ຄູ ບໍ່ພຽງແຕ່ສິດສອນ ສົ່ງຄວາມຮູ້ໃຫ້ ນັກຮຽນ ແຕ່ຍັງເປັນແບບຢ່າງທີດີ

04/10/2022 17:06
Email Print 844
ຂປລ ຂປລ. ພັກ, ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສົ່ງເສີມວຽກງານການສຶກສາ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄື ການພັດທະນາ ແລະ ສົ່ງເສີມວຽກງານການສິດສອນ

    ຂປລ. ພັກ, ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ສົ່ງເສີມວຽກງານການສຶກສາ ແລະ ຖືເອົາຄູສອນເປັນກົກ ໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄື ການພັດທະນາ ແລະ ສົ່ງເສີມວຽກງານການສິດສອນ ໂດຍສະເພາະ ການເພີ່ມທັກສະຄວາມຮູ້ໃຫ້ແກ່ຄູ ເຊັ່ນ: ຝຶກອົບຮົມໃນຫົວຂໍ້ຕ່າງໆ, ທັງເອົາໃຈໃສ່ຕິດຕາມກວດກາ ສະພາບການຮຽນ-ການສອນຂອງຄູເປັນປະຈຳ ເຊິ່ງຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ໃນພາລະກິດສ້າງສາພັດທະນາປະ ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າຄູແມ່ນແມ່ພິມຂອງຊາດ.
   ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2022 ຄົບຮອບ 28 ປີ, ທ່ານ ສຸກພະໄຊ ວໍລະບຸດ ຜູ້ອຳນວຍການໂຮງຮຽນ ມັດທະຍົມສຶກສາສົມບູນດອນໜູນ ໄດ້ໃຫ້ສຳພາດຕໍ່ກັບນັກຂ່າວສຳນັກຂ່າວ ສານປະເທດລາວ ວ່າ: 20 ກວ່າປີແຫ່ງຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ກໍຄື ໜໍ່ແໜງຂອງຊາດ ຕົນເອງໄດ້ສຸມທຸກສະຕິປັນຍາ ເຂົ້າໃນການສິດສອນ ເພື່ອເຮັດໃຫ້ນັກຮຽນເປັນນັກຮຽນດີ-ຮຽນເກັ່ງ
, ມີຄວາມຮູ້-ຄວາມສາມາດ ກາຍເປັນຄົນດີຂອງສັງຄົມ. ຄູ ບໍ່ພຽງແຕ່ມີບົດບາດສິດສອນສົ່ງຄວາມຮູ້ໃຫ້ນັກຮຽນເທົ່ານັ້ນ ແຕ່ຄູຍັງເປັນແບບຢ່າງທີດີໃນການດຳລົງຊີວິດ, ການປະຕິບັດໜ້າທີ່ວຽກງານ ແລະ ການປະຕິບັດກົດລະບຽບຕ່າງຂອງໂຮງຮຽນ, ລວມທັງກົດໝາຍຕ່າງໆຂອງລັດ; ທັງນີ້, ເພື່ອເປັນຕົວແບບທີ່ດີໃຫ້ກັບບັນດານັກຮຽນ ໄດ້ເອົາເປັນແບບ ຢ່າງ. ນອກນີ້ ຄູ ຍັງໃຫ້ຄວາມສະໜິດຕິດແທດກັບບັນດານັກຮຽນ ເຊິ່ງມີນັກຮຽນຈຳນວນໜຶ່ງ ໄດ້ມາຂໍຄຳປຶກສາຈາກຄູ-ອາຈານ ເຊັ່ນ: ເລື່ອງການຮຽນ, ເລື່ອງໝູ່ ລວມໄປເຖິງກິດຈະກຳຕ່າງໆຂອງໂຮງ ຮຽນ. ເຖິງຢ່າງໃດກໍຕາມ ໂຮງຮຽນມັດທະຍົມສຶກສາສົມບູນດອນໜູນ ກໍຍັງມີສິ່ງທ້າທ້າຍ ແລະ ຂໍ້ ຫຍຸງຍາກຫລາຍດ້ານ ທີ່ຕ້ອງໄດ້ຮັບການແກ້ໄຂ ເປັນຕົ້ນແມ່ນ ບັນຫາຄູເຫລືອບໍ່ພໍ, ນັກຮຽນຫລາຍ, ຫ້ອງຮຽນຍັງບໍ່ພຽງພໍ ທັງມີຄວາມແອອັດ ເຮັດໃຫ້ນັກຮຽນຈຳນວນໜຶ່ງບໍ່ສົນໃຈການຮຽນ.
    ທ່ານ ນາງ ຈິກ ສຸກສະຫວາດ ຄູອາສາສະໝັກວິຊາພູມສາດ ຢູ່ໂຮງຮຽນມັດທະຍົມສຶກສາ ສົມບູນດອນໜູນ ໄດ້ກ່າວວ່າ: ຕົນເອງມີຄວາມພູມໃຈທີ່ໄດ້ເປັນຄູ ເຖິງຈະເປັນຄູອາສາກໍຕາມ ຕົນເອງ ກໍບຸກບືນຫ້າວຫັນ ແລະ ປະຕິບັດຕາມລະບຽບລັດຖະກອນຄູ
, ເອົາໃຈໃສ່ຕັ້ງໜ້າສິດສອນນັກຮຽນ ໃຫ້ເປັນນັກຮຽນດີ-ຮຽນເກັ່ງ, ມີຄວາມຮູ້-ຄວາມສາມາດ. ທ່ານ ນາງ ຈິກ ສຸກສະຫວາດ ຍັງໄດ້ຝາກເຖິງຄູ-ອາຈານ ອາສາ ທົ່ວປະເທດ ເອົາໃຈໃສ່ພັດທະນາຕົນເອງ ໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ ເພື່ອປະ ຕິບັດຕາມ 3 ຂໍ້ແຂ່ງຂັນ ຕາມ 3 ລັກສະນະ ແລະ 5 ຫລັກມູນ ຂອງກະຊວງສຶກສາວາງອອກ ໃຫ້ເປັນຈິງ.

ຂ່າວ,ພາບ: ກິດຕາ

 

 

KPL

ຂ່າວອື່ນໆ

ads
ads

Top