ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບ ຜູ້ແທນ ສູນກາງແນວໂຮມປະເທດຊາດຫວຽດນາມ

24/11/2022 18:16
Email Print 889
ຂປລ ຂປລ. ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ພ້ອມ ຄະນະ ໃນວັນທີ 23 ພະຈິກ 2022 ທີ່ເມືອງໜອງບົກ ແຂວງຄຳມ່ວນ

ຂປລ. ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ພ້ອມ ຄະນະ ໃນວັນທີ 23 ພະຈິກ 2022  ທີ່ເມືອງໜອງບົກ ແຂວງຄຳມ່ວນ, ມີຮອງປະທານສູນກາງແນວລາວສ້າງຊາດ, ຄະນະນໍາຂອງແຂວງຄຳມ່ວນ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມຕ້ອນຮັບ.

ໃນພິທີ, ທ່ານຮອງປະທານສູນກາງ ແນວໂຮມປະເທດຊາດຫວຽດນາມ ໄດ້ລາຍງານຜົນສຳເລັດກອງປະຊຸມ ສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຮ່ວມມືກັນພັດທະ ນາ ທີ່ແຂວງສະຫວັນນະເຂດ ແລະ ທ່ານຍັງ​ໄດ້​ຢືນຢັນ​ວ່າ ຈະສືບຕໍ່ນຳເອົາບັນດາເນື້ອໃນ ຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານແນວໂຮມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆ ຂອງບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາກິດຈະ ກຳຕ່າງໆ ທີ່ໄດ້ລົງນາມ ຂໍ້ແຂ່ງຂັນຂອງກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊົມເຊີຍຕໍ່ຜົນສຳເລັດ ຂອງກອງປະຊຸມດັ່ງກ່າວ.

ພ້ອມກັນນີ້, ສອງຝ່າຍໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານປະທານໂຮ່ຈີມິນ ທີ່ບ້ານຊຽງຫວາ ເມືອງໜອງບົກ,  ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ແລະ ສວນ 21 ມີນາ ຂອງ ປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ້ຮູ້ບຸນຄຸນ ຕໍ່ກັບບັນດາວິລະບູລຸດແຫ່ງຊາດ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ເພື່ອປະຊາຊົນ ດ້ວຍຄວາມສັດຊື່ ບໍລິສຸດ ​ແລະ ໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າ ພົບປະຢ້ຽມຢາມ ທ່ານ ວັນໄຊ ຟອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆ ຄໍາມ່ວນ ຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top