ນໍ້າດື່ມໂລມາຄຳ ເປີດສາຂາຈໍາໜ່າຍ ຢູ່ນະຄອນຫລວງວຽງຈັນ

05/10/2022 14:17
Email Print 955
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ເປີດສາຂາຈໍາໜ່າຍຂາຍສົ່ງ-ຍ່ອຍ ຢູ່ບ້ານຄໍາສະຫວາດ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ພາຍຫລັງໄດ້ເປີດສາຂາ ຈໍາໜ່າຍຢູ່ຫລາຍແຂວງ ແລະ ມີຕົວແທນຈໍາໜ່າຍ ຢູ່ເກືອບທົ່ວປະເທດ ໃນຫລາຍປີຜ່ານມາ.

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ໄດ້ເປີດສາຂາຈໍາໜ່າຍຂາຍສົ່ງ-ຍ່ອຍ ຢູ່ບ້ານຄໍາສະຫວາດ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ພາຍຫລັງໄດ້ເປີດສາຂາ ຈໍາໜ່າຍຢູ່ຫລາຍແຂວງ ແລະ ມີຕົວແທນຈໍາໜ່າຍ ຢູ່ເກືອບທົ່ວປະເທດ ໃນຫລາຍປີຜ່ານມາ.

ປັດຈຸບັນ, ຜະລິດຕະພັນນໍ້າດື່ມບໍລິສຸດໃນ ສປປ ລາວ ມີໜ້ອຍທີ່ສຸດ​ທີ່​ຈະໄດ້ຮັບການຢັ້ງຢືນມາດຕະຖານ ຄວາມປອດໄພດ້ານອາຫານ ແລະ ເຄື່ອງດື່ມຈາກສາກົນ (ISO, GMP…) ເຊິ່ງກ່ອນຈະໄດ້ໂຄງສ້າງອາຄານ ໂຮງງານຕ້ອງໄດ້ມາດຕະຖານ ມີລະບົບຄວບຄຸມການຜະລິດ, ການກວດກາຄຸນນະພາບ ດ້ວຍເຄື່ອງຈັກທີ່ທັນສະໄໝ ມີຄວາມສະອາດປອດໂປ່ງ ມີສະພາບແວດລ້ອມທີ່ດີ, ຄ່າເຄມີຂອງນໍ້າຕ້ອງສະແດງອອກ ຢູ່ຂ້າງຂວດຢ່າງຈະ ແຈ້ງຊັດເຈນ ​ແລະ ຄົບຖ້ວນຕາມເງື່ອນ ອົງການສາກົນກຳນົດ, ​ໃນ​ນັ້ນ ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ​ແມ່ນໄດ້ຮັບຢັ້ງຢືນມາດຕະຖານ ຄວາມປອດໄພ ດ້ານເຄື່ອງດື່ມຈາກສາກົນ (ISO 22000) ແຕ່ປີ 2015, ​ເຊິ່ງຜູ້ບໍລິໂພກຈໍານວນ ຫລາຍຫັນມາໃຫ້ຄວາມສົນໃຈ.

ສຳ​ລັບ ອົງປະກອບ ແລະ ຄວາມເປັນມາຂອງຄໍາວ່າ ມາດຕະຖານສາກົນ ເຈົ້າຂອງໂຮງງານນໍ້າດື່ມ ບາງແຫ່ງຍັງບໍ່ທັນ ໃຫ້ຄວາມສໍາຄັນ ລວມທັງຜູ້ບໍລິໂພກສ່ວນຫລາຍ ກໍບໍ່ ສັງເກດ ວ່າ ນໍ້າດື່ມປະ​ເພດ​ໃດ​ທີ່ໄດ້ຮັບຢັ້ງຢືນ ຄຸນນະພາບ ຈາກອົງການສາກົນ ແລະ ຍັງມີ​ໂຮງງານ​ຜະລິດໜ້ອຍ ແຫ່ງທີ່ຍົກເອົາຄໍາວ່າ ໄດ້ມາດຕະຖານກາໝາຍ ແຫ່ງຊາດລາວ ມາເປັນຈຸດເດັ່ນ.

ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ຕັ້ງຢູ່ບ້ານລັດຕະນະລັງສີໃຕ້ ນະ ຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ເປັນນໍ້າດື່ມຂອງຄົນລາວ ທີ່ຄົນລາວເປັນເຈົ້າຂອງ 100%, ພາກສ່ວນ​ໃດ​ ຫາ​ຕ້ອງການສັ່ງຊື້ ຫລື ເປັນຕົວແທນຈໍາໜ່າຍສາມາດ ສອບຖາມໄດ້ທີ່ເບີ 030 4757546-030 9492136.

ຂໍ້​ມູນ-ພາບ: ​ແກ້ວ​ນິລັນ

KPL

ຂ່າວອື່ນໆ

ads
ads

Top