ລາວ-ຊອກຊີ ເລີ່ມບັງຄັບໃຊ້ສັນຍາຍົກເວັ້ນ ວີຊາ

04/10/2022 16:58
Email Print 399
ຂປລ ຂປລ.ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຊອກຊີ (Georgia) ທີ່ໄດ້ຮັບການລົງນາມ ໃນວັນທີ 31 ພຶດສະພາ 2022

  ຂປລ.ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຊອກຊີ (Georgia) ທີ່ໄດ້ຮັບການລົງນາມ ໃນວັນທີ 31 ພຶດສະພາ 2022 ທີ່ ກົວລາລໍາເປີ, ໄດ້ມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນໄປ.    ເນື້ອໃນສັນຍາດັ່ງກ່າວ ລະບຸໄວ້ວ່າ: ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ ສາມາດເດີນທາງເຂົ້າ-ອອກ, ຜ່ານ ແລະ ພັກເຊົາ ໃນດິນແດນຂອງຄູ່ພາຄີອີກຝ່າຍໜຶ່ງ ໂດຍບໍ່ຈໍາເປັນຂໍວີຊາ ພາຍໃນໄລຍະເວລາບໍ່ເກີນ 90 ວັນ ໃນໄລຍະ 180 ວັນ ນັບແຕ່ວັນທີ່ເດີນທາງເຂົ້າ ຊຶ່ງໄລຍະເວລາ 180 ວັນ ແມ່ນນັບລວມຈາກການພັກເຊົາແຕ່ລະຄັ້ງກ່ອນໜ້ານັ້ນ.   ຄົນສັນຊາດຂອງພາຄີຝ່າຍໜຶ່ງ ທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸນໍາໃຊ້ຢ່າງໜ້ອຍ 6 ເດືອນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ ຢູ່ສໍານັກງານຜູ້ຕາງໜ້າການທູດ, ສໍານັກງານຜູ້ຕາງໜ້າກົງສຸນ ແລະ ອົງການຈັດຕັ້ງສາກົນ ຢູ່ໃນດິນແດນຂອງພາຄີຝ່າຍໜຶ່ງ ລວມທັງສະມາຊິກຄອບຄົວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ທີ່ມີອາຍຸການນໍາໃຊ້ຢ່າງໜ້ອຍ 6 ເດືອນ, ໃນຄັ້ງທໍາອິດ ແມ່ນຈະຕ້ອງໄດ້ຂໍວີຊາ ກ່ອນເດີນທາງເຂົ້າດິນແດນຂອງພາຄີຝ່າຍໜຶ່ງ. ບຸກຄົນທີ່ກ່າວໄວ້ຂ້າງເທິງ ແມ່ນຈະຕ້ອງໄດ້ຮັບອະນຸມັດທີ່ຈໍາເປັນຕ່າງໆ ພາຍໃນ 30 ວັນ ຈາກມື້ເດີນທາງເຂົ້າ.

 

KPL

ຂ່າວອື່ນໆ

ads
ads

Top