ໂອເປັກ+ ຈະຫລຸດກຳລັງການຜະລິດວັນລະ2ລ້ານຖັງ

05/10/2022 18:04
Email Print 366
ຂປລ ສະມາຊິກ 13ປະ​ເທດ ຂອງ​ກຸ່ມ​ປະ​ເທດ ຜູ້​ສົ່ງ​ອອກ​ ນ້ຳມັນ (OPEC+)ນຳ​ໂດຍ ອາຣັບບີ ຊາ​ອຸ​ດິດ ​ແລະ​ ພັນທະ​ມິດ ລວມທັງ ຣັດ​ເຊຍ ຈະ​ຈັດ​ກອງ​ປະຊຸມ ​ປຶກສາ​ຫາລື​ກັນ​ ຄັ້ງທຳ​ອິດ ນັບ​ຈາກ​ ເດືອນ​ມີນາ ​ປີ2020 ຢູ່​ສຳນັກງານ​ໃຫຍ່ ນະຄອນຫລວງ​ ວຽນ ປະ​ເທດ​ໂອ​ຕຣິດ ​ເພື່ອ​ຫລຸດ ​ກຳລັງ​ການ​ຜະລິດ ສູງ​ເຖິງ ​ວັນ​ລະ 2ລ້ານ​ຖັງ ​ໃນ​ເດືອນ​ພະຈິກ

ຂປລ.ຕາມ​ຂ່າວ​ຈາກ ​ບລູມ​ເບີຣກ ,ວັນ​ທີ5 ​ຕຸລາ​ນີ້,ສະມາຊິກ 13ປະ​ເທດ ຂອງ​ກຸ່ມ​ປະ​ເທດ ຜູ້​ສົ່ງ​ອອກ​ ນ້ຳມັນ (OPEC+)ນຳ​ໂດຍ ອາຣັບບີ ຊາ​ອຸ​ດິດ ​ແລະ​ ພັນທະ​ມິດ ລວມທັງ ຣັດ​ເຊຍ ຈະ​ຈັດ​ກອງ​ປະຊຸມ ​ປຶກສາ​ຫາລື​ກັນ​ ຄັ້ງທຳ​ອິດ ນັບ​ຈາກ​ ເດືອນ​ມີນາ ​ປີ2020 ຢູ່​ສຳນັກງານ​ໃຫຍ່ ນະຄອນຫລວງ​ ວຽນ ປະ​ເທດ​ໂອ​ຕຣິດ ​ເພື່ອ​ຫລຸດ ​ກຳລັງ​ການ​ຜະລິດ ສູງ​ເຖິງ ​ວັນ​ລະ 2ລ້ານ​ຖັງ ​ໃນ​ເດືອນ​ພະຈິກ ຫລື 2​ເທົ່າ ທີ່​ມີ​ການ ​ຄາດ​ການ​ໄວ້ ລາຄາ ​ນ້ຳມັນ​ໂລກ ​ເຄີຍ​ປັບ​ຂຶ້ນ ​ຮອດ​ຖັງ​ລະ 140 ​ໂດ​ລາ​ ສະຫະລັດ ​ໃນ​ທ້າຍ​ເດືອນ​ກຸມພາ ​ແຕ່​ຫລັງ​ຈາກ​ນັ້ນ ກໍ່​ຫລຸດ​ລົງ ຢ່າງ​ຕໍ່​ເນື່ອງ ​ເຫລືອ​ຕ່ຳ​ກວ່າ ຖັງ​ລະ 90​ໂດ​ລາ​ ສະຫະລັດ ​ໃນ​ປັກ​ຈຸ​ບັນ ຍ້ອນ​ເສດຖະກິດ​ໂລກ ຂະຫຍາຍຕົວ​ ຊ້າ​ລົງ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top