ກຕສ ເນັ້ນໃຫ້ພ້ອມກັນມີສະຕິ ຕໍ່ໄພອັນຕະລາຍຂອງຢາເສບຕິດ

03/10/2022 14:56
Email Print 538
ຂປລ ຂປລ. ໃນວັນທີ 30 ກັນຍາ 2022 ຜ່ານມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຫ້ອງການກວດກາ ແລະ ຄວມຄຸມຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະ ຊຸມເຜີຍແຜ່ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ

ຂປລ. ໃນວັນທີ 30 ກັນຍາ 2022 ຜ່ານມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຫ້ອງການກວດກາ ແລະ ຄວມຄຸມຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະ ຊຸມເຜີຍແຜ່ ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ລວມທັງນິຕິກຳ ທີ່ກ່ຽວຂ້ອງຂຶ້ນ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ແລະ ຜູ້ຕາງໜ້າທີ່ມາຈາກ ບັນດາບໍລິສັດ ອ້ອມຂ້າງກະຊວງ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ທັງເພີ່ມທະວີການ ປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ, ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ຄອບຄົວ ກໍຄືພະນັກງານ-ລັດຖະກອນ ໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການ ໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

      ທ່ານ ພູຂົງ ຈິດຮູບໂລກ ຫົວໜ້າຫ້ອງການ ກຕສ ໄດ້ກ່າວວ່າ: ຢາເສບຕິດໄດ້ແຜ່ລະບາດ ໄປທົ່ວທຸກມູມໂລກ ຕາມສະຖິຕິຂອງ UNODC ລະບຸວ່າ ຢູ່ໃນໂລກມີຜູ້ຕິດຢາເສບຕິດເຖິງ 200 ລ້ານຄົນ, ມີກຸ່ມແກ້ງເຄືອຂ່າຍ ຄ້າຂາຍເພີ່ມຂຶ້ນ, ການເຄື່ອນໄຫວ ລັກລອບຂົນສົ່ງຢາເສບຕິດ ນັບມື້ບັງອາດເປີດແປນ, ມີຄວາມເປັນອັນຕະລາຍ ຮ້າຍແຮງຂຶ້ນໄປເລື້ອຍໆ. ປັດຈຸບັນ ປະເທດເຮົາໄດ້ເປີດກວ້າງ ກັບພາກພື້ນ, ສາກົນຕາມທິດ ເຊື່ອມໂຍງ, ເຊື່ອມຈອດ ຊຶ່ງເປັນເງື່ອນໄຂ ເຮັດໃຫ້ປະເທດເຮົາ ເປັນທາງຜ່ານການລັກລອບ ຂົນສົ່ງຢາເສບຕິດ ແລະ ໄດ້ແຜ່ລາມເປັນ ວົງກວ້າງ ຈາກຕົວເມືອງໃຫຍ່  ລົງສູ່ເຂດຊົນນະບົດ ຫ່າງໄກສອກຫລີກ ຊຶ່ງໄດ້ກໍ່ໃຫ້ເກີດມີ ອາຊະຍາກໍາຕ່າງໆ ທີ່ມີຕົ້ນເຫດມາຈາກ ຢາເສບຕິດເພີ່ມຂຶ້ນ ເປັນຕົ້ນແມ່ນ: ສິ່ງຫຍໍ້ທໍ້ທີ່ເຮັດໃຫ້ ເກີດອາຊະຍາກໍາ ປຸ້ນຈີ້, ຊີງຊັບ, ລັກຊັບ, ທໍາຮ້າຍຕົນເອງ ຫລື ຄົນໃນຄອບຄົວ, ທໍາລາຍກຳລັງແຮງງານ, ມັນສະໝອງຄົນ, ກໍ່ອາລະວາດຕີກັນ ແລະ ອື່ນໆ.

ທ່ານ ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ (ຫກຄສ), ກະຊວງປ້ອງກັນ ຄວາມສະຫງົບ ຢ້ຳຕື່ມວ່າ: ຍ້ອນເຫັນໄດ້ໄພ ຂົ່ມຂູ່ອັນຮ້າຍແຮງ ແລະ ຜົນກະທົບໃນທາງລົບ ຕໍ່ກັບການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ໃນເດືອນສິງຫາ 2021 ຜ່ານມາ, ລັດຖະບານ ຈຶ່ງໄດ້ກຳນົດເອົາການແກ້ໄຂບັນ ຫາຢາເສບຕິດ ເປັນວາລະແຫ່ງຊາດ ແຕ່ປີ 2021-2023 ແລະ ໄດ້ຖືກຮັບຮອງເອົາ ໂດຍກອງປະຊຸມ ສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງມີ 06 ວຽກຈຸດສຸມ, 06 ມາດຕະການຈັດຕັງປະຕິບັດ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ພາກສ່ວນກ່ຽວຂ້ອງ ແຕ່ກະຊວງລົງຮອດທ້ອງຖິ່ນ ຕະຫລອດຮອດ ສະຖາບັນຄອບຄົວ ແລະ ທຸກຊັ້ນຄົນໃນສັງຄົມ. ການເຜີຍແຜ່ໃນຄັ້ງນີ້ ຍັງເພີ່ມຄວາມຮັບຮູ້ບັນດານິຕິກຳ, ຂໍ້ຫ້າມ, ໂທດໃນການກະທຳຜິດ ກ່ຽວກັບຢາເສບຕິດ ພ້ອມທັງເປັນການປູກຈິດສຳນຶກ ໃຫ້ເຫັນເຖິງຜົນຮ້າຍ ຂອງຢາເສບຕິດ, ມີສະຕິເຄົາລົບກົດໝາຍ ຢ່າງເປັນນິໄສ ແລະ ພ້ອມກັນມີສະຕີ ຮັບມືຕໍ່ຜົນຮ້າຍ ໄພອັນຕະລາຍ ຂອງຢາເສບຕິດ ຢ່າງຖືກຕ້ອງ ແລະ ມີສະຕິລະວັງຕົວຫລາຍຂຶ້ນ.

KPL

ຂ່າວອື່ນໆ

ads
ads

Top