ຫົວໜ້າ ອອປສ ສຳເລັດການເຄື່ອນໄຫວ ເຮັດວຽກ ຢູ່ບັນດາແຂວງພາກເໜືອ

06/12/2022 15:52
Email Print 741
ຂປລ ຂປລ.ເມື່ອບໍ່ດົນມານີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ (ອອປສ) ພ້ອມດ້ວຍຄະນະ ໄດ້ສຳເລັດ ການເຄື່ອນໄຫວ ແລະ ເຮັດວຽກ ຢູ່ບັນດາແຂວງພາກເໜືອ

ຂປລ.ເມື່ອບໍ່ດົນມານີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ (ອອປສ) ພ້ອມດ້ວຍຄະນະ ໄດ້ສຳເລັດ ການເຄື່ອນໄຫວ ແລະ ເຮັດວຽກ ຢູ່ບັນດາແຂວງພາກເໜືອ ເຊິ່ງມີ ແຂວງຫລວງພະບາງ, ແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ ແລະ ແຂວງບໍ່ແກ້ວ. ໃນການເຄື່ອນໄຫວ ແຕ່ລະແຂວງ ທ່ານຫົວໜ້າ ອອປສ ໄດ້ເຂົ້າພົບປະກັບ ເຈົ້າແຂວງ ເພື່ອແຈ້ງຈຸດປະສົງ ກ່ຽວກັບການ ເຄຶ່ອນໄຫວວຽກງານຄັ້ງນີ້ ໂດຍສະເພາະ ເພື່ອຊຸກຍູ້ການຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ການປະກາດການຈັດຕັ້ງ ອົງການໄອຍະການປະຊາຊົນ ແຂວງຈຳນວນໜຶ່ງ.

ໃນໂອກາດດັ່ງກ່າວ, ບັນດາທ່ານການນຳແຕ່ລະແຂວງ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ການນໍາຂັ້ນສູງ ຂອງອົງການໄອຍະການ ປະຊາຊົນສູງສຸດ ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ໃນຄັ້ງນີ້. ພ້ອມນັ້ນ, ບັນດາທ່ານເຈົ້າແຂວງ ແລະ ທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ລາຍງານ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບສະພາບ ການພັດທະນາ ເສດຖະກິດ-ສັງຄົມ ພາຍໃນແຂວງ ແລະ ສະພາບການພັດທະນາລະບົບ ອົງການໄອຍະການປະຊາຊົນ. ໃນໄລຍະການເຄື່ອນໄຫວ ບັນດາທ່ານເຈົ້າ ແຂວງ ແລະ ທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ກໍໄດ້ພ້ອມກັນເຂົ້າຮ່ວມ ເປັນຄະນະປະທານ ກອງປະຊຸມ ເພື່ອໂອ້ລົມ ໃຫ້ທິດຊີ້ນຳ ໃນການຈັດຕັ້ງຜັນ ຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ແລະ ພິທີປະກາດການຈັດຕັ້ງ ບັນດາແຂວງຈຳນວນໜຶ່ງ.

      ໂອກາດລົງເຄື່ອນໄຫວ ຄັ້ງນີ້, ທ່ານ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ໂອ້ລົມຊີ້ນຳ ການຕິດຕາມ, ຊຸກຍູ້ ການຈັດຕັ້ງຜັນ ຂະຫຍາຍ ແນວທາງນະໂຍບາຍ ຂອງພັກ-ຂອງລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ວາລະແຫ່ງຊາດ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ໃຫ້ໄດ້ຮັບໝາກຮັບຜົນ; ພ້ອມທັງເນັ້ນ ໃຫ້ສຸມໃສ່ພັດທະນາ ຍົກລະດັບວຽກງານໄອຍະການ ປະຊາຊົນແຂວງ, ອົງການໄອຍະການ ປະຊາຊົນເຂດ, ພະນັກງານໄອຍະການປະຈຳເມືອງ, ອົງການໄອຍະການທະຫານ ໃຫ້ດີຂຶ້ນກວ່າເກົ່າ; ຖືເອົາການຈັດຕັ້ງປະຕິບັດ ບັນດານິຕິກໍາ, ຄໍາສັ່ງຂອງຫົວໜ້າ ອົງການໄອຍະການ ປະຊາຊົນສູງສຸດ ເຂົ້າສູ່ວຽກງານ ໄອຍະການປະຊາຊົນ ໃຫ້ໄດ້ຮັບການແກ້ໄຂ ຢ່າງເຂັ້ມງວດ, ຍົກສູງຄຸນນະພາບ ໃນການຕິດຕາມ ກວດກາການປະຕິບັດ ກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ສ້າງກົນໄກ ປະສານງານ ລະຫວ່າງອົງການ ໄອຍະການປະຊາຊົນແຂວງ ກັບ ອົງການທີ່ກ່ຽວ ຂ້ອງຂອງແຂວງ ໂດຍສະເພາະ ແມ່ນການຈັດຕັ້ງຜັນ ຂະຫຍາຍສອງວາລະແຫ່ງຊາດ ເຂົ້າສູ່ວຽກງານ ໄອຍະການປະຊາຊົນ, ລວມທັງການຕິດຕາມ ກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສິນຂອງສານ.

ທ່ານ ຫົວໜ້າ ອອປສ ຍັງໄດ້ຊີ້ນຳການສ້າງກົນໄກ ປະສານງານ ລະຫວ່າງ ອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫລວດ, ພາສີ, ປ່າໄມ້ ແລະ ອົງການສືບສວນ-ສອບສວນອື່ນ ຕ້ອງເຮັດຢ່າງກົມກຽວ ດ້ວຍການສ້າງ ບົດບັນທຶກຮ່ວມ, ນິຕິກຳ ແລະ ປື້ມຄູ່ມື ອັນເປັນພື້ນຖານ ໃຫ້ແກ່ການຍົກສູງ ຄຸນນະພາບ ໃນການຕິດຕາມ ກວດກາການປະຕິບັດກົດໝາຍ, ແກ້ໄຂການລະເມີດ ທາງປົກຄອງ, ນຳເອົາຜູ້ກະທຳຜິດ ມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສິນຖືກຕ້ອງ ເປັນທຳ ເຮັດໃຫ້ສັງຄົມ ມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດຂະຫຍາຍ ຕົວຕໍ່ເນື່ອງ ປະເທດຊາດຈະເລີນ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ ອອປສ

KPL

ຂ່າວອື່ນໆ

ads
ads

Top