ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ຍ້ອງ​ຍໍ​ພະ​ນັກ​ງານ 434 ຄົນ

06/12/2022 15:36
Email Print 679
ຂປລ ຂປລ.ໃນວັນທີ 5 ​ທັນ​ວາ ທີ່ຜ່ານມານີ້​ຢູ່ ນະ​ຄອນຫລວງວຽງ​ຈັນ,​ ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ(LXML) ໄດ້ມີການຍ້ອງ​ຍໍ​ພະ​ນັກ​ງານ 434 ຄົນ ທີ່ໄດ້ເຮັດວຽກກັບບໍລິສັດມາໄດ້ຍາວນານແຕ່ 5 ປີ ຫາ 20 ປີ.


ຂປລ.ໃນວັນທີ 5 ​ທັນ​ວາ ທີ່ຜ່ານມານີ້​ຢູ່ ນະ​ຄອນຫລວງວຽງ​ຈັນ,​ ບໍ​ລິ​ສັດ​ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ບໍ່​ຄຳ-ທອງ ເຊ​ໂປນ(LXML) ໄດ້ມີການຍ້ອງ​ຍໍ​ພະ​ນັກ​ງານ 434 ຄົນ ທີ່ໄດ້ເຮັດວຽກກັບບໍລິສັດມາໄດ້ຍາວນານແຕ່ 5 ປີ ຫາ 20 ປີ. ​ໃນ​ນັ້ນ, ມີພະ​ນັກ​ງານ 132 ຄົນ​ທີ່​ເຮັດ​ວຽກ​ກັບ LXML ມາ​ໄດ້ 5 ປີ; 55 ຄົນ ໄດ້ເຮັດວຽກມາ 15 ປີ, 8 ຄົນໄດ້ເຮັດວຽກມາ 20 ປີ ແລະ 1 ຄົນ​ ເຮັດວຽກມາ​ໄດ້ 25 ປີ.  ທັງນີ້ ເພື່ອ​ເປັນ​ການ​ຂ່ຳ​ນັບ​ຮັບ​ຕ້ອນ ວັນ​ຊາດ​ທີ 2 ທັນ​ວາ ຄົບຮອບ 47 ປີ.
   
