ລັດຖະມົນຕີ ຖວທ ຕ້ອນຮັບ ບັນດາ ທູດທີ່ຈະໄປປະຈຳຢູ່ຕ່າງປະເທດ

29/09/2022 14:21
Email Print 883
ຂປລ ຂປລ.ໃນວັນທີ 29 ກັນຍາ 2022, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ

ຂປລ.ໃນວັນທີ 29 ກັນຍາ 2022, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ  ບັນດາເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ທີ່ຈະເດີນທາງໄປປະຈໍາຢູ່ຕ່າງປະເທດ ຈຳນວນ 6 ທ່ານ ຄື: ທ່ານ ສົງການ ຫງວງມຸນິນທອນ ເອກອັກຄະລັດຖະທູດ ແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ປະເທດ ສ ເກົາຫລີ;  ທ່ານ ດວງມະນີ ຍອດສີອຸດົມ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ປະເທດອັງກິດ; ທ່ານ ໄມບົວ ໄຊຍະວົງ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ປະເທດເຢຍລະມັນ; ທ່ານ ແກ້ວ ມັກຄະຜົນ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາປະເທດ ສປປ ເກົາຫລີ; ທ່ານ ບຸນມີ ວັນມະນີ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ປະເທດ ອິນເດຍ;  ທ່ານ ສອນໄຊ ວັນນະໄຊ ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈໍາ ປະເທດ ຟີລິບປິນ.

       ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ  ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ທ່ານທູດທັງ 6 ທ່ານ ທີ່ ຈະໄປປະຕິບັດໜ້າທີ່ ການທູດປະຈຳຢູ່ຕ່າງປະເທດ ພ້ອມນີ້ຍັງ ໄດ້ລາຍງານການພົວພັນ ຮ່ວມມືລະຫວ່າງ ບັນດາປະເທດດັ່ງກ່າວ ໃນຂົງເຂດວຽກງານວັດທະນະທຳ  ທ່ອງທ່ຽວ ແລະ ອື່ນ ໆ ໃນໄລຍະຜ່ານມາ ແລະ ສືບຕໍ່ໃຫ້ການພົວພັນຮ່ວມມື ໃນວຽກງານຕ່າງໆ ໂດຍສະເພາະວຽກງານກ່ຽວກັບການຮ່ວມມື ດ້ານວັດທະນະທຳ ແລະ ທ່ອງທ່ຽວ ຕໍ່ໜ້າໃຫ້ເລິກເຊິ່ງ, ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ອວຍ ພອນໃຫ້ບັນດາທ່ານທູດ ເດີນທາງໄປປະຈຳຢູ່ຕ່າງປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນ ສຳເລັດໃນໜ້າທີ ວຽກງານທຸກປະການ.

     ໃນໂອກາດນີ້, ຕາງໜ້າບັນດາທ່ານທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ຕ້ອນຮັບຢ່າງອົບອຸ່ນ, ພ້ອມຢືນຢັນຈະສຸມທຸກຄວາມສາມາດ ທຸກກຳລັງທີ່ມີ ເພື່ອປະຕິບັດໜ້າທີ່ ຢ່າງສຸດຄວາມສາມາດ ແລະ ຈະນຳເອົາວຽກງານ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວຽກງານ ອື່ນໆທີ່ກ່ຽວຂ້ອງ ເພື່ອສືບຕໍ່ປະຕິບັດ ໃຫ້ເກີດປະໂຫຍດສູງສຸດ.

ຂ່າວ:ກິດຕາ

KPL

ຂ່າວອື່ນໆ

ads
ads

Top