ເງື່ອນໄຂການລ້ຽງງົວ-ຄວາຍ ກ່ອນສົ່ງອອກໄປ ສປ ຈີນ

24/11/2022 12:49
Email Print 1234
ຂປລ ດັ່ງທີ່ຮູ້ນຳກັນແລ້ວວ່າ ປັດຈຸບັນ ສອງປະເທດ ລາວ-ຈີນ ໄດ້ມີສັນຍາການຄ້າຮ່ວມກັນ ໂດຍສະເພາະແມ່ນ ການສົ່ງອອກງົວ-ຄວາຍຂອງລາວ ໄປ ສປ ຈີນ ຊຶ່ງນີ້ໄດ້ກາຍເປັນໂອກາດ ແລະ ເງື່ອນໄຂອັນດີ ໃຫ້ກະສິກອນ ຜູ້ລ້ຽງງົວ-ຄວາຍຂອງລາວ ໄດ້ມີການພັດທະນາ ຄຸນນະພາບການລ້ຽງຂອງຕົນ ໃຫ້ໄດ້ມາດຕະຖານສົ່ງອອກ ເພື່ອສາມາດ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກະສິກອນ.

ດັ່ງທີ່ຮູ້ນຳກັນແລ້ວວ່າ ປັດຈຸບັນ ສອງປະເທດ ລາວ-ຈີນ ໄດ້ມີສັນຍາການຄ້າຮ່ວມກັນ ໂດຍສະເພາະແມ່ນ ການສົ່ງອອກງົວ-ຄວາຍຂອງລາວ ໄປ ສປ ຈີນ ຊຶ່ງນີ້ໄດ້ກາຍເປັນໂອກາດ ແລະ ເງື່ອນໄຂອັນດີ ໃຫ້ກະສິກອນ ຜູ້ລ້ຽງງົວ-ຄວາຍຂອງລາວ ໄດ້ມີການພັດທະນາ ຄຸນນະພາບການລ້ຽງຂອງຕົນ ໃຫ້ໄດ້ມາດຕະຖານສົ່ງອອກ ເພື່ອສາມາດ ສ້າງລາຍຮັບທີ່ໝັ້ນຄົງໃຫ້ກະສິກອນ.

          ແນວໃດກໍດີ, ກະສິກອນຫລາຍຄົນອາດຍັງບໍ່ຮູ້ບັນດາເງື່ອນໄຂຕ່າງໆກ່ອນທີ່ຈະສົ່ງງົວ-ຄວາຍ ໄປ ສປ ຈີນ. ດັ່ງນັ້ນ ຄໍລຳມື້ນີ້ຈຶ່ງໄດ້ນຳເອົາຄວາມຮູ້ ດັ່ງກ່າວມານຳສະເໜີ ຊຶ່ງການສົ່ງອອກ ງົວ-ຄວາຍ ຈາກ ສປປ ລາວ ໄປ ສປ ຈີນ ໃນໄລຍະຜ່ານມາ ແມ່ນມີດັ່ງນີ້: ຕ້ອງແມ່ນການນໍາເຂົ້າ ເປັນທາງການ, ສອດຄ່ອງກັບລະບຽບກົດໝາຍ ຂອງ ສປ ຈີນ. ມີຄວາມສ່ຽງສູງ ທີ່ຈະນໍາເອົາພະຍາດຕິດຕໍ່ງົວ-ຄວາຍ ( 39 ພະຍາດ ) ຊຶ່ງຈະມີຜົນໄລຍະຍາວ ຕໍ່ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ ແລະ ເສດຖະກິດ ການລ້ຽງງົວ ຂອງ ສປ ຈີນ. ສະນັ້ນ, ສປ ຈີນ ຈຶ່ງມາສຳຫລວດ ຄວາມເປັນໄປໄດ້ ແລະ ເຈລະຈາ ກ່ຽວກັບຂໍ້ກໍານົດເງື່ອນໄຂ ດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດກາສຸຂະ ພາບສັດໃຫຍ່ ໃນ ສປປ ລາວ ເພື່ອສົ່ງອອກໄປ ສປ ຈີນ ໃນລະຫວ່າງວັນທີ 3-11 ກໍລະກົດ 2017 ສປ ຈີນ ໄດ້ສະເໜີໃຫ້ ສປປ ລາວ ສ້າງເປັນເຂດປອດພະຍາດ ປາກເປື່ອຍລົງເລັບ. ຖືກຕ້ອງຕາມຂໍ້ກໍານົດ ເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດກາ ສຸຂະພາບສັດໃຫຍ່ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ຊຶ່ງລວມມີ 12 ມາດຕາ ຄື: ງົວ ຕ້ອງມີນໍ້າໜັກ 350 ກິໂລຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ. ຕ້ອງມາຈາກເຂດປອດພະຍາດ ປາກເປື່ອຍລົງເລັບ ໃນພື້ນທີ່ທີ່ໄດ້ກຳນົດ ( 5,6 ກິໂລຕາແມັດ ) ທີ່ໄດ້ຕາມມາດຕະຖານ ຂອງ ສປ ຈີນ ເລກທີ SN/T 4999-2017 ແລະ ມາດຕະຖານຂອງ OIE. ຕ້ອງຖືກລ້ຽງໄວ້ ໃນເຂດທ້ອນໂຮມສັດໃຫຍ່ ຢ່າງໜ້ອຍ 45 ວັນ ທີ່ຕັ້ງຢູ່ໃນ ວົງລັດສະໝີ ລະຫວ່າງ 3-50 ກິໂລແມັດ ອອກຈາກເຂດປອດ FMD, ຕ້ອງມີການລ້ຽງແຍກເພດ ແລະ ພາຍໃນ 6 ເດືອນ ຕ້ອງບໍ່ກວດພົບເຊື້ອພະຍາດ ຮ້າຍແຮງຕາມທີ່ ສປ ຈີນ ກຳນົດ ເຊັ່ນ: ພະຍາດຜິວໜັງອັກເສບຕິດແປດ, ປອດອັກເສບຕິດແປດ ງົວ-ຄວາຍ , ພະຍາດງົວບ້າ, ພະຍາດປາກເປື່ອຍລົງເລັບ, ພະຍາດແທ້ງລູກຕິດຕໍ່ ງົວ-ຄວາຍ, ພະ ຍາດວັນນະໂລກ ງົວ-ຄວາຍ, ພະຍາດໄຂ້ເລືອດດໍາ, ພະຍາດອະຫິວາສັດຄ້ຽວເອື້ອງນ້ອຍ.