ທ່ານ ພໍ ແຮ​ຣິ​ສ໌ ປະ​ທານ
LXML ໄດ້​ກ່າວ​ຕໍ່​ຜູ້​ໄດ້​ຮັບ​ໃບ​ຍ້ອງ​ຍໍ-ລາງວັນ​ໃນ​ປີ​ນີ້ ​ວ່າ: ທັກ​ສະ ແລະ ປະ​ສົບ​ການ​ທີ່​ພະ​ນັກ​ງານ​ເກັບ​ກ່ຽວ​ໄດ້ ​ໃນ​ຊຸມ​ປີ​ຜ່ານ​ມາ​ແມ່ນ​ມີ​ຄຸນ​ຄ່າ​ຍິ່ງ ເຊິ່ງທັກ​ສະ​ເຫລົ່າ​ນີ້​ຈະ​ເປັນ ຊັບ​ສິນ-ມໍ​ລະ​ດົກ​ຕິດ​ໂຕ ພະ​ນັກ​ງານ​ທຸກ​ຄົນ​ບໍ່​ວ່າ​ພວກ​ເຂົາເຈົ້າ​ ຈະ​ໄປ​ເຮັດ​ວຽກ​ຢູ່​ແຫ່ງ​ໃດ​ໃນ ສ​ປ​ປ ລາວ ກໍ​ຕາມ. LXML ຈະ​ສືບ​ຕໍ່​ລົງ​ທຶນ​ໃສ່​ທຶນ​ມະ​ນຸດ​ຂອງ  ສ​ປ​ປ ລາວ ຜ່ານ ການ​ຝຶກ​ອົບ​ຮົມ, ການ​ຝຶກ​ສອນ​ໃນ​ວຽກ ແລະ ຄວາມ​ກ້າວໜ້າ​ໃນ​ອາ​ຊີບ​ການ​ງານ. ໃນປີ 2023 ທີ່ຈະມາເຖິງນີ້,​ ບໍ​ລິ​ສັດ​ LXML ຈະ​ສະ​ເຫລີມ​ສະຫລອງ 20 ປີ​ແຫ່ງ​ການ​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ແຮ່, ຕະຫລອດ​ອາ​ຍຸ​ການ​ຂອງ​ບໍ່​ຄຳ-ທອງ ເຊ​ໂປນ ມີ​ພະ​ນັກ​ງານກວ່າ 10.000 ຄົນ​ ທີ່​ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ເຕີບ​ໂຕ​ຂອງ LXML, ໄດ້​ຮຽນ​ຮູ້​ຝຶກ​ຝົນ​ທັກ​ສະ​ວິ​ຊາ​ຊີບ ແລະ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ.
   ໃນ​ຈຳ​ນວນພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາທັງ​ໝົດປະ​ມານ 5.000 ຄົນ
, 95% ແມ່ນ​ຄົນ​ລາວ, 75% ແມ່ນ​ຄົນ​ທ້ອງ​ຖິ່ນ ແລະ 20% ແມ່ນ​ແມ່​ຍິງ. ໃນ​ສອງ-ສາມ​ທົດ​ສະ​ຫວັດ​ຜ່ານ​ມາ LXML ໄດ້​ລົງ​ທຶນຫລາຍລ້ານ​ໂດ​ລາ​ສະ​ຫະ​ລັດ​ ເຂົ້າ​ໃສ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລວມ​ທັງ ທຶນ​ການ​ສຶກ​ສາ, ການ​ລົງ​ຝຶກ​ງານ​ກັບ​ບໍ​ລິ​ສັດ ແລະ ການ​ຝຶກ​ອົບ​ຮົມ​ຕົວ​ຈິງ​. LXML ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຄວາມ​ກ້າວ​ໜ້າ​ໃນ​ອາ​ຊີບ​ການ​ງານ ແລະ ຄວາມ​ມຸ່ງ​ໝັ້ນ​ຂອງ​ພະ​ນັກ​ງານ​ ເພື່ອ​ສ້າງ​ວິ​ຊາ​ການ​ມື​ອາ​ຊີບຄົນ​ລາວ ເພື່ອ​ຜົນ​ປະ​ໂຫຍດ​ຂອງ ສ​ປ​ປ ລາວ. ນອກຈາກນີ້້, ໃນ​ເດືອນ​ສິງ​ຫາ​ ທີ່ຜ່ານມາບໍລິສັດ LXML ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກັບ ວິ​ທະ​ຍາ​ໄລ​ເຕັກ​ນິກ​ລາວ-ເຢຍ​ລະ​ມັນ ເພື່ອ​ສະ​ໜອງ​ທຶນ​ການ​ຝຶກ​ອົບ​ຮົມ ​ນັກ​ສຶກ​ສາ​ຊ່າງ​ສີ​ມື​ ໃຫ້​ແກ່​ຊຸມ​ຊົນ​ອ້ອມ​ຂ້າງ​ບໍ່​ຄຳ-ທອງເຊ​ໂປນ ໃນ​ເມືອງວິ​ລະ​ບູ​ລີ ໂດຍນັກ​ສຶກ​ສາ​ຈາກ​ແຜນ​ງານ​ຝຶກ​ອົບ​ຮົມຊ່າງ​ສີ​ມື​ທີ່​ຖືກ​ຄັດ​ເລືອກ ຈະ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ໃນ​ຂະ​ແໜງການ ເຕັກ​ໂນ​ໂລ​ຊີ​ລົດ​ຍົນ, ໄຟ​ຟ້າ​ເອ​ເລັກ​ໂຕ​ຣ​ນິກ, ຈັກ​ກົນ​ໂຮງ​ງານ, ກົນ​ຈັກ​ໜັກ ແລະ ໂລ​ຫະ​ກຳ​ວິ​ທະ​ຍາ. ພາຍຫລັງ​ສຳ​ເລັດຫລັກ​ສູດ​ການ​ຝຶກ​ອົບ​ຮົມ, ນັກ​ສຶກ​ສາ​ດັ່ງ​ກ່າວ​ກໍ​ຈະ​ມີ​ໂອ​ກາດ​ໄດ້​ເຂົ້າ​ມາ​ເຮັດ​ວຽກ​ກັບ LXML ເຊິ່ງແຜນ​ງານ​ນີ້​ແມ່ນ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄປ​ເຖິງ​ປີ 2027.
   
