ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ນາຍົກລັດຖະມົນຕີ ສ ກູບາ

03/10/2022 14:13
Email Print 757
ຂປລ ຂປລ.ໃນຕອນເຊົ້າ ຂອງວັນທີ 3 ຕຸລາ 2022, ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ

ຂປລ.ໃນຕອນເຊົ້າ ຂອງວັນທີ 3 ຕຸລາ 2022, ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມສປປ ລາວ ຂອງສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະໃນຄັ້ງນີ້ ເຊິ່ງຖືວ່າເປັນຄັ້ງທໍາອິດ ຂອງການຢ້ຽມຢາມ ຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດ ທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານສະຫາຍ ອ້າຍນ້ອງ ລະຫວ່າງສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ສະຫາຍ ທອງລຸນ ສີສຸລິດ ຊາບກ່ຽວກັບຜົນການ ພົບປະກັບ ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນວັນທີ 2 ຕຸລາຜ່ານມາ ເຊິ່ງສອງຝ່າຍໄດ້ແຈ້ງສະ ພາບພາຍໃນໃຫ້ກັນຊາບ, ໄດ້ທົບທວນຄືນການພົວພັນ ຮ່ວມມືສອງຝ່າຍ ໃນດ້ານຕ່າງໆ ໃນໄລຍະຜ່ານມາ, ປຶກສາຫາລືທິດທາງ ແຜນການຮ່ວມມືໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ລວມເຖິງການແລກປ່ຽນ ຄໍາຄິດເຫັນ ເຊິ່ງກັນ ແລະ ກັນ ກ່ຽວກັບສະພາບ ການພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມນີ້,  ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງສະຫາຍ ມີເກັນດີ ເອັດສ-ກາແນນ ເລຂາທີໜຶ່ງຄະນະບໍລິຫານງານ ສູນກາງພັກ ກອມມູນິດກູບາ, ປະທານປະເທດແຫ່ງ ສ ກູບາ ເຖິງສະຫາຍ ທອງລຸນ ສີສຸລິດ ເພື່ອເດີນທາງຢ້ຽມຢາມສ. ກູບາໃນໂອກາດ ອັນເໝາະສົມ.

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ຂອງການພົບປະສອງຝ່າຍ ຂອງສອງ ນາຍົກລັດຖະມົນຕີ, ພ້ອມທັງສະແດງ ຄວາມປິຕິຍິນດີ ທີ່ເຫັນເຫັນວ່າ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ ເຖິງແມ່ນວ່າສອງປະເທດ ຈະຢູ່ຫ່າງໄກກັນກໍຕາມ ເຊິ່ງສະແດງອອກ ໃນການພົວພັນ ທາງດ້ານການເມືອງ ລະຫວ່າງສອງປະເທດ ສືບຕໍ່ໜັກແໜ້ນ, ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈກັນດີ, ມີທັດສະນະຄ້າຍຄືກັນ ຕໍ່ຫລາຍໆບັນຫາ ແລະ ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນເຖິງປັດຈຸບັນ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຢືນຢັນຄືນວ່າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດຮ່ວມກັບພັກ, ລັດ ແລະ ປະຊາຊົນ ກູບາ ອ້າຍນ້ອງປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ທີ່ເປັນຮູບປະທຳ ມາສູ່ປະຊາຊົນສອງຊາດ.

ພິເສດ ສອງຝ່າຍຈະຮ່ວມກັນ ສະເຫລີມສະຫລອງຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນ ການທູດ ລາວ-ກູບາ ໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າສອງຝ່າຍ ຄວນສືບຕໍ່ເພີ່ມທະວີ ການຮ່ວມມືກັນໃນວຽກງານ ແລະ ຂະແໜງການຕ່າງໆເຊັ່ນ: ການສຶກສາ, ກິລາ, ສາທາລະນະສຸກ, ລວມທັງຂະແໜງ ການໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ; ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງສະຫາຍ ມີເກັນດີ ເອັດສ-ກາແນນ, ພ້ອມທັງໄດ້ຝາກ ຄວາມຄິດຮອດຄິດເຖິງ, ຄໍາຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນ ອັນປະເສີດ ຜ່ານສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ໄປຍັງສະຫາຍ ມີເກັນດີ ເອັດສ-ກາແນນ ເລຂາທີໜຶ່ງຄະນະ ບໍລິຫານງານ ສູນກາງ ພັກກອມມູນິດກູບາ, ປະທານປະເທດແຫ່ງສ ກູບາ, ບັນດາສະຫາຍການນໍາ ພັກ-ລັດກູບາ ແລະ ປະຊາຊົນ ກູບາອ້າຍນ້ອງທຸກຖ້ວນຫນ້າ.​

ຂ່າວ: ກົມການຂ່າວ ພາບ:ອ່າຍ


KPL

ຂ່າວອື່ນໆ

ads
ads

Top