ປະທານ ສະພາແຫ່ງຊາດ ຕ້ອນຮັບນາຍົກລັດຖະມົນຕີ ສ ກູບາ

03/10/2022 14:34
Email Print 456
ຂປລ ຂປລ.ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ

ຂປລ.ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ທີ່ ສະພາແຫ່ງຊາດ, ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

ໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມ ແລະ ການຮ່ວມມືຖານອ້າຍນ້ອງ ຮ່ວມອຸດົມການດຽວກັນ ຂອງສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະຫາຍ ໄຊສົມພອນ ພົມວິຫານ ຊາບກ່ຽວກັບຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ລວມເຖິງຜົນສໍາເລັດ ຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນມື້ຜ່ານມາ, ທັງໄດ້ແຈ້ງໃຫ້ຊາບ ສະພາບພົ້ນເດັ່ນ ຂອງກູບາ ແລະ ທິດທາງການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ໃນຕໍ່ໜ້າ.

ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອແຫ່ງການຮ່ວມມືອັນດີງາມ ແລະ ຄວາມສາມັກຄີ ຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະສະໄໝຕໍ່ສູ້ກູ້ຊາດ ກໍຄືໄລຍະສ້າງສາ ປະເທດຊາດ ໃນປັດຈຸບັນ. ສະຫາຍປະທານ ສະພາແຫ່ງຊາດ ໄດ້ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ອໍານາດ ປະຊາຊົນກູບາ ຊຶ່ງໃນເດືອນເມສາ 2022 ຜ່ານມາ, ສອງປະທານສະພາ ກໍໄດ້ມີກອງປະ ຊຸມ ພົບປະທາງໄກ ຮ່ວມກັນ ຊຶ່ງໄດ້ທົບທວນຄືນ ການພົວພັນ ຮ່ວມມື, ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານຕ່າງໆ ແລະ ອື່ນໆ ບົນພື້ນຖານການຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ທີ່ລົງນາມຮ່ວມກັນ ໃນປີ 2019. ທັງໝົດນີ້ ເປັນການປະກອບສ່ວນ ອັນສຳຄັນເຂົ້າໃນ ການເສີມຂະຫຍາຍ ການພົວພັນຮ່ວມມື ທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ບົນພື້ນຖານຮ່ວມອຸດົມການສັງຄົມນິຍົມ. ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍໄດ້ຢືນຢັນຄືນວ່າ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມ ສາມາດ ຮ່ວມກັບ ພັກ, ລັດຖະບານ ແລະ ປະຊົນກູບາ ອ້າຍນ້ອງ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ຕອບສະໜອງຜົນປະໂຫຍດຂອງ ປະຊາຊົນສອງຊາດ ກໍຄືເພື່ອພາລະກິດສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ.

ໃນຕອນທ້າຍ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວ ຂອງການນໍາພັກ ແລະ ລັດຖະບານລາວ ກໍຄືໃນນາມສ່ວນຕົວ ສົ່ງຜ່ານສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ໄປຍັງການນໍາພັກ ແລະ ລັດຖະບານກູບາ ໂດຍສະເພາະສະຫາຍ ເອັສເຕບານ ລາ ໂຊເຮີ ນານເດສ ປະທານສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງສ ກູບາ. ພ້ອມທັງ ໄດ້ຢໍ້າຄືນການເຊື້ອເຊີນສະຫາຍ ປະທານສະພາແຫ່ງຊາດ ອໍານາດປະຊາຊົນກູບາ ເພື່ອເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ແລະ ຂໍອວຍພອນໃຫ້ຄະນະ ເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ.

  ຂ່າວ: ກົມການຂ່າວ

KPL

ຂ່າວອື່ນໆ

ads
ads

Top