຂອງຄົນພິການ, ພ້ອມທັງເປັນການສະເຫລີມ ສະຫລອງຜົນສໍາເລັດ ແລະ ການປະກອບສ່ວນຂອງເຂົາເຈົ້ານຳອີກ. ອີງຕາມການສໍາຫລວດຕົວຊີ້ວັດສັງຄົມຂອງລາວ ປີ 2017 ປະມານ II,2% ຂອງເດັກອາຍຸ 2 ຫາ 4 ປີມີຄວາມຫຍຸ້ງຍາກ ໃນໜ້າທີ່ການຂອງຮ່າງກາຍຢ່າງໜ້ອຍ ໜຶ່ງໜ້າທີ່ການຄື: ການເບິ່ງ, ການໄດ້ຍິນ, ການຍ່າງ, ການເຄື່ອນຍ້າຍ, ການສື່ສານ, ການຮຽນຮູ້, ການຫລິ້ນ ແລະ ການຄວບຄຸມພຶດຕິກໍາ ເຊິ່ງອັດຕາສ່ວນນີ້ໄດ້ເພີ່ມຂຶ້ນ ອີງໃສ່ຄວາມຫ່າງໄກສອກຫລີກ ແລະ ຄວາມທຸກຍາກ. ເດັກນ້ອຍທີ່ມີ ຄວາມພິການຮ້າຍແຮງມັກຈະຖືກຮັກສາໄວ້ຢູ່ເຮືອນ ແລະ ມັກຈະເຊື່ອງໄວ້ຫ່າງຈາກໂລກພາຍນອກ, ຍ້ອນການຕິກຽດ ແລະ ການຖືກຈໍາແນກ ໂດຍອີງໃສ່ປັດໄຈຕ່າງໆ ເຊັ່ນ: ເພດ, ຊົນເຜົ່າ, ຄວາມທຸກຍາກ, ໄລຍະຫ່າງໃນການໄປໂຮງຮຽນ ຫລື ການເຂົ້າເຖິງຫ້ອງຮຽນ ແລະ ຫ້ອງນ້ຳ ກໍຍັງຖືເປັນອຸປະສັກ ຕໍ່ກັບການສຶກສາຂອງເດັກພິການ. ນອກ ຈາກນັ້ນ, ການແຜ່ລະບາດຂອງພະຍາດໂຄວິດ 19 ຍັງໄດ້ທຳລາຍຜົນປະໂຫຍດດ້ານການສຶກສາ ແລະ ການພັດທະນາໃນທົ່ວພາກພື້ນ ເຊິ່ງໃນສະຖານະການເຫລົ່ານີ້, ຜົນກະທົບທີ່ໃຫຍ່ທີ່ສຸດແມ່ນກຸ່ມທີ່ມີຄວາມສ່ຽງສູງ ໂດຍສະເພາະ ແມ່ຍິງ ແລະ ເດັກຍິງ, ຄົນພິການ ຜູ້ທີ່ຢູ່ໃນເຂດຊົນນະບົດ ແລະ ຫ່າງໄກສອກ ຫລີກ.
  ທ່ານ ນາງ ສີສຸກ ວົງວິຈິດ ກ່າວຕື່ມວ່າ: ຄູ-ອາຈານ ແມ່ນມີບົດບາດສຳຄັນຢ່າງຍິ່ງ ໃນການສົ່ງເສີມແນວຄວາມຄິດ
ບໍ່ປະໃຜໄວ້ທາງຫລັງ ເຊິ່ງວຽກງານຂອງພວກເຮົາແມ່ນເພື່ອຮັບປະກັນວ່າ ຄູໄດ້ຮັບ ການສະໜັບສະໜູນຢ່າງພຽງພໍ ສໍາລັບການພັດທະນາທັກສະ ແລະ ສະໜອງການສະໜັບສະໜູນ ຢ່າງຕໍ່ເນື່ອງ ສໍາລັບຄູອາຈານ. ພ້ອມກັນນີ້, ຍັງເປັນການສ້າງເຄືອຂ່າຍຄວາມຮູ້ໃຫ້ຄູ-ອາຈານ ເພື່ອໄດ້ຮັບການສະໜັບສະໜູນຈາກຂະແໜງການອື່ນໆອີກ ແລະ ຫວັງວ່າຈະໄດ້ມີຫ້ອງຮຽນຮ່ວມຫລາຍຂຶ້ນ ສຳລັບນັກຮຽນທຸກຄົນ ໂດຍສະເພາະ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ມີໂອກາດຮັບຮູ້ເຖິງທ່າແຮງ ຂອງເຂົາ ເຈົ້າ ໂດຍຜ່ານການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ມອບໂດຍຄູສອນທີ່ມີທັກສະ ທີ່ຫລາກຫລາຍ.
  ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ຊຸດຝຶກອົບຮົມ ຄັ້ງນີ້ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຮ່ວມກັນອີກຄັ້ງ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົດສະຕຣາລີ ໂດຍຈະສືບຕໍ່ຮ່ວມມືກັນປັບປຸງການເຂົ້າເຖິງ ການສຶກສາທີ່ມີຄຸນນະພາບ ຂອງເດັກພິການ. ການສຶກສາຮຽນຮ່ວມ ທີ່ລວມເອົາຄົນພິການ ແມ່ນບູລິມະສິດຫລັກສໍາລັບລັດຖະບານອົດສະຕຣາລີ ແລະ ບັນຫາຂ້າມຜ່ານ ໃນໂຄງການຊ່ວຍເຫລືອຂອງພວກເຮົາ. ພວກເຮົາເຊື່ອວ່າມັນເປັນໝາກຫົວໃຈຫລັກເພື່ອຊຸກຍູ້ ແລະ ສະໜັບສະໜູນຄູ-ອາຈານໃນທົ່ວປະເທດ ຂອງລາວ ເພື່ອສ້າງບົດຮຽນໃຫ້ແກ່ເດັກນ້ອຍທຸກຄົນ ໂດຍບໍ່ຈຳແນກຄວາມສາມາດ
, ເພດ ຫລື ຊົນເຜົ່າຂອງເຂົາເຈົ້າ.
  ໂອກາດດຽວກັນນີ້
, ຜູ້ເຂົ້າຮ່ວມຝຶກອົບຮົມຍັງໄດ້ ຊົມການວາງສະແດງອຸປະກອນການຮຽນ-ການສອນ ທີ່ຜະລິດໂດຍການຊ່ວຍເຫລືອຂອງໂຄງການ BEQUAL, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງຂອງຄົນພິການ.

ຂ່າວ-ພາບ: ມະນີທອນ


KPL

ຂ່າວອື່ນໆ

ads
ads

Top