ຍອດຈຳນວນການຂົນສົ່ງ ສິນຄ້າທາງນໍ້າ ຢູ່ ຈີນ ເພີ່ມຂຶ້ນ 4,9%

05/10/2022 15:52
Email Print 285
ຂປລ ກະຊວງ ຄົມມະນາຄົມ ຂອງຈີນ ເປີດເຜີຍວ່າ: ໃນໄລຍະເດືອນ ມັງກອນ ຫາ ເດືອນສິງຫາ ປະລິມານ ການຂົນສົ່ງ ສິນຄ້າ ທາງນໍ້າຂອງ ຈີນ ຫລາຍກວ່າ 5,57 ພັນລ້ານໂຕນ, ເພີ່ມຂຶ້ນ 4,9% ເມື່ອທຽບໃສ່ປີຕໍ່ປີ

ຂປລ.ອ້າງ​ຕາມ​ ແຫ​ລ່ງຂ່າວ ຊິນ​ຮວາ​ຂອງ ຈີນ, ວັນທີ 3 ເດືອນຕຸລາ, ກະຊວງ​ ຄົມ​ມະນາ​ຄົມ ຂອງ​ຈີນ ​ເປີດ​ເຜີຍ​ວ່າ: ໃນ​ໄລຍະ​ເດືອນ ມັງກອນ ຫາ ​ເດືອນ​ສິງຫາ ປະລິມານ​ ການ​ຂົນ​ສົ່ງ ສິນຄ້າ ​ທາງ​ນໍ້າຂອງ ຈີນ ​ ຫລາຍ​ກວ່າ 5,57 ພັນ​ລ້ານ​ໂຕນ, ເພີ່ມ​ຂຶ້ນ 4,9%  ເມື່ອ​ທຽບໃສ່​ປີ​ຕໍ່​ປີ  ໂດຍສະເພາະ ເດືອນສິງຫາ, ແຂວງ​ຫູ​ເປຍ ທາງ​ພາກ​ກາງ​ ບັນລຸ 731,69 ລ້ານ​ໂຕນ, ຖ້າທຽບໃສ່ບັນດາແຂວງ, ເພີ່ມຂຶ້ນ 24,3 % ​ເມື່ອ​ທຽບໃສ່ປີ​ຕໍ່​ປີ ​ໃນ​ໄລຍະ 8 ​ເດືອນທຳ​ອິດ, ຖັດມາ​ແມ່ນ​ແຂ​ວງ ຫລຽວຫນິງ ທາງພາກ ​ຕາ​ເວັນອອກ​ສ່ຽງ​ເໜືອ ​ແລະ ​ແຂວງ​ໄຫ່ໜານ (​ໄຫ​ຫລໍາ) ທາງ​ພາກ​ໃຕ້ ​ຂອງ​ປະ​ເທດ ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top