ປ້ອງກັນໄພແຕ່ຫົວທີ

28/09/2022 13:51
Email Print 575
ຂປລ ໄລຍະນີ້ ບັນຫາສະພາບດິນຟ້າອາກາດ ເປັນເລື່ອງທຸກຄົນສົນໃຈ ແລະ ເຝົ້າລະວັງ, ອັນໝາຍວ່າ ມີຄວາມສະດຸ້ງໄວ ແລະ ໃຫ້ຄວາມສໍາຄັນຕໍ່ຂໍ້ມູນ ການພະຍາກອນອາກາດ, ທັງນີ້ກໍ່ຍ້ອນມັນຕິດພັນ ກັບການດໍາລົງຊີວິດ ກໍ່ຄື ການພັດທະນາ.


          ໄລຍະນີ້ ບັນຫາສະພາບດິນຟ້າອາກາດ ເປັນເລື່ອງທຸກຄົນສົນໃຈ ແລະ ເຝົ້າລະວັງ, ອັນໝາຍວ່າ ມີຄວາມສະດຸ້ງໄວ ແລະ ໃຫ້ຄວາມສໍາຄັນຕໍ່ຂໍ້ມູນ ການພະຍາກອນອາກາດ, ທັງນີ້ກໍ່ຍ້ອນມັນຕິດພັນ ກັບການດໍາລົງຊີວິດ ກໍ່ຄື ການພັດ ທະນາ. ບັນດາຂໍ້ມູນຂ່າວສານ ທີ່ຖືກຕ້ອງກ່ຽວຂ້ອງ ກັບໄພທີ່ອາດຈະເກີດຂຶ້ນ ເຮັດໃຫ້ເຮົາສາມາດກຽມຕົວ ເພື່ອຮັບມືບັນຫາຕ່າງໆຕັ້ງແຕ່ຫົວທີ.

ຂ່າວພະຍາກອນອາກາດ, ການແຈ້ງເຕືອນຂອງກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກ່ຽວກັບ ພາຍຸ ໂນຣູ ທີ່ຈະມາທາງທິດຕາເວັນອອກ ເຂົ້າປະເທດເຮົາ ໃນໄລຍະວັນທີ 28-30 ກັນຍາ 2022 ກໍ່ຄືຂ່າວພະຍາກອນ ອາກາດ ຂອງປະເທດເພື່ອນບ້ານ ດ້ານຕາເວັນອອກ ແລະ ຕາເວັນຕົກຂອງເຮົາ ກ່ຽວກັບພາຍຸຫົວນີ້, ເຫັນວ່າຫລາຍພື້ນທີ່ ທີ່ຖືກຄາດຄະເນວ່າ ພາຍຸດັ່ງກ່າວນັ້ນ ຈະພັດຜ່ານໄປ ໄດ້ມີການກະກຽມຮັບມື ແຕ່ຫົວທີ, ອັນນີ້ຖືເປັນອັນດີ ຂອງຂໍ້ມູນ ຂ່າວ ສານທີ່ຖືກຕ້ອງ-ວ່ອງໄວ. ປະການສໍາຄັນ ບໍ່ປະໝາດ, ເພາະຜ່ານມາໄດ້ ໃຫ້ພວກເຮົາເຫັນມາແລ້ວ ທັງເຫດການບ້ານເພິ່ນ ແລະ ບ້ານເຮົາ ເວລາໄພທໍາມະຊາດ ມາແມ່ນໄວຫລາຍ, ປົບໜີນໍາບໍ່ທັນ ອັນເຮັດໃຫ້ມີການສູນເສຍ ທາງຊັບສິນ ແລະ ຊີວິດ. ການກຽມຮັບມື ກໍ່ຄືປ້ອງກັນແຕ່ຫົວທີ ຈຶ່ງມີຄວາມສໍາຄັນຫລາຍ, ລັດເປັນເຈົ້າການ ໃນການເຕືອນໄພແຕ່ຫົວທີ, ປະຊາຊົນໃນເຂດສ່ຽງໄພ ສະດຸ້ງໄວ ໃນການປ້ອງກັນ ໂດຍບໍ່ປະໝາດ, ເຮັດໄດ້ຄືແນວນັ້ນ ການສູນເສຍ ກໍ່ຈະ ໜ້ອຍ.

ພາຍຸຫົວນີ້ ເຂົ້ານະຄອນດານັງຕັ້ງແຕ່ກາງຄືນວັນທີ 27 ກັນຍາ 2022 (ເວລາ 4 ໂມງກາງຄືນ). ປະຊາຊົນຫລາຍແສນຄົນ ໄດ້ຮັບການຍົກຍ້າຍ ໄປຢູ່ສູນອາໄສຊົ່ວຄາວ ເລີ່ມແຕ່ກ່ອນພາຍຸຈະມາເຖິງ ແລະ ຈໍານວນໜຶ່ງ ກໍ່ຍົກຍ້າຍ ໂດຍໄວ ໃນຂະນະພາຍຸມາເຖິງແລ້ວ ຊຶ່ງອົງການປົກຄອງ ນະຄອນດານັງ ໄດ້ມີການແຈ້ງເຕືອນ ແລະ ກະກຽມແຕ່ຫົວທີ ເພື່ອຊ່ວຍເຫລືອປະຊາຊົນ ໃຫ້ມີຄວາມປອດໄພ. ວີເອັນເອັກສເປຣດ (VNExpress) ຂອງຫວຽດນາມ ລາຍງານຂ່າວ ໃນ ຄືນວັນທີ 27 ກັນຍາ ວ່າຄວາມໄວລົມ ພາຍຸ ໂນຣູ ພັດເຂົ້ານະຄອນດານັງ  130-200 ກິໂລແມັດຕໍ່ຊົ່ວໂມງ, ສະເໜີພາບວີດີໂອຮ່າຝົນ ແລະ ລົມແຮງພັດຕົ້ນໄມ້ ເນີ້ງໄປເປັນແລວລົມ...ມີການຄາດຄະເນວ່າ ພາຍຸຫົວນີ້ ເມື່ອພັດເຂົ້າລາວ ຈະ ຄ່ອຍອ່ອນແຮງລົງ, ຊຶ່ງຕາມແຈ້ງເຕືອນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຂອງລາວເຮົາເຕືອນວ່າ ພາກກາງ ແລະ ພາກໃຕ້ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຫາປານກາງ. ໄລຍະນີ້ ກໍ່ມີຫລາຍເຂດ ມີການເກັບກ່ຽວ ເຂົ້ານາປີ, ການຍາດຟ້າຍາດຝົນ ໃຫ້ທັນແມ່ນສໍາຄັນ, ພ້ອມດຽວກັນ ກໍ່ຕ້ອງເຝົ້າລະວັງ ໂດຍບໍ່ປະໝາດ ໄພທໍາມະຊາດ ເພື່ອເອົາໄວ້ ຖ້າມີມໍລະສຸມ ເຂົ້າມາຕື່ມກະທັນຫັນ ຫລື ປະການໃດກໍ່ຕາມ ກໍ່ສາມາດປ້ອງກັນ ບໍ່ໃຫ້ເກີດຄວາມສູນເສຍ ຫລາຍ.

ການປ້ອງກັນໄພແຕ່ຫົວທີແມ່