ນັບຕັ້ງແຕ່ເລີ່ມດໍາເນີນງານໃນປີ 2003
, LXML ໄດ້ລົງທຶນຫລາຍລ້ານໂດລາສະຫະລັດ ໃສ່ການຝຶກອົບຮົມ, ໃຫ້ທຶນການສຶກສາ, ແຜນ​ງານ​ຝຶກ​ອົບ​ຮົມຊ່າງສີມື​ແຮງ​ງານ, ນັກຮຽນ ແລະ ນັກສຶກສາຝຶກງານ ເຊິ່ງມີນັກສຶກສາຫລາຍກວ່າ 105 ຄົນ ທີ່​ໄດ້ສໍາເລັດຫລັກ​ສູດ​ການຝຶກ​ອົບ​ຮົມ ນັກສຶກສາຊ່າງສີມື ແລະ 36 ຄົນ ສໍາເລັດການສຶກຊັ້ນ​ສູງ​ຈາກ​ຕ່າງ​ປະ​ເທດ ທີ່​ເປັນ​ທຶນ​ທີ່ບໍ​ລິ​ສັດ​ສະ​ໜັບ​ສະ​ໜູນ. ມາຮອດປັດ​ຈຸ​ບັນ, LXML ໄດ້ສະໜອງການຝຶກອົບຮົມໃຫ້ແກ່ພະນັກງານລາວ ກວ່າ 959.744 ຊົ່ວໂມງ ດ້ວຍການຝຶກອົບຮົມພາຍໃນ, ພາຍນອກ, ໃນໜ້າວຽກ ແລະ ຢູ່ຕ່າງປະເທດ. ໃນ​ເດືອນ ມິ​ຖຸ​ນາ, LXML ໄດ້ຟື້ນຄືນຫລັກສູດທີ່ເປັນທີ່ນິຍົມ ຄື ແຜນ​ງານ​ພັດທະນາຫົວໜ້າຄຸມງານ ແລະ ແຜນ​ງານ​ພັດ​ທະ​ນາການເປັນຜູ້ນໍາ ເພື່ອສ້າງນັກວິຊາການຂຸດຄົ້ນແຮ່ມືອາຊີບຮຸ່ນໃໝ່ຂອງ ສປປ ລາວ.
  ຕັ້ງ​ແຕ່​ເລີ່ມ​ການ​ດຳ​ເນີນ​ງານ​ເປັນ​ຕົ້ນ​ມາ
, ບໍ່​ຄຳ-ທອງ​ເຊ​ໂປນ​ໄດ້ ປະ​ກອບ​ສ່ວນ​ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວກວ່າ 1,6 ຕື້ໂດລາສະຫະລັດ ຈາກ​ການ​ຈ່າຍ​​ພາ​ສີ-ອາ​ກອນ, ​ຄ່າ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ເງິນ​ປັນ​ຜົນ. ນອກ​ຈາກນັ້ນ​ ຍັງ​ໄດ້ປະ​ກອບ​ສ່ວນຫລາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຈາກ​ການ​ສ້າງວຽກ​ເຮັດ​ງານ​ທຳ, ການ​ຝຶກ​ອົບ​ຮົມ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ທຸ​ລະ​ກິດ​ທ້ອງ​ຖິ່ນ.

ຂ່າວ: ສຸກສະຫວັດ

ຂໍ້ມູນ-ພາບ: LXML

KPL

ຂ່າວອື່ນໆ

ads
ads

Top