ຄະນະບໍລິຫານງານພັກ ອອປສ ຕີລາຄາ ການຊີ້ນຳວຽກງານ 3 ເດືອນຜ່ານມາ

04/10/2022 15:19
Email Print 781
ຂປລ ຂປລ. ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ໄດ້ມີກອງປະຊຸມ ຄົບຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຄັ້ງທີ 5 ສະໄໝທີ V ເພື່ອສະຫລຸບຕີລາຄາຄືນ ການຈັດ ຕັ້ງປະຕິ ບັດວຽກງານຊີ້ນໍາ-ນໍາພາຮອບດ້ານ

   ຂປລ. ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ໄດ້ມີກອງປະຊຸມ ຄົບຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຄັ້ງທີ 5 ສະໄໝທີ V ເພື່ອສະຫລຸບຕີລາຄາຄືນ ການຈັດ ຕັ້ງປະຕິ ບັດວຽກງານຊີ້ນໍາ-ນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກໃນສາມເດືອນຜ່ານມາ, ພ້ອມທັງ ວາງທິດທາງແຜນການການ ເຄື່ອນໄຫວວຽກງານຕົນໃນສາມເດືອນຕໍ່ໜ້າ. ໃຫ້ກຽດເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີສະຫາຍຮອງເລຂາ, ຄະນະປະຈໍາພັກ ແລະ ບັນດາສະຫາຍຄະນະບໍລິ ຫານງານພັກ ເຂົ້າຮ່ວມຢ່າງພ້ອມພຽງ.
 
ກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ກ່ຽວກັບວຽກງານກົງຈັກການຈັດຕັ້ງ
, ວຽກງານພະນັກງານ, ວຽກງານສ້າງຕັ້ງອົງການໄອຍະການເຂດປະຈໍາເມືອງ, ແບ່ງປັນຄວາມຮັບຜິດຊອບຊີ້ນໍາ ອົງການໄອຍະການປະຊາຊົນທ້ອງຖິ່ນ ໃຫ້ບັນດາສະຫາຍຄະນະບໍລິຫານງານພັກ, ຫົວໜ້າຫ້ອງການ, ຫົວໜ້າກົມ, ວຽກງານວິຊາສະເພາະ, ວຽກງານຂ່າວສານຂອງ ອົງການໄອຍະການປະຊາຊົນ. ພ້ອມນັ້ນ ໄດຊີ້ໃຫ້ເຫັນການຊີ້ນໍາ-ນໍາພາວຽກງານຮອບດ້ານຂອງ ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໃນສາມເດືອນຜ່ານມາ ແມ່ນມີສໍາເລັດອັນໜ້າເພິ່ງພໍໃຈ; ຄະນະບໍລິຫານງານພັກ, ສະມາຊິກພັກ ແລະ ພະ ນັກງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມສາມັກ ຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງອົງຄະນະພັກ ແລະ ເປັນກຳລັງແຮງປະກອບສ່ວນໃຫ້ອົງຄະນະພັກ ນຳພາຍາດເອົາຜົນສຳເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ.
  
ໃນໂອກາດດັ່ງກ່າວ ສະຫາຍປະທານກອງປະຊຸມ ໄດ້ໃຫ້ທິດຊີ້ນໍາໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ
, ປັບປຸງກົງຈັກການຈັດຕັ້ງ, ປັບປຸງແບບແຜນວິທີ ນຳພາ-ແບບແຜນວິທີເຮັດວຽກ, ປະເມີນຜົນໜ່ວຍພັກ, ວຽກງານແຂ່ງຂັນ-ຍ້ອງຍໍ, ເພີ່ມທະວີວຽກງານກວດກາ, ວຽກງານວິຊາສະເພາະ ໂດຍສະເພາະ ວຽກງານຕິດຕາມກວດກາທົ່ວໄປ, ສ້າງກົນໄກປະສານງານ ໃຫ້ໂລ່ງລ່ຽນ ແລະ ມີປະສິດທິຜົນ. ພ້ອມທັງຮຽກຮ້ອງໃຫ້ບັນດາ ສະຫາຍຄະນະບໍລິຫານງານພັັກ ຈົງຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຊີ້ນໍາ-ນໍາພາ ຊຶ່ງກ່ອນອື່ນໝົດ ຕ້ອງເພີ່ມທະວີການເຊື່ອມຊຶມ, ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍອື່ນທີ່ກ່ຽວຂ້ອງ, ເປັນແກນນໍາໃນລະບົບການເມືອງ ຢູ່ອົງການໄອຍະການປະຊາຊົນ, ເປັນແບບຢ່າງຕັ້ງໜ້າໃນການປະຕິບັດ ສິດ ແລະ ໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດ, ເຮັດໃຫ້ອົງ ການໄອຍະການປະຊາຊົນນັບມື້ມີການພັດທະນາ, ຍົກສູງຄຸນນະພາບຂອງການດໍາເນີນຄະດີຕາມຂະ ບວນການຍຸຕິທໍາ, ເພີ່ມທະວີວຽກງານຕິດຕາມກວດກາຂອງອົງການໄອຍະການປະຊາຊົນ, ປະກອບສ່ວນເຮັດໃຫ້ປະເທດເຮົາມີຄວາມສະຫງົບ ແລະ ມີຄວາມເປັນລະບຽນຮຽບຮ້ອຍ, ເສດຖະກິດ ໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ.

ຂ່າວ ອອປສ

 

KPL

ຂ່າວອື່ນໆ

ads
ads

Top