ລາວ-ກູບາ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

02/10/2022 18:35
Email Print 652
ຂປລ ຂປລ. ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 02-04 ຕຸລາ 2022

ຂປລ. ໂດຍຕອບສະໜອງ ຕາມຄຳເຊື້ອເຊີນຂອງ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ  ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 02-04 ຕຸລາ 2022  ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຖານອ້າຍນ້ອງຮ່ວມອຸດົມການອັນດຽວກັນ ໃຫ້ນັບມື້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ຫນ້າ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ສຳນັກງານນາຍົກລັດຖະມົນຕີ, ໃນຕອນບ່າຍວັນທີ 2 ຕຸລາ 2022, ຈາກນັ້ນ ກໍໄດ້ມີການພົບປະສອງຝ່າຍ ຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນຝ່າຍລາວ ນໍາໂດຍ ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌, ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງມາຍັງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເດີນທາງມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດ ເຊິ່ງເປັນນິມິດ   ໝາຍອັນດີໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ທີ່ເປັນມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງສອງຊາດ ລາວ-ກູບາ.

ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນ ຄຳຄິດເຫັນຢ່າງກົງໄປກົງມາ, ຕີລາຄາຄືນສະພາບ ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ກຳນົດທິດທາງແຜນການ ຮ່ວມມືໃນຕໍ່ຫນ້າ, ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ຮ່ວມມືສອງຝ່າຍທີ່ເປັນມູນເຊື້ອ ມາແຕ່ຍາວນານ, ບົນພື້ນຖານ ແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນ ໃນວັນທີ 4 ພະຈິກ 1974 ເປັນຕົ້ນມາ, ເຊິ່ງການພົວພັນຮ່ວມມື ດ້ານການເມືອງ ແມ່ນສືບຕໍ່ຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ສະແດງອອກໃນການພົບປະ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ຂອງສອງປະເທດ ລາວ-ກູບາ ເປັນແຕ່ລະໄລຍະ, ໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນກັນ ໃນບັນຫາຕ່າງໆຢ່າງເປັນປະຈຳ ລວມທັງ ໃນຮູບແບບກອງປະຊຸມ ທາງໄກໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19. ພ້ອມດຽວກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງ ຕໍ່ການຮ່ວມມືດ້ານ ສາທາລະນະສຸກ, ດ້ານການສຶກສາ-ກິລາ, ເຊິ່ງເປັນຂະແໜງການ ຮ່ວມມືທີ່ມີມູນເຊື້ອ ມາແຕ່ດົນນານ ແລະ ພົ້ນເດັ່ນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໃນໄລຍະຜ່ານມາ. ນອກຈາກນີ້, ສອງຝ່າຍ ກໍໄດ້ແຈ້ງ ໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພາຍໃນທີ່ພົ້ນເດັ່ນ, ແລກປ່ຽນຄຳຄິດຄຳເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລ້ຳຄ່າ ໃຫ້ແກ່ ສປປ ລາວຕະຫລອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນ ການສຶກສາເພື່ອການພັດທະນາ ຊັບພະຍາກອນມະນຸດ, ການສົ່ງຊ່ຽວຊານແພດໝໍ ກູບາ ມາຊ່ວຍເຫລືອ ໃຫ້ຄວາມຮູ້ແກ່ຝ່າຍລາວ, ການສົ່ງທີມຄູຝຶກມວຍສາກົນ ເພື່ອມາຝຶກແອບ ໃຫ້ແກ່ນັກກິລາລາວ ໃນການເຂົ້າຮ່ວມງານ ກິລາສຳຄັນຕ່າງໆ ແລະ ການຊ່ວຍເຫລືອອື່ນໆ. ສອງຝ່າຍ ຢືນຢັນເຖິງຄວາມມຸ່ງໝັ້ນ ຈະສືບຕໍ່ຊອກຫາ ທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍ ການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດ ອັນໃໝ່ຮ່ວມກັນ. ໃນຕອນທ້າຍ, ສະຫາຍນາ ຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍພອນໃຫ້ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມດ້ວຍຄະນະ ຜູ້ແທນຂັ້ນສູງຂອງ ກູບາ ຈົ່ງປະສົບຜົນສຳເລັດ ໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ-ກູບາ ຈົ່ງໝັ້ນຍືນ, ສືບຕໍ່ເຂັ້ມແຂງ, ຂະຫຍາຍຕົວ ແລະ ມີປະສິດທິຜົນຍິ່ງຂຶ້ນ.

ພາຍຫລັງສຳເລັດ ການພົບປະສອງຝ່າຍ, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ມານູເອັນ ມາເຣໂຣ ກຣູຊ໌ ກໍໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ໃນພິທີລົງນາມເອກະສານ ບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາຊັ້ນສູງ ແຫ່ງ ສ ກູບາ ວ່າດ້ວຍການຮ່ວມມື ດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດ ໃນໄລຍະປີ 2022-2027; 2 ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສ ກູບາ ກ່ຽວກັບການຮ່ວມມື ໃນຂົງເຂດກະສິກໍາ; ແຜນການຮ່ວມມື ດ້ານການແພດ ລະຫວ່າງ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກ ແຫ່ງ ສ ກູບາ;   ບົດບັນທຶກຄວາມເຂົ້າໃຈ ການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ລາຮາວານ ໃນຂົງເຂດການສຶກສາ.

ການພົບປະສອງຝ່າຍຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບ, ສະໜິດສະໜົມ, ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າໃຈກັນ ຖານສະຫາຍອ້າຍນ້ອງທີ່ແທ້ຈິງ ຮ່ວມອຸດົມການສັງຄົມ ນິຍົມອັນດຽວກັນ, ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ທີ່ມີມາຢ່າງຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ພາບ: ອ່າຍຄຳ

 

KPL

ຂ່າວອື່ນໆ

ads
ads

Top