ຂປລ
ຂປລ.ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022, ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ໄດ້ໄຂກອງປະຊຸມສະໄໝສາມັນ ເທືອທີ່ 5 ເພື່ອປຶກສາຫາລືບັນຫາທີ່ມີຄວາມສຳຄັນ ພ້ອມທັງສະ ຫລຸບຕີລາຄາການເຄື່ອນໄຫວ ປະຕິບັດວຽກງານປະຈຳໄຕມາດ III
ຂປລ.ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022, ຄະນະກຳມະການ ໄອຍະການປະຊາຊົນສູງສຸດ ຊຸດທີ II ໄດ້ໄຂກອງປະຊຸມສະໄໝສາມັນ ເທືອທີ່ 5 ເພື່ອປຶກສາຫາລືບັນຫາທີ່ມີຄວາມສຳຄັນ ພ້ອມທັງສະ ຫລຸບຕີລາຄາການເຄື່ອນໄຫວ ປະຕິບັດວຽກງານປະຈຳໄຕມາດ III ແລະ ແຜນການໄຕມາດ IV/2022 ເປັນຕົ້ນ ການປັບປຸງກົງຈັກການຈັດຕັ້ງ, ບັນຫາງົບປະມານ, ບັນຫາທາງດ້ານກົດໝາຍ ໃນການຕິດຕາມກວດກາການດຳເນີນຄະດີແພ່ງ, ຄະດີອາຍາ ແລະ ການຕິດຕາມກວດກາການປະຕິບັດໂທດ ເພື່ອນຳໄປປຶກສາຫາລືຮ່ວມກັບສານປະຊາຊົນສູງສຸດ. ໃຫ້ກຽດເປັນປະທານ ຂອງ ສະຫາຍໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານຄະນະກຳມະການໄອຍະການປະຊາຊົນສູງສຸດ, ມີບັນດາຮອງປະທານຄະນະກຳມະການ ໄອຍະການປະຊາຊົນສູງສຸດ ແລະ ບັນດາຄະນະກຳມະການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ຍັງມີການປຶກສາຫາລືການອອກລາຍການ ລັດ ແລະ ກົດໝາຍ ຂອງໂທລະພາບແຫ່ງຊາດລາວ, ການແບ່ງຄວາມຮັບຜິດຊອບຊີ້ນໍາ ອົງການໄອຍະການປະຊາຊົນທ້ອງຖີ່ນ ຂອງບັນດາຫ້ອງ ການ, ຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ພ້ອມທັງຕີລາຄາວຽກງານໃນໄລຍະສາມເດືອນຜ່ານມາ ກໍຄືການປະຕິບັດໜ້າທີ່ຂອງຄະນະກຳມະການໄອຍະການປະຊາຊົນສູງສຸດ ມີຄວາມພົ້ນເດັ່ນ ໂດຍເຫັນວ່າ ໄດ້ປະຕິບັດລະບອບປະຊຸມຕົກລົງບັນຫາສຳຄັນ ເປັນປົກກະຕິ, ຮັບປະກັນການປະຕິບັດຕາມຫລັກການລວມສູນ ປະຊາທິປະໄຕ, ພະນັກ ງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ມີຄວາມສາມັກຄີ, ການແກ້ໄຂວຽກງານວິຊາສະເພາະ ເປັນຕົ້ນ ການແກ້ໄຂຄະດີ ບັນລຸຕົວເລກລະດັບຄາດໝາຍວາງໄວ້, ການສ້າງກົນໄກປະສານງານກັບອົງການສືບສວນ-ສອບສວນ ເຊັ່ນ ກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ອົງການອື່ນ. ສຳລັບການສ້າງຕັ້ງອົງການໄອຍະການເຂດປະຈຳເມືອງ ແມ່ນຄວາມຕ້ອງການອັນຈຳເປັນພາວະວິໄສ, ການຫັນພະນັກງານລົງສູ່ຮາກຖານ ໄດ້ມີບາດກ້າວໃໝ່, ອັນໄດ້ເຮັດໃຫ້ວຽກງານອົງການໄອຍະການປະຊາຊົນ ເຕີບໃຫຍ່, ເຂັ້ມແຂງ, ໜັກແໜ້ນ ແລະ ມີຜົນສຳເລັດ.
ໃນໂອກາດດັ່ງກ່າວ ສະຫາຍ ປະທານຄະນະກຳມະການ ໄອຍະການປະຊາຊົນສູງສຸດ ໄດ້ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ, ປັບປຸງກົງຈັກການຈັດຕັ້ງ, ປັບປຸງແບບແຜນວິທີນຳພາ-ແບບແຜນວິທີເຮັດວຽກ, ວຽກງານວິຊາສະເພາະ ໂດຍສະເພາະ ວຽກງານຕິດຕາມກວດກາທົ່ວໄປ, ສ້າງກົນໄກປະສານງານ ໃຫ້ໂລ່ງລ່ຽນ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍຄະນະກຳ ມະການໄອຍະການປະຊາຊົນສູງສຸດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຊີ້ນໍາ-ນໍາພາ ຊຶ່ງກ່ອນອື່ນໝົດ ຕ້ອງເພີ່ມທະວີການເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍອື່ນທີ່ກ່ຽວຂ້ອງ, ເປັນແບບຢ່າງຕັ້ງໜ້າໃນການປະຕິບັດ ສິດ ແລະ ໜ້າທີ່ ແລະ ຕາມຄວາມຮັບຜິດຊອບຂອງຕົນ ມີຜົນສໍາເລັດ, ເຮັດໃຫ້ອົງການໄອຍະການປະຊາຊົນນັບມື້ ໄດ້ມີການພັດທະນາ, ຍົກສູງຄຸນນະພາບຂອງການດໍາເນີນຄະດີ ຕາມຂະບວນການຍຸຕິທໍາ, ເພີ່ມທະວີວຽກງານຕິດຕາມກວດກາຂອງ ອົງການໄອຍະການປະຊາຊົນ, ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມສະຫງົບ ແລະ ຄວາມເປັນລະບຽນຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາ ປະ ເທດຊາດມີຄວາມຈະເລີນຢ່າງບໍ່ຢຸດຢັ້ງ.
KPL