ມະຫະກໍາ ມະຫາກໍາ

05/10/2022 09:38
Email Print 881
ຂປລ ໃນການຂຽນ-ເວົ້າ ພາສາລາວເຮົາ ຍັງບໍ່ປາສະຈາກໄດ້ ໃນຄວາມບໍ່ເອກະພາບ ຈໍານວນໜຶ່ງ ຊຶ່ງຜ່ານມາ ໄດ້ມີ ຄວາມພະຍາຍາມ ຫາຈຸດເອກະພາບ ມີທັງພາກວິຊາການ ລັດ-ເອກະຊົນ ຈັດ ສໍາມະນາຊອກຫາ ທາງອອກ ແລະ ມີການແລກປ່ຽນຖົກຖຽງ ໃນສັງຄົມເປັນວົງເລັກວົງນ້ອຍ ເປັນໄລຍະ, ໜຶ່ງໃນບັນດາ ຫລາຍໆຄໍາ ມີຮູບຄໍາທີ່ຍົກມາເປັນຫົວຂໍ້ບົດນີ້ .


          ໃນການຂຽນ-ເວົ້າ ພາສາລາວເຮົາ ຍັງບໍ່ປາສະຈາກໄດ້ ໃນຄວາມບໍ່ເອກະພາບ ຈໍານວນໜຶ່ງ ຊຶ່ງຜ່ານມາໄດ້ມີ ຄວາມພະຍາຍາມ ຫາຈຸດເອກະພາບ ມີທັງພາກວິຊາການ ລັດ-ເອກະຊົນ ຈັດ ສໍາມະນາຊອກຫາທາງອອກ ແລະ ມີການແລກປ່ຽນຖົກຖຽງ ໃນສັງຄົມເປັນວົງເລັກວົງນ້ອຍ ເປັນໄລຍະ, ໜຶ່ງໃນບັນດາຫລາຍໆຄໍາ ມີຮູບຄໍາທີ່ຍົກມາເປັນຫົວຂໍ້ບົດນີ້ .

          ການສໍາມະນາວິຊາການ, ພາຍໃຕ້ຫົວຂໍ້ ການນໍາໃຊ້ພາສາລາວ ໃນສື່ມວນຊົນຈັດຂຶ້ນທ້າຍປີ 2018ທີ່ຜ່ານມາ ຢູ່ນະຄອນຫລວງວຽງຈັນ ເຄີຍຍົກຂຶ້ນມາ ໃຫ້ເຫັນວ່າ ຄໍາດັ່ງກ່າວຍັງບໍ່ທັນ ເອກະພາບແທ້ໃນການໃຊ້ຕົວຈິງ, ໂດຍສະເພາະໃນສື່ມວນຊົນ, ບາງພາກສ່ວນ ກໍ່ສະກົດເປັນ ມະຫະກໍາ, ບາງພາກສ່ວນກໍ່ສະກົດເປັນ ມະຫາກໍາ, ທັງທີ່ຈຸດປະສົງ ເພື່ອສ່ອງແສງ ເຫດການອັນດຽວ ກັນ ເປັນຕົ້ນການແຂ່ງຂັນກິລາ.

          ການສໍາມະນາ ໄດ້ຍົກໃຫ້ເຫັນຮູບຄໍາໃນວັດຈະນານຸກົມພາສາລາວ 2 ຫົວ ຄື:  ຄົ້ນຄວ້າ, ຮິບໂຮມ ແລະ ຮຽບຮຽງໂດຍທ່ານ ດຣ ທອງຄໍາ ອ່ອນມະນີສອນ (ພິມປີ 2008) ກໍານົດ: ມະຫະກໍາ ເປັນຄໍານາມ, ມີເຄົ້າມາຈາກພາສາປາລີ ໝາຍເຖິງການສະຫລອງ, ການບູຊາ. ວັດຈະນານຸກົມພາສາລາວຄົ້ນຄວ້າ-ຮິບໂຮມ-ຮຽບຮຽງ ແລະ ຈັດພິມໂດຍສະຖາບັນ ຄົ້ນຄວ້າວິທະຍາສາດ ສັງຄົມ ແຫ່ງຊາດ (ພິມປີ 2012) ກໍານົດ: ມະຫາກໍາ  ເປັນຄໍານາມ, ໝາຍເຖິງ ການສະຫລອງ, ການບູຊາ. ການສະຫລຸບເບື້ອງຕົ້ນ ຂອງບັ້ນສໍາມະນາເວລານັ້ນ ໃຫ້ເຫັນວ່າການນໍາໃຊ້ ສ່ວນຫລາຍ ແມ່ນ ຮູບຄໍາ: ມະຫາກໍາ .

          ໃນຊີວິດສັງຄົມຕົວຈິງ ຕາມການສຶກສາ ແລະ ຕິດຕາມມາຫລາຍປີ ໃນສອງກຸ່ມ (ໂດຍພື້ນຖານ) ທີ່ໃຊ້ຮູບຄໍາທີ່ຍົກຂຶ້ນນີ້ ລ້ວນແຕ່ມີຄໍາອະທິບາຍ ແລະ ຊີ້ແຈງທີ່ມີເຫດຜົນທັງສອງ ເຊິ່ງ ຄໍານີ້ ໃນເວລາທີ່ປະເທດເຮົາ ເປັນເຈົ້າພາບຈັດການແຂ່ງຂັນ ກິລາພາກພື້ນອາຊີ ຕາເວັນອອກສຽງໃຕ້ ຫລື ອາຊຽນຄັ້ງທີີ 25 ໃນປີ 2009 ໃນໄລຍະຕົ້ນ ທີ່ມີການກະກຽມ ກໍ່ມີການຖົກຖຽງກັນ ພໍ ສົມຄວນ ໃນການຈະໃຊ້ ມະຫາກໍາ ຫລື ມະຫະກໍາ ເຊິ່ງການສະຫລຸບ ເພື່ອໃຫ້ມີຄວາມເອກະພາບ ໃນເວລານັ້ນແມ່ນ ມະຫະກໍາ.... ເຖິງຢ່າງໃດກໍ່ດີ ສະພາບການ ແຕ່ລະໄລຍະອາດ ຈະມີການປ່ຽນ ແປງ ໄປຕາມກະແສ ຄວາມຮຽກຮ້ອງຕ້ອງການ ຕົວຈິງສັງຄົມ ຫລື ຜ່ານການຂູດເກົາເຂົ້າເລິກທາງດ້ານວິຊາການ.  ທ້າຍປີນີ້ກໍ່ຈະມີການແຂ່ງຂັນ ກິລາຂະໜາດ ໃຫຍ່ລະດັບຊາດ ຢູ່ແຂວງຊຽງ ຂວາງ ທີ່ເລື່ອນມາຫລາຍປີ ຍ້ອນສະພາບລະບາດ ຂອງໂຄວິດ19, ຫາງສຽງຕໍ່ຄໍາທີ່ຍົກຂຶ້ນ ກັບຄືນມາໃຫ້ເຫັນອີກ. ຫລາຍຄົນ ຍັງລໍຖ້າຟັງຄໍາເຫັນ ບັນດາວິຊາການ ສະເພາະດ້ານ (ພາສາສາດ-ພາ ສາລາວ)ຢູ່.

          ດັ່ງນັ້ນ,​ຈຶ່ງນໍາມາເພື່ອພິຈາລະນານໍາກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.


* ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top