ລາວ-ລຸກຊໍາບວກ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

06/12/2022 08:40
Email Print 707
ຂປລ ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍທີ່ເປັນມູນເຊື້ອ ອັນດີງາມ ມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ,

ຂປລ. ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍທີ່ເປັນມູນເຊື້ອ ອັນດີງາມ ມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ, ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022.

 ພິທີຕ້ອນຮັບ ສົມເດັດ ພະຣາຊາ ອັງຣີ ພ້ອມດ້ວຍຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍ ວັນທີ 5 ທັນວາ 2022, ທີ່ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ. ຈາກນັ້ນກໍໄດ້ມີການພົບປະສອງຝ່າຍ ເຊິ່ງທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງ ສົມເດັດ ພຣະຣາຊາ ອັງຣີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ຖືເປັນຄັ້ງປະຫວັດສາດ ທີ່ມີຄວາມໝາຍ, ຄວາມສຳຄັນ ແລະ ເປັນນິມິດໝາຍໃໝ່ ປະກອບສ່ວນເຂົ້າໃນ ການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍຄື ການສືບຕໍ່ແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ ແທນຂັ້ນສູງຂອງ ສອງປະເທດ ລາວ-ລຸກຊໍາບວກ ຢ່າງເປັນປົກກະຕິ.

ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດ ຂອງ ຕົນໃຫ້ກັນຊາບໂດຍຫຍໍ້, ຕີລາຄາສະພາບ ການພົວພັນ ຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງ ແຜນການຮ່ວມມືໃນຕໍ່ໜ້າ; ສອງຝ່າຍ ໄດ້ຕີລາຄາສູງຕໍ່ການ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ລຸກຊໍາບວກ ເຊິ່ງເຫັນວ່າ ເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນ ລະຫວ່າງປະເທດ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ, ພິເສດ ປີ 2022 ນີ້ ແມ່ນຄົບຮອບ 25 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ເຊິ່ງເປັນຂີດໝາຍອັນສໍາຄັນ ທາງດ້ານປະຫວັດສາດ ແຫ່ງການພົວພັນຮ່ວມມື ລະຫວ່າງ ສອງປະເທດ. ພ້ອມກັນນັ້ນ, ສອງຝ່າຍ ເຫັນດີຈະສືບຕໍ່ໃຫ້ມີການ ແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງ ປະເທດ ທັງທາງດ້ານການເມືອງ ແລະ ຂະແໜງການຕ່າງໆ ທີ່ມີການຮ່ວມມືກັນ ຢ່າງເປັນປົກກະຕິ, ພ້ອມທັງຈະ ສືບຕໍ່ສົ່ງເສີມການຮ່ວມມື ໃນຂະແໜງການອື່ນໆ ເຊັ່ນ: ຂະແໜງສາທາລະນະສຸກ, ການພັດທະນາຊົນນະບົດ, ການ ສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ການບໍລິການດ້ານການທ່ອງທ່ຽວ ແລະ ການໂຮງແຮມ, ດ້ານການ ເງິນ-ທະນາຄານ, ການພັດທະນາພື້ນຖານໂຄງລ່າງຂອງພາກລັດ, ວຽກງານສະຖິຕິ, ການສົ່ງເສີມບົດບາດຍິງ-ຊາຍ ແລະ ອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມ ສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າແກ່ ສປປ ລາວ ເຊິ່ງການຊ່ວຍເຫລືອດັ່ງກ່າວ ແມ່ນມີປະສິດທິພາບ ແລະ ປະສິດທິຜົນສູງ ແລະ ປະກອບສ່ວນອັນສໍາຄັນ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ກໍຄື ການພັດທະນາຊົນນະບົດ ແລະ ການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກ ສະຖານະພາບ ປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ (ສປຊ) ໃນປີ 2030. ລຸກຊໍາບວກ ຖືວ່າເປັນຄູ່ຮ່ວມມື ເພື່ອການພັດທະນາທີ່ສໍາຄັນ ຂອງ ສປປ ລາວ. ການຮ່ວມມືລະຫວ່າງ ສປ ລາວ ແລະ ລຸກຊຳບວກ ມີບາດກ້າວດີ, ມີຄວາມຄືບໜ້າ ແລະ ໜັກແໜ້ນ, ການຊ່ວຍເຫລືອຂອງ ລັດຖະບານລຸກຊຳບວກ ໃຫ້ແກ່ການພັດທະນາໃນ ສປ ລາວ ແມ່ນໄດ້ເພີ່ມຂຶ້ນເກືອບເທົ່າຕົວ, ນັບແຕ່ມີການກໍານົດ ແຜນງານຍຸດທະສາດ ການຮ່ວມມືສອງ ຝ່າຍ ແຕ່ ປີ 2003 ເປັນຕົ້ນມາ, ມູນຄ່າການຊ່ວຍເຫລືອທັງໝົດ ມີປະມານ 197 ລ້ານເອີໂຣ ແລະ ສະເພາະແຜນຍຸດທະສາດ ການຮ່ວມມື V (the 5th Indicative Cooperation Programme) ຫລື ICP V (2023-2027)  ແມ່ນມີມູນຄ່າເພີ່ມຂຶ້ນເຖິງ 95 ລ້ານເອີໂຣ (ລວມມູນຄ່າ ການຊ່ວຍເຫລືອທັງໝົດ ນັບແຕ່ ICP I-V ມີປະມານ 292 ລ້ານເອີໂຣ), ໂດຍສຸມໃສ່ຂະແໜງ ສາທາລະນະສຸກ, ການສຶກສາ, ການສົ່ງເສີມ ການສ້າງ ລັດແຫ່ງກົດໝາຍ, ການຊ່ວຍເຫລືອ ໃນການພັດທະນາທ້ອງຖິ່ນ, ການບໍລິການ ດ້ານການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ສະແດງ ຄວາມຂອບໃຈ ເປັນຢ່າງສູງມາຍັງລັດຖະບານ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫລືອສ້າງໂຮງຮຽນ ຊ່ວຍເຫລືອເດັກກຳພ້າ ທີ່ແຂວງສະຫວັນນະເຂດ ເຊິ່ງໂຄງການ ດັ່ງກ່າວ ໄດ້ປະກອບສ່ວນສຳຄັນ ແລະ ເປັນປະໂຫຍດອັນໃຫຍ່ຫລວງ ແກ່ປະຊາຊົນໃນເຂດດັ່ງກ່າວ.

ໃນຂະນະດຽວກັນ, ສົມເດັດ ພະຣາຊາ ອັງຣີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ໃນຄັ້ງນີ້, ພ້ອມທັງສະແດງ ຄວາມຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບ ສະໜູນລຸກຊໍາບວກ ໃນຂອບຫລາຍຝ່າຍ ໃນໄລຍະຜ່ານມາ ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ ການຊ່ວຍເຫລືອ ສປປ ລາວ ໃນຂະແໜງການຕ່າງໆ ເພື່ອການພັດທະນາປະເທດ ແລະ ພັດທະນາຊັບພະຍາກອນ ມະນຸດ ຢູ່ ສປປ ລາວ. ພ້ອມກັນນັ້ນ, ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້າຕື່ມວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແກ່ລຸກຊໍາບວກ ໃນເວທີສາກົນ.

ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດ ອັນສະໜິດສະໜົມ, ອົບອຸ່ນ, ມີຄວາມໝາຍ ຄວາມສຳຄັນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພາຍຫລັງ ສຳເລັດການພົບປະ, ທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ພະຣາຊາ ອັງຣີ ກໍໄດ້ເຂົ້າຮ່ວມເປັນປະທານ ໃນພິທີເຊັນສັນຍາຮ່ວມກັນ 4 ສະບັບຄື: ສັນຍາຮ່ວມມື ພາຍໃຕ້ໂຄງການສະໜັບສະໜູນຂະແໜງສາທາລະນະສຸກ ລາວ/035, ສັນຍາການປົກຄອງ ແລະ ລະບຽບກົດໝາຍ ພາຍໃຕ້ໂຄງການ ສະໜັບສະໜູນ ວຽກງານກົດໝາຍ ແລະ ນິຕິກໍາ ລາວ/037, ສັນຍາການ ຮ່ວມມືເພື່ອການພັດທະນາ ສີມືແຮງງານ ແລະ ການຈັດຫາງານ ພາຍໃຕ້ແຜນງານທັກສະ ສໍາລັບວຽກງານການທ່ອງ ທ່ຽວ ລາວ/336 ແລະ ສັນຍາການຮ່ວມມື ເພື່ອການພັດທະນາທ້ອງຖິ່ນ ພາຍໃຕ້ແຜນງານ ພັດທະນາທ້ອງຖິ່ນ ໃນແຂວງເປົ້າໝາຍ ລາວ/338.

ໃນຕອນຄໍ່າຂອງວັນດຽວກັນ, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດ ໃຫ້ແກ່ ສົມເດັດ ພະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊຳບວກພ້ອມດ້ວຍຄະນະໃນໂອກາດເດີນທາງ ມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.


ພາບ
:ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top