ພ້ອມນີ້, ສັດລ້ຽງໃນເຂດທ້ອນໂຮມຕ້ອງມີລະບົບການຄຸ້ມຄອງຂອງພາກລັດ ຄື: ມີການຂຶ້ນທະບຽນພິມສັດ, ກວດການຖືພາມານ, ມີການສັກຢາກັນພະຍາດ ປາກເປື່ອຍລົງເລັບ 2 ເຂັມ, ຕິດຕາມ ແລະ ກວດກາສັດເປັນປະຈຳ, ເກັບຕົວຢ່າງ ແລະ ວິໄຈພະຍາດ, ຕິດຕາມການນໍາໃຊ້ອາຫານ ແລະ ຢາປິ່ນປົວ, ມີການຄວບຄຸມ ການເຄື່ອນ ຍ້າຍ ແລະ ຂົນສົ່ງ ລວມທັງມີການນຳໃຊ້ ມາດຕະການດ້ານວິຊາການອື່ນ ເພື່ອກຳຈັດ ແລະ ຄວບຄຸມພະຍາດ ທີ່ສອດຄ່ອງກັບມາດຕະຖານສາກົນ. ກ່ອນສົ່ງອອກຕ້ອງກັກກັນຢ່າງໜ້ອຍ 30 ວັນ, ສະຖານທີ່ກັກກັນສັດຕ້ອງຢູ່ໃນເຂດປອດ FMD ແລະ ໃຫ້ສອດຄ່ອງ ກັບມາດຕະຖານສະຖານ ທີ່ການກັກກັນສັດ ຂອງ ສປ ຈີນ ເລກທີ SN/T 4233- 2015 ແລະ ຮັບຮອງຈາກສອງອົງການ ຂອງ ສປປ ລາວ ແລະ ສປ ຈີນ. ຕ້ອງໄດ້ຮັບການກວດກາ ແລະ ອອກໃບຢັ້ງຢືນສຸຂະພາບສັດ ຈາກອົງການຄຸ້ມຄອງ ວຽກງານການລ້ຽງສັດ ແລະ ສັດຕະວະແພດ ຂັ້ນສູນກາງ ຂອງ ສປປ ລາວ ແລະ ຖືກຕ້ອງຕາມຂໍ້ກຳນົດ ເງື່ອນໄຂດ້ານສຸຂະນາໄມ ກ່ຽວກັບການກັກກັນ ແລະ ກວດສຸຂະພາບສັດໃຫຍ່ ທີ່ຈະສົ່ງ ອອກຈາກ ສປປ ລາວ ໄປ ສປ ຈີນ ລະຫວ່າງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງສາທາລະນະລັດ ປະຊາທິປະໄຕ ສປປ ລາວ ແລະ ກົມໃຫຍ່ພາສີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ໄດ້ລົງນາມໃນວັນທີ 30 ເມສາ 2019.

ທັງໝົດນີ້ ແມ່ນບັນດາເງື່ອນໄຂທີ່ກຳນົດໄວ້ໃນການສົ່ງອອກ ງົວ-ຄວາຍ ຈາກ ສປປ ລາວ ໄປ ສປ ຈີນ ຊຶ່ງກ່ອນຈະສົ່ງອອກພາກສ່ວນກ່ຽວຂ້ອງ ທັງສອງປະເທດ ຕ້ອງໄດ້ພ້ອມກັນປະເມີນ ແລະ ປະຕິບັດຕາມເງື່ອນໄຂ ແລະ ລະບຽບການນຳເຂົ້າ-ສົ່ງອອກ ຢ່າງເຂັ້ມງວດ ທັງນີ້ ກໍເພື່ອແນໃສ່ຮັບປະກັນ ດ້ານຄຸນນະພາບ, ຄວາມປອດໄພ, ຮັບ ປະກັນສຸຂະພາບສັດ ແລະ ໄດ້ມາດຕະຖານສາກົນ.


ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

ads
ads

Top