ອົງການໄອຍະການປະຊາຊົນສູງສຸດ ໄດ້ຮັບເຄື່ອງຊ່ວຍເຫລືອ ມູນຄ່າ 360 ລ້ານກວ່າກີບ

03/10/2022 10:02
Email Print 466
ຂປລ ຂປລ. ໃນວັນທີ 30 ກັນຍາ ຜ່ານມາ, ໄດ້ມີພິທີມອບ-ຮັບເຄື່ອງ ຊ່ວຍເຫລືອປະກອບ ມີ ຄອມພິວເຕີ ໂນດບຸກ 30 ເຄື່ອງ, ເຄື່ອງປິ້ນ ເອກະສານ 1 ເຄື່ອງ ລວມມູນຄ່າທັງໝົດ 360 ລ້ານກວ່າກີບ

ຂປລ. ໃນວັນທີ 30 ກັນຍາ ຜ່ານມາ, ໄດ້ມີພິທີມອບ-ຮັບເຄື່ອງ ຊ່ວຍເຫລືອປະກອບ ມີ ຄອມພິວເຕີ ໂນດບຸກ 30 ເຄື່ອງ, ເຄື່ອງປິ້ນ ເອກະສານ 1 ເຄື່ອງ ລວມມູນຄ່າທັງໝົດ 360 ລ້ານກວ່າກີບ ຈາກສະຖານເອກອັກ ຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ກ່າວຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແລະ ກ່າວມອບ ໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກ ຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີພະນັກງານຂັ້ນສູງ ຂອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາ ຄາສູງຕໍທ່ານທູດ ກໍຄື ລັດຖະບານ ແຫ່ງ ສະຫະລັດ ອາເມລິກາ ທີ່ໄດ້ນຳເອົາເຄື່ອງຊ່ວຍ ເຫລືອມາໃຫ້ອົງການ ໄອຍະການປະຊາຊົນສູງສຸດໃນຄັ້ງນີ້ ເພື່ອສະໜັບສະໜູນການປະຕິ ບັດວຽກງານຂອງ ອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດ ພ້ອມກັນນັ້ນ ຍັງຕີລາຄາສູງຜົນສຳເລັດ ຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິ ກາ ໃນໄລຍະຜ່ານມາ ໂດຍສະເພາະ ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາ ຊົນ ແຫ່ງ ສປປ ລາວ ແລະ ສະຖານເອກ ອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫລືອ ໃນການສ້າງຄວາມເຂັ້ມແຂງ ດ້ານວິຊາການ ໃຫ້ແກ່ອົງການ ໄອຍະການປະຊາຊົນ ຂອງ ສປປ ລາວ ເປັນຢ່າງດີ ອັນໄດ້ປະກອບສ່ວນ ເຮັດໃຫ້ວຽກງານ ໄອຍະການປະຊາຊົນຂອງ ສປປ ລາວ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ຮັບປະກັນການປະຕິບັດ ວຽກງານໄອຍະການ ໃຫ້ມີປະສິດທິພາບສູງ ແນໃສ່ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງ, ເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນ ເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ຢ່າງບໍ່ຢຸດຢັ້ງ.

ຂ່າວ: ຈະເລີນສິນ

KPL

ຂ່າວອື່ນໆ

ads
ads

Top