ສປປ ລາວເປີດ 11 ດ່ານບໍລິການແຈ້ງພາສີປະຕູດຽວ

05/10/2022 09:28
Email Print 1198
ຂປລ ສປປ ລາວ ແມ່ນຫນຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ໄດ້ປະກາດເປີດນໍາໃຊ້ ລະບົບ ແຈ້ງພາສີປະຕູດຽວ ລະຫວ່າງປະເທດ ເພື່ອຮັບປະກັນ ການບໍລິການ ໃຫ້ມີປະສິດທິຜົນວ່ອງໄວ, ປະຢັດເວ ລາ, ມີຄວາມໂປ່ງໄສ,ຍຸຕິທໍາ, ຫລຸດຜ່ອນຂັ້ນຕອນຕ່າງໆ.


ສປປ ລາວ ແມ່ນຫນຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ໄດ້ປະກາດເປີດນໍາໃຊ້ ລະບົບແຈ້ງພາສີປະຕູດຽວ ລະຫວ່າງປະເທດ ເພື່ອຮັບປະກັນ ການບໍລິການ ໃຫ້ມີປະສິດທິຜົນວ່ອງໄວ, ປະຢັດເວລາ, ມີຄວາມ ໂປ່ງໄສ,ຍຸຕິທໍາ, ຫລຸດຜ່ອນຂັ້ນຕອນຕ່າງໆ.

ດັ່ງທີ່ຮູ້ປະເທດເຮົາມີປະຊາກອນພຽງແຕ່ 7 ລ້ານຄົນ,ມີຊາຍແດນຕິດຈອດ-ເຊື່ອມໂຍງ ກັບບັນດາປະເທດ ເພື່ອນມິດອອ້ມຂ້າງຄື: ສປ ຈີນ, ສສ.ຫວຽດນາມ, ກໍາປູເຈຍ, ມຽນມາ, ໄທ ລວມທັງເຊື່ອມໂຍງ-ເຊື່ອມຕໍ່ກັບ ພາກພື້ນ, ສາກົນ ແລະ ວົງຄະນະຍາດແຫ່ງຊາດ ເຊິ່ງນັ້ນໄດ້ກາຍເປັນທ່າແຮງສໍາຄັນ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົນ, ການຄ້າ, ການລົງທຶນ, ການຄົມມະນາຄົມ,ການບໍລິການ, ການທ່ອງທ່ຽວ ແລະ ອື່ນໆ.

ແນວໃດກໍດີ ແຂວງຈໍາປາສັກແມ່ນໜຶ່ງໃນຫລາຍແຂວງນອນຢູ່ພາກໃຕ້ຂອງ ສປປ ລາວໄດ້ປະກາດຫວ່າງບໍ່ດົນມານີ້: ແຂວງດັ່ງກາວຈະເປີດນໍາໃຊ້ ລະບົບແຈ້ງພາສີ ປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າ ເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດ ຜ່ານດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີປະ ຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນໜອງນົກຂຽນ ເລີ່ມແຕ່ວັນທີ 23 ກັນຍາ 2022 ເປັນຕົ້ນໄປ.

ອີງຕາມແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window) ເຂົ້າສູ່ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າ ເພື່ອສົ່ງອອກ ຕໍ່ສໍາລັບສິນຄ້າ, ເຄື່ອງຂອງທຸກໆປະເພດ ຢູ່ທີ່ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີ ປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີ ສາກົນໜອງນົກຂຽນ ແຂວງຈໍາປາສັກ ເລກທີ 2699/ຫກ, ລົງວັນທີ 22 ກັນຍາ 2022. ດັ່ງລາຍລະອຽດຕໍ່ໄປນີ້: 

1. ນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window “LNSW”) ໃນການຄຸ້ມຄອງ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາເຂົ້າ ເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງ ຂອງທຸກປະເພດ ຜ່ານດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີ ປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີ ສາກົນໜອງນົກຂຽນ, ແຂວງຈໍາປາສັກ (ລວມທັງສິນຄ້າ ປະເພດຍົກເວັ້ນ ຫຼື ງົດເກັບພາສີ)  ໄດ້ເລີ່ມ ແຕ່ວັນທີ 23 ກັນຍາ 2022 ຜ່ານມານີ້; 2. ໃຫ້ບັນດາຜູ້ປະກອບການທັງໝົດ ທີ່ນໍາເຂົ້າ-ສົ່ງອອກ, ຜ່ານແດນສາກົນ ແລະ ນໍາເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດສິນຄ້າ, ເຄື່ອງຂອງ ຊໍາລະຄ່າພາສີ, ອາກອນ ແລະ ພັນທະອື່ນໆ ພ້ອມທັງຄ່າທໍາ ນຽມ ແລະ ຄ່າບໍລິການ ຂອງຂະແໜງການກ່ຽວຂ້ອງ ແບບລວມສູນ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກ ຂອງທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ ແລະ ທະນາຄານ ພັດທະນາລາວ ເຊັ່ນ: ລະບົບ Smart tax, i-Banking, BCEL One Corporate Banking, ເງິນໂອນ ແລະ ເງິນແຊັກ ຕາມລະບຽບການທີ່ກ່ຽວຂ້ອງ;3. ໃຫ້ບໍລິສັດຮ່ວມພັດທະນາ ລະບົບແຈ້ງ ພາສີປະຕູດຽວແຫ່ງຊາດ ຈັດເກັບຄ່າບໍລິການ ນໍາໃຊ້ລະບົບດັ່ງກ່າວ ໃນອັດ ຕາ 120.000 ກີບ (ໜຶ່ງແສນຊາວພັນກີບ) ຕໍ່ການແຈ້ງພາສີ ເປັນລາຍລະອຽດ 1 ຊຸດ ຕາມທີ່ກໍານົດໄວ້ໃນສັນຍາ ສໍາປະທານໂຄງການ ຊຶ່ງບໍ່ ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທໍານຽມ ແລະ ຄ່າບໍລິການ ຂອງຂະແໜງ ການທີ່ກ່ຽວ ຂ້ອງ;4. ສໍາລັບຜູ້ປະກອບການ ທີ່ຍັງບໍ່ທັນໄດ້ລົງທະບຽນ ແລະ ຝຶກອົບຮົມການນໍາໃຊ້ ລະບົບແຈ້ງພາສີ ປະຕູດຽວແຫ່ງຊາດ ນັ້ນ ໃຫ້ຮີບຮ້ອນດໍາເນີນ ຂັ້ນຕອນການລົງທະບຽນ, ອອກລະຫັດຜູ້ນໍາໃຊ້ໂດຍດ່ວນ ກ່ອນວັນທີ 23 ກັນຍາ 2022.ເລີ່ມແຕ່ວັນທີ 23 ກັນຍາ 2022 ເປັນຕົ້ນໄປ ການນໍາເຂົ້າ-ສົ່ງອອກ, ການຜ່ານແດນສາກົນ ແລະ ການນໍາ ເຂົ້າເພື່ອສົ່ງອອກຕໍ່ ສໍາລັບສິນຄ້າ, ເຄື່ອງຂອງທຸກປະເພດ (ລວມທັງສິນຄ້າ ປະເພດຍົກເວັ້ນ ຫລຶ ງົດເກັບພາສີ) ຜ່ານ ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີ ປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນ ໜອງ ນົກຂຽນ, ແຂວງຈໍາປາສັກ ຕ້ອງດໍາເນີນການແຈ້ງພາສີ ເປັນລາຍລະອຽດ ຜ່ານລະບົບແຈ້ງພາສີ ປະຕູດຽວແຫ່ງຊາດທັງໝົດ.

ປັດຈຸບັນ, ດ່ານພາສີສາກົນ ແລະ ຫ້ອງການພາສີປະຈຳເຂດ ທີ່ສາມາດນຳໃຊ້ລະບົບ ແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ມີທັງໝົດ 11 ດ່ານ, ປະກອບມີ: ດ່ານພາສີສາກົນ ຂົວມິດຕະພາບ I, ດ່ານ ພາສີສາກົນ ຂົວມິດ ຕະພາບ II, ດ່ານພາສີສາກົນ ຂົວມິດຕະພາບ III, ດ່ານພາສີສາກົນນາເພົ້າດ່ານພາສີສາກົນ ແດນສະຫວັນ, ຫ້ອງການພາສີ ປະຈໍາເຂດເສດຖະກິດ ສະເພາະທ່າແຂກ, ດ່ານພາສີສາກົນບໍ່ເຕ່ນ, ຫ້ອງ ການພາສີ ປະຈໍາເຂດເສດຖະກິດພິ ເສດ ສະຫວັນ-ເຊໂນ,​ ດ່ານພາສີສາກົນວັງເຕົ່າ, ຫ້ອງການພາສີ ປະຈໍາທ່າບົກວັງເຕົ່າ ແລະ ດ່ານພາສີສາກົນຫນອງນົກຂຽນ.

ໂດຍ:ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top