ຂປລ
ຂປລ.ການແຂ່ງຂັນກິລາຍິງປືນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ໃນໄລຍະທີ 1 ເຊິ່ງເລີ່ມແຂ່ງຂັນວັນທີ 14-20 ພະຈິກ 2022 ນີ້ ຢູ່ທີ່ສະໜາມຝຶກຊ້ອມ ກິລາຍິງປືນ 5 ເມ ສາ ນະຄອນຫລວງວຽງຈັນ ເຊິ່ງຜ່ານການແຂ່ງຂັນຍິງປືນໃນ 5 ລາຍການ
ຂປລ.ການແຂ່ງຂັນກິລາຍິງປືນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຊຽງຂວາງເກມ ໃນໄລຍະທີ 1 ເຊິ່ງເລີ່ມແຂ່ງຂັນວັນທີ 14-20 ພະຈິກ 2022 ນີ້ ຢູ່ທີ່ສະໜາມຝຶກຊ້ອມ ກິລາຍິງປືນ 5 ເມ ສາ ນະຄອນຫລວງວຽງຈັນ ເຊິ່ງຜ່ານການແຂ່ງຂັນຍິງປືນໃນ 5 ລາຍການຄື: ປະເພດປືນສັ້ນອັດລົມ 10 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນຍາວອັດລົມ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນສັ້ນຍິງຊ້າ 50 ແມັດ ດ່ຽວຊາຍ-ທີມ, ປືນຍາວທ່ານອນ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ-ຍິງ, ປືນຍາວ 3 ທ່າ 50 ແມັດ ດ່ຽວຊາຍ-ຍິງ, ທີມຊາຍ ແລະ ຍິງ, ຊີງ 18 ຫລຽນຄໍາ.
ທັບນັກກິລາຍິງປືນຊາຍ-ຍິງ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົ່ງນັກກິລາເຂົ້າຮ່ວມ ໃນການແຂ່ງຂັນມີ 18 ຄົນ, ຍິງ 8 ຄົນ, ສາມາດຍາດໄດ້ 8 ຫລຽນຄຳ, 7 ຫລຽນເງິນ ແລະ 9 ຫລຽນທອງ ມາສູ່ກະຊວງປ້ອງກັນຄວາມສະຫງົບ; ການແຂ່ງຂັນກິລາຍິງປືນ ເປັນກິລາທໍາອິດ ທີ່ທໍາການແຂ່ງຂັນກ່ອນ ກິລາປະເພດອື່ນໆ ໃນຊຽງຂວາງ ເກມ, ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມຝຶກຊອມກິລາຍຶງປືນ 5 ເມສາ, ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນໃນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບ ແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.
ຜົນສໍາເລັດໃນການແຂ່ງຂັນ ຍິງປືນໃນໄລຍະທີ 1 ນີ້, ທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ ການເມືອງປ້ອງກັນຄວາມສະຫງົບ, ຮອງຫົວໜ້າຄະນະ ຮັບຜິດຊອບຊີ້ນໍາລວມ ກິລາກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ສໍາພາດໃນວັນທີ 21 ພະຈິກ 2022 ວ່າ: ກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມໃນງານ ມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ມີ 11 ປະເພດກິລາ, ມີນັກກິລາທັງໝົດ 65 ຄົນ, ສະເພາະກິລາຍິງປືນ ແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນ 18 ຄົນ ເຊິ່ງສາມາດຍາດໄດ້ ຫລຽນດັ່ງກ່າວ ຢ່າງສົມກຽດ.
ຂ່າວ: ສຸກສະຫວັດ
ຂໍ້ມູນ: ປກສ
KPL