ຂປລ
ຂປລ. ໃນໂອກາດເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2022 ທີ່ທໍານຽບປະທານາທິບໍດີ Istana, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ
ຂປລ. ໃນໂອກາດເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 28 ກັນຍາ 2022 ທີ່ທໍານຽບປະທານາທິບໍດີ Istana, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຮາລິມາ ຢາຄອບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ການພັດທະນາແບບກ້າວກະໂດດຂັ້ນຂອງສິງກະໂປ ທີ່ເປັນຕົວແບບຂອງການພັດທະນາແບບຍືນຍົງ ແລະ ສີຂຽວ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີ ຂອງສອງປະເທດ ໃນຕະຫລອດໄລຍະ 48 ປີຜ່ານມາ ທີ່ໄດ້ສືບຕໍ່ຮັດແໜ້ນ ແລະ ຂະຫຍາຍຕົວເປັນກ້າວໆມາ. ຖືໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ ໂດຍສະເພາະໃນຂົງ ເຂດວຽກງານການພັດທະນາຊັບພະຍາກອນມະນຸດ, ໂຄງການອາສາສະໝັກສິງກະໂປ ອັນເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ທັງເປັນການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ລະຫວ່າງປະຊາຊົນສອງຊາດລາວ ແລະ ສິງກະໂປ ຕື່ມອີກ. ພ້ອມກັນນີ້, ທ່ານກໍໄດ້ແຈ້ງຈຸດປະສົງການຢ້ຽມຢາມໃນຄັ້ງນີ້ ໃຫ້ທ່ານປະທານາທິບໍດີ ໄດ້ຮັບຊາບ ແລະ ສະແດງຄວາມຫວັງຢ່າງຍິ່ງວ່າ ກອງປະຊຸມພົບປະສອງຝ່າຍຮ່ວມກັບ ທ່ານນາຍົກລັດຖະມົນຕີ ລີ ຊຽນ ລຸງ ຈະເປັນການປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ລາວ-ສິງກະໂປ ກ້າວຂຶ້ນສູ່ລະດັບໃໝ່ ແລະ ຍັງຍົກໃຫ້ເຫັນວ່າ ໂດຍອີງໃສ່ທ່າແຮງຂອງສອງປະເທດ ລາວ-ສິງກະໂປ ຍັງສາມາດເພີ່ມທະວີການຮ່ວມມືໃຫ້ຫລາຍຂຶ້ນຕື່ມ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການບໍລິ ການ, ສາທາລະນະສຸກ ແລະ ອື່ນໆ. ທ່ານນາຍົກລັດຖະມົນຕີ ຍັງໄດ້ກ່າວວ່າ ປັດຈຸບັນ, ລັດຖະບານລາວ ໄດ້ປັບປຸງກົນໄກການຄຸ້ມຄອງການລົງທຶນໂດຍກົງຂອງຕ່າງປະເທດ ໂດຍໄດ້ມີການປັບປຸງບັນດານິຕິກໍາ ແລະ ຂັ້ນຕອນການອະນຸມັດການລົງທຶນໃຫ້ກະທັດຮັດຍິ່ງຂຶ້ນ ເພື່ອອໍານວຍຄວາມສະດວກ ໃຫ້ນັກລົງທຶນຕ່າງປະເທດ ລວມທັງຍັງໄດ້ສ້າງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ, ເຂດນິຄົມອຸດສາຫະກໍາ ແລະ ທ່າບົກ ເພື່ອຮອງຮັບກັບຍຸດທະສາດການຫັນເອົາປະເທດໄປສູ່ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຖິງ ທ່ານປະທານາທິບໍດີແຫ່ງ ສ ສິງກະໂປ ໄປຢ້ຽມຢາມ ສປປ ລາວ ໃນໂອກາດອັນເໝາະສົມ.
ໃນໂອກາດດຽວກັນ, ທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສິງກະໂປ ຂອງຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດ ລາວ-ສິງກະໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ
ພາບ: ກົມປະຊາສໍາພັນ,ຫສນຍ
KPL