ເງິນກີບອ່ອນຄ່າ ຍ້ອນການ ຄຸ້ມຄອງເງິນຕາ ບໍ່ທັນຮັດກຸມ

06/12/2022 15:16
Email Print 741
ຂປລ ຂປລ.ໃນວັນທີ 5 ທັນວາ 2022, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານ ການຈັດຕັ້ງ ປະຕິບັດ ແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX

ຂປລ.ໃນວັນທີ 5 ທັນວາ 2022, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານ ການຈັດຕັ້ງ ປະຕິບັດ ແຜນເງິນຕາ ປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ຊີ້ເຖິງປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບ ອ່ອນຄ່າ ແມ່ນຍ້ອນເງິນລົງທຶນ ຈາກຕ່າງປະເທດ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ. ຂະນະດຽວກັນ, ການຄຸ້ມຄອງ ເງິນຕາ ຕ່າງປະເທດ ຂອງທຸກພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ ຍັງບໍ່ທັນກົມກຽວ ແລະ ຮັດກຸມ ສົ່ງຜົນໃຫ້ຍັງມີສະພາບລາຍຮັບ ທີ່ເປັນເງິນຕາ ຕ່າງປະເທດ ຈາກການສົ່ງອອກ ແລະ ເງິນລົງທຶນ ຈາກຕ່າງປະເທດຈໍານວນຫລາຍ ຍັງບໍ່ທັນເຂົ້າມາປະເທດ ຜ່ານລະບົບທະນາຄານ ຕາມລະບຽບ ການ ເຮັດໃຫ້ເງິນ ຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານ ຫນ້ອຍກວ່າທີ່ຄວນຈະເປັນ.

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງກ່າວວ່າ: ບັນຫາດັ່ງກ່າວ ໄດ້ສ້າງຄວາມບໍ່ສົມດຸນກັນ ລະຫວ່າງ ຄວາມຕ້ອງການ ແລະ ຄວາມສາມາດ ສະໜອງ ເງິນຕາຕ່າງປະເທດ ແລະ ກາຍເປັນປັດໄຈຕົ້ນຕໍ ທີ່ພາໃຫ້ເງິນກີບທຽບເງິນໂດລາ ອ່ອນຄ່າ 19,44% ແລະ ເງິນກີບທຽບເງິນບາດ ອ່ອນຄ່າ 18,02% ຮອດທ້າຍເດືອນ ກັນຍາ; ສຳລັບສ່ວນຕ່າງລະຫວ່າງ ອັດຕາແລກປ່ຽນ ຂອງທະນາຄານ ແລະ ຕະຫລາດນອກລະບົບ ສໍາລັບ ອັດຕາເງິນກີບ ທຽບໃສ່ເງິນໂດລາ ຢູ່ໃນລະດັບ 12,33% ແລະ ອັດຕາເງິນກີບທຽບ ໃສ່ເງິນບາດ ຢູ່ໃນລະດັບ 4,27%.  ການອ່ອນຄ່າ ຂອງເງິນກີບ ຍັງໄດ້ສົ່ງຜົນເຮັດໃຫ້ ອັດຕາເງິນເຟີ້ເພີ່ມສູງຂຶ້ນຮອດລະດັບ ສອງຕົວເລກນັບແຕ່ ເດືອນພຶດສະພາເປັນຕົ້ນມາ ແລະ ຄາດວ່າຈະຍັງ ສືບຕໍ່ ມີທ່າອ່ຽງເພີ່ມຂຶ້ນ ເພາະສິນຄ້ານໍາເຂົ້າໄດ້ ກວມເຖິງໜຶ່ງສ່ວນສາມ. ພ້ອມນີ້, ສະພາບເສດຖະກິດ ຂອງບັນດາປະເທດ ໃນທົ່ວໂລກໂດຍລວມ ໄລຍະ 9 ເດືອນຕົ້ນປີ 2020 ຍັງບໍ່ ທັນຟື້ນຕົວໄດ້ເຕັມທີ່ ຈາກຜົນກະທົບ ຂອງການແຜ່ລະບາດ ຂອງພະຍາດໂຄວິດ-19 ແຕ່ກໍຕ້ອງມາປະເຊີນກັບ ສິ່ງທ້າທາຍອັນໃໝ່ ຈາກອັດຕາເງິນເຟີ້ ທີ່ເພີ່ມຂຶ້ນສູງ ໃນຮອບຫລາຍສິບປີ ຊຶ່ງໃນເບື້ອງຕົ້ນ ຫລາຍປະເທດໃນໂລກ ໄດ້ປະເມີນວ່າ ສາເຫດທີ່ພາ ໃຫ້ສະພາບ ເງິນເຟີ້ເພີ່ມສູງຂຶ້ນນັ້ນ ແມ່ນຍ້ອນການຢຸດສະງັກ ຂອງຕ່ອງໂສ້ການຜະລິດ ບວກໃສ່ກັບ ການປະຕິບັດການພິເສດ ທາງການທະຫານ ລະຫວ່າງອູແກຣນ ແລະ ຣັດເຊຍ ໃນຕົ້ນປີ 2022 ທີ່ເຮັດລາຄາພະລັງງານ ແລະ ລາຄາສະບຽງອາຫານ ເພີ່ມຂຶ້ນເກືອບເທົ່າຕົວ ພາໃຫ້ຫລາຍກວ່າ 80 ປະເທດໃນໂລກ ໄດ້ຕົກໃນພາວະເງິນເຟີ້ ຢູ່ໃນລະດັບສອງຕົວເລກ.

