ຂປລ
ຂປລ. ກົມເຕັກໂນໂລຊີດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາ ເຕັກໂນໂລຊີດີຈິຕອນ ແລະ ເວທີນໍາສະເໜີແນວຄິດ ຂອງທຸລະກິດແບບສະຕາດອັບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ” ໃນວັນທີ 4 ຕຸລາ 2022 ຢູ່ນະຄອນຫລວງວຽງຈັນ
ຂປລ. ກົມເຕັກໂນໂລຊີດີຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາ ເຕັກໂນໂລຊີດີຈິຕອນ ແລະ ເວທີນໍາສະເໜີແນວຄິດ ຂອງທຸລະກິດແບບສະຕາດອັບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ” ໃນວັນທີ 4 ຕຸລາ 2022 ຢູ່ນະຄອນຫລວງວຽງຈັນ ເພື່ອຊອກຫາແນວທາງ ໃນການຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ພາກທຸລະກິດ ໄດ້ມີການພັດທະນາ, ປັບປຸງການບໍລິຫານຈັດການ-ບໍລິການ ແລະ ມີສ່ວນຮ່ວມ, ນໍາໃຊ້ທ່າແຮງຂອງຕົນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນ ດາໂຄງການຈຸດສຸມ ເພື່ອຜັກດັນ ແລະ ຂັບເຄື່ອນການພັດທະນາ ເສດຖະກິດດີຈິຕອນ ຂອງປະເທດຢ່າງຍືນຍົງ ແລະ ໝັ້ນຄົງ.
ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດີຈິຕອນ ໄດ້ກ່າວວ່າ: ການຈັດສໍາມະນາຄັ້ງນີ້, ພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລ ການສື່ສານ ແລະ ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສາທາ ລະນະລັດ ເກົາຫລີ ພາຍໃຕ້ການຊ່ວຍເຫລືອລ້າຂອງ ລັດຖະບານ ສາທາລະນະລັດ ເກົາຫລີ ໃນໂຄງການ “ສະໜັບສະໜູນສ້າງສວນອຸທິຍານດີຈິຕອນຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ” ເຊິ່ງເປັນໂຄງການໜຶ່ງ ທີ່ຊ່ວຍສ້າງພື້ນຖານໂຄງລ່າງ ໃນການສ້າງເສດຖະກິດດີຈິຕອນ ແລະ ສະໜັບສະໜູນສົ່ງເສີມ ພາກຫົວໜ່ວຍທຸລະກິດດ້ານໄອຊີທີຢູ່ ສປປ ລາວ ໃຫ້ມີການພັດທະນາ, ປັບປຸງຜະລິດຕະພັນ ຫລື ການບໍລິການ ໃຫ້ມີຄຸນນະພາບ, ມີປະສິດທິພາບສູງ ສາມາດແຂ່ງຂັນ ກັບຕະຫລາດສາກົນໄດ້.
ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມສໍາມະນາຄັ້ງນີ້ ຖືເປັນໂອກາດທີ່ດີ ເພື່ອໃຫ້ບັນດາຜູ້ແທນ ຈາກພາກລັດ ແລະ ເອກະຊົນ ໄດ້ຮັບຟັງກ່ຽວກັບ ທິດທາງຂອງ ພັກ-ລັດຖະບານ ໃນການຫັນເປັນທັນສະໄໝ ກໍຄື ຫັນເປັນດີຈິຕອນ ແລະ ເສດຖະກິດດີຈິຕອນຂອງ ສປປ ລາວ, ແລກປ່ຽນປະສົບການ ຈາກຊ່ຽວຊານເກົາຫລີ ແລະ ການນໍາສະເໜີ ແນວຄວາມຄິດຂອງບັນດາ ນັກທຸລະກິດໃນ ສປປ ລາວ ເພື່ອເປັນແນວທາງ ໃນການພັດທະນາ ເຕັກໂນໂລຊີດີຈິຕອນ ແລະ ສົ່ງເສີມຫົວໜ່ວຍທຸລະກິດໃໝ່ຂອງລາວ ພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ: ການຫັນເປັນດີຈິຕອນຂອງ ສປປ ລາວ ແລະ ແຜນພັດທະນາ ເສດຖະກິດດີຈິຕອນແຫ່ງຊາດ, ວິທະຍາສາດ ແລະ ເຕັກໂນໂລຊີທາງດ້ານທຸລະກິດ ໃນສາທາລະນະລັດ ເກົາຫລີ, ກະສິກໍາທັນສະໄໝ, ການຮັກສາສິ່ງແວດລ້ອມ, AI Solution (ເອໄອ ໂຊລູເຊີນ) ເພື່ອສິ່ງ ແວດລ້ອມ, ຄົນ ແລະ ອະນາຄົດ, ການພັດທະນາລະບົບ ແລະ ນໍາໃຊ້ເຕັກໂນໂລຊີດີຈິຕອນ.
ຂ່າວ: ສຸກສະຫວັດ
ຂໍ້ມູນ: ຄອນສະຫວັນ
KPL