ປຸກລະດົມໂຄສະນາເຜີຍແຜ່ 2 ວັນສຳຄັນຂອງພັກ-ຂອງຊາດ

24/11/2022 14:01
Email Print 584
ຂປລ ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ອອກແຈ້ງການແນະນໍາ ເຖິງ ຄະນະປະຈໍາພັກ ບັນດາກະຊວງ, ອົງການ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ຄະ ນະປະຈຳພັກ ນະຄອນຫລວງວຽງຈັນ ແລະ ຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ແລະ ແຂວງ ໃນທົ່ວປະເທດ ໃຫ້ໂຄສະນາເຜີຍແຜ່ ຈັດຕັ້ງການໂຄສະນາ-ປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ມີເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງ, ກວ້າງຂວາງ, ທົ່ວເຖິງ ແລະ ເປັນຂະບວນການຟົດຟື້ນ.

ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ໄດ້ອອກແຈ້ງການແນະນໍາ ເຖິງ ຄະນະປະຈໍາພັກ ບັນດາກະຊວງ, ອົງການ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ຄະ ນະປະຈຳພັກ ນະຄອນຫລວງວຽງຈັນ ແລະ ຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ແລະ ແຂວງ ໃນທົ່ວປະເທດ  ໃຫ້ໂຄສະນາເຜີຍແຜ່ ຈັດຕັ້ງການໂຄສະນາ-ປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ມີເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງ, ກວ້າງຂວາງ, ທົ່ວເຖິງ ແລະ ເປັນຂະບວນການຟົດຟື້ນ.

ທັງນີ້, ກໍເພື່ອທົບທວນຫວນຄືນມູນເຊື້ອ ແລະ ພາລະກິດ ຕໍ່ສູ້ປົດປ່ອຍຊາດ ຍາດໄດ້ໄຊຊະນະ ໃນເມື່ອກ່ອນ ກໍຄື ຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ, ຖືເອົາໂອກາດນີ້ ສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ໃຫ້ມີນໍ້າໃຈເສຍສະລະ, ມີນໍ້າໃຈຮັກຊາດ, ມູນເຊື້ອຄວາມສາມັກຄີປອງດອງ ສົມກັບເປັນຄັນທຸງເຕົ້າ ໂຮມຄວາມສາມັກ ຂອງປະຊາຊົນບັນດາເຜົ່າ;  ຖືເອົາການສະເຫລີມສະຫລອງ ວັນຊາດ 2 ທັນວາ ຄົບ ຮອບ 47 ປີ, ເປັນການໂຄສະນາ ປຸກລະດົມນໍ້າໃຈຮັກຊາດ ຮັກລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນຳພາຂອງພັກ, ສຸມທຸກກຳລັງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງ; ຈັດຕັ້ງປະຕິບັດແຜນພັດທະ ນາ ເສດຖະກິດ-ສັງຄົມ 5 ປີ ຂອງລັດ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ໄປພ້ອມກັບການປຸກລະດົມ ໃນທົ່ວສັງຄົມ ໃນການສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ; ເພື່ອຄົ້ນຄວ້າຮໍ່າຮຽນ ເອົາມູນ ເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດຂອງປະທານ ໄກສອນ ພົມວິຫານ, ຖືເອົາແນວຄິດໄກສອນພົມວິຫານ ເປັນທິດນຳໃນການ ຈັດຕັ້ງ ປັບປຸງໜ້າທີ່ວຽກງານ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ; ຖືເອົາການສະເຫລີມສະຫລອງ ວັນຊາດ 2 ທັນວາ ສ້າງຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິງ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ສືບຕໍ່ບຸກທະລຸ ທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມຮັບຜິດຊອບ ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອນຳເອົາປະເທດຊາດ ກ້າວຂຶ້ນສູ່ຄວາມວັດທະນະຖາວອນ.

ສ່ວນເນື້ອໃນໂຄສະນາ-ປາຖະກະຖາ ແມ່ນນຳໃຊ້ເອກະສານ ໂຄສະນາ-ປາຖະກະຖາ ວັນຊາດ 2 ທັນວາ ຄົບຮອບ 47 ປີ ໂດຍຕິດພັນກັບຜົນງານ, ຜົນສໍາເລັດໃນພຶດຕິກໍາຕົວຈິງ ຂອງບັນດາກະ ຊວງ-ອົງການ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດ ໃນແຕ່ລະໄລຍະ ເພື່ອເປັນຂໍ້ມູນເພີ່ມຕື່ມ; ເອກະສານວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ; ການຈັດຕັ້ງໂຄສະນາ-ປາຖະກະຖາ ມີການສາຍຮູບເງົາ, ສາລະຄະດີ, ການວາງສະແດງຮູບພາບ ກ່ຽວກັບປະຫວັດມູນເຊື້ອ ຂອງກະຊວງ-ອົງການ ແລະ ທ້ອງຖິ່ນ, ບົດຮຽນການເຄື່ອນໄຫວຊີ້ນຳ-ນຳພາ ຂະບວນການຕໍ່ສູ້ປະຕິວັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຂອງປະທານ ໄກສອນ ພົມວິຫານ.

ສຳລັບຄໍາຂວັນປຸກລະດົມແມ່ນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!, ນໍ້າໃຈວັນຊາດທີ 2 ທັນວາ ໝັ້ນຍືນ!, ຊົມເຊີຍ ວັນສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ (02/12/1975 -02/12/2022 ຢ່າງສຸດໃຈ!, ປະທານ ໄກສອນ ພົມວິຫານ ຍືນຍົງ ໃນພາລະກິດປະຕິວັດ ຂອງພັກປະຊາຊົນ ປະຕິວັດລາວ, ຮໍ່າຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດຂອງ ປະທານ ໄກສອນ ພົມວິຫານ.

KPL

ຂ່າວອື່ນໆ

ads
ads

Top