ທ່ານ ຜູ້ວ່າການທະນາຄານ ແຫ່ງສປປ ລາວ ກ່າວອີກວ່າ: ສະຖາບັນການເງິນ ສາກົນຫລາຍແຫ່ງຂອງໂລກ ໄດ້ຄາດຄະເນ ອັດຕາເງິນເຟີ້ ທົ່ວໂລກ ໃນປີ 2022 ຈະສູງເຖິງ 8,8%. ເພື່ອແກ້ໄຂສະພາບດັ່ງກ່າວ, ຫລາຍທະນາຄານກາງໃນທົ່ວໂລກ ຈຶ່ງໄດ້ດໍາເນີນນະໂຍບາຍການ ເງິນ-ເງິນຕາ ແບບຮັດກຸມ ເປັນຕົ້ນ ທະນາຄານກາງ ສະຫະລັດອາເມລິກາ (FED) ໄດ້ປັບຂຶ້ນອັດຕາດອກເບ້ຍ ນະໂຍບາຍໃນລະດັບທີ່ສູງ ຈາກລະດັບ 0,25% ໃນຕົ້ນປີ ເປັນ 4% ໃນປັດຈຸບັນ ແລະ ຄາດວ່າຈະສືບຕໍ່ປັບ ຂຶ້ນສູງເຖິງລະດັບ 4,5%-7% ໃນກາງປີ 2023 ຊຶ່ງຈະເຮັດໃຫ້ ສະກຸນເງິນ ໂດລາສາຫະລັດ ແຂງຄ່າຂຶ້ນຢ່າງຕໍ່ ເນື່ອງ ແລະ ສ້າງເເຮງກົດດັນ ເຮັດໃຫ້ຄ່າເງິນ ຂອງຫລາຍປະເທດ ໃນທົ່ວໂລກ ລວມທັງ ສປປ ລາວ ອ່ອນຄ່າລົງໃນ ລະດັບ 10%-30% ເປັນຕົ້ນ: ສະກຸນເງິນເອີໂຣ, ເຢນ, ເປໂຊ, ບາດ ແລະ ອື່ນໆ ຊຶ່ງຈະພາໃຫ້ທະນາຄານກາງ ໃນຂົງເຂດອາຊຽນ ກໍລ້ວນແຕ່ຈະເພີ່ມ ອັດຕາດອກເບ້ຍອ້າງອີງ ເພື່ອແກ້ໄຂສະພາບເງິນເຟີ້.

ຂ່າວ ສົມຫວັງ ພາບ:ຂັນໄຊ, ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top