ອີຢູ ຕັດສິນໃຈນຳໄພເງິນເຟີ້ກັບຄືນສູ່ລະດັບ2%

06/12/2022 19:52
Email Print 514
ຂປລ ວົງການ ເຈົ້າໜ້າທີ່ ທະນາຄານ ສູນກາງ ເຢຍລະມັນ ແລະ ຝຣັ່ງ ໄດ້ຖະແຫລງວ່າ: ສອງພື້ນຖານ ເສດຖະກິດ ໃຫຍ່ທີ່ ສຸດ ສະຫະພາບ ເອີຣົບ (EU) ໄດ້ຕັດສິນໃຈ ນຳສະພາບ ເງິນເຟີ້ ທີ່ພວມບັນລຸ ລະດັບສູງ ສະຖິຕິ ກັບຄືນ ລະດັບ ເປົ້າ ໝາຍ 2% ໃນທ້າຍປີ 2024 ຫລື 2025.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ວົງການ ເຈົ້າໜ້າທີ່ ທະນາຄານ ສູນກາງ ເຢຍລະມັນ ແລະ ຝຣັ່ງ ໄດ້ຖະແຫລງວ່າ: ສອງພື້ນຖານ ເສດຖະກິດ ໃຫຍ່ທີ່ສຸດ ສະຫະພາບ ເອີຣົບ (EU) ໄດ້ຕັດສິນໃຈ ນຳສະພາບ ເງິນເຟີ້ ທີ່ພວມບັນລຸ ລະດັບສູງ ສະຖິຕິ ກັບຄືນ ລະດັບ ເປົ້າໝາຍ 2% ໃນທ້າຍປີ 2024 ຫລື 2025. ທ່ານ Joachim Nagel, ປະທານ ທະນາຄານ ສູນກາງ ເຢຍລະມັນ ແລະ ທ່ານ Francois Villeroy de Galhau, ຜູ້ວ່າການ ທະນາຄານ ສູນກາງ ຝຣັ່ງ ​ເປີດ​ເຜີຍ​ວ່າ: ທະນາຄານ ສູນກາງ ເອີຣົບ (ECB) ຈະພະຍາຍາມ ເພື່ອຄວບຄຸມ ອັດຕາ ລາຄາ ທີ່ເພີ່ມຂຶ້ນ ໂດຍໄວ ຄືໃນປັດຈຸບັນ. ນີ້ບໍ່ພຽງແຕ່ ແມ່ນການຄາດຄະເນ ເທົ່ານັ້ນ ຫາກຍັງ ແມ່ນຄຳໝັ້ນ ສັນຍາ ອີກດ້ວຍ.ອັດຕາ ເງິນເຟີ້ຢູ່ ເຂດໃຊ້ສະກຸນ ເງິນລວມ ເອີໂຣ (Eurozone) ໃນເດືອນ ພະຈິກ ປີ 2022 ໄດ້ຫລຸດລົງ ລະດັບ ຕ່ຳກ່ວາ 10%, ຕ່ຳກ່ວາ ລະດັບສູງ ສະຖິຕິ ແມ່ນ 10,6% ທີ່ໄດ້ຢັ້ງຢືນ ໃນເດືອນຕຸລາ. ນີ້ແມ່ນຄັ້ງທຳອິດ ໃນຮອບເວລາ 17 ເດືອນຜ່ານມາ ຫລັງ​ຈາກ Eurozone ໄດ້ຢັ້ງຢືນ ລະດັບ ເງິນເຟີ້ ໄດ້ຫລຸດລົງ. (ບັນນາ ທິການ ຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top