ຊຳຊຸງ ຕັ້ງເປົ້າຜະລິດຊິບເພີ່ມຂຶ້ນກວ່າ3ເທົ່າພາຍໃນປີ2027

05/10/2022 17:55
Email Print 433
ຂປລ ຊຳ​ຊຸງ​ ເອ​ເລັກ​ໂຕຣນິກ(Samsung Electronics) ບໍລິສັດ ຜະລິດຊິບ ໃຫຍ່ອັນດັບ2 ຂອງໂລກ ຖັດຈາກ ໄຕ້ຫວັນ ຂອງ​ຈີນ (Taiwan company semiconductor Manufacturing (TSMC) ຕັ້ງ​ເປົ້າໝາຍ ​ເພີ່ມ​ກຳລັງ ຜະລິດ​ຊິ​ບ ເຕັກໂນ ໂລຢີ ຂັ້ນສູງ 2 nanometers (nm) ຈຳນວນ​ຫລາຍ ​ໃຫ້​ໄດ້ ​ພາຍ​ໃນປີ 2025 ແລະ ຜະລິດຊິບ 1.4 nm ຫລາຍຂຶ້ນ 3​ເທົ່າ ພາຍໃນປີ 2027

ຂປລ.ຕາມ​ຂ່າວ​ຈາກ ຣອຍ​ເຕີ,ວັນ​ທີ4 ຕຸລາ​ນີ້,ຊຳ​ຊຸງ​ ເອ​ເລັກ​ໂຕຣນິກ (Samsung Electronics) ບໍລິສັດ ຜະລິດຊິບ ໃຫຍ່ອັນດັບ2 ຂອງໂລກຖັດຈາກໄຕ້ຫວັນຂອງ​ຈີນ (Taiwan companysemiconductor Manufacturing (TSMC) ຕັ້ງ​ເປົ້າໝາຍ ​ເພີ່ມ​ກຳລັງ ຜະລິດ​ຊິ​ບ ເຕັກໂນໂລຢີຂັ້ນສູງ 2 nano meters (nm) ຈຳນວນ​ຫລາຍ ​ໃຫ້​ໄດ້ ​ພາຍ​ໃນປີ2025 ແລະຜະລິດຊິບ 1.4 nm ຫລາຍຂຶ້ນ3​ເທົ່າ ພາຍໃນປີ 2027 ເພື່ອໃຊ້ໃນແອັບພລິເຄຊັນ ຕ່າງໆ (application)ເຊັ່ນ: ຄອມພິວເຕີ ຂັ້ນສູງ ແລະປັນຍາ ປະດິດ. ຂະນະ​ທີ່ ບໍລິສັດ ຊຳ​ຊຸງ ພວມ​ຂຶ້ນ​ລາຄາ​ ສິນຄ້າ ​ໃນ​ປີ​ນີ້ ຕາມ​ລາຄາ​ ຕົ້ນທຶນ ຄຳ​ສັ່ງ​ຊື້ ​ໃໝ່ ທີ່​ໄດ້​ມາ ​ໃນ​ຂະນະ​ນີ້ ກວ່າ​ຈະ​ຕ້ອງ​ ລໍຖ້າ​ອີກ 2-3ປີ ດັ່ງນັ້ນ ຜົນ​ກະທົບ ​ໂດຍ​ກົງ ຈາກ​ສະພາວະ ​ເສດຖະກິດ ປັດຈຸບັນ ຈຶ່ງ​ມີບໍ່​ຫລາຍ./. (ພາກ​ຂ່າວ: ​ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

KPL

ຂ່າວອື່ນໆ

ads
ads

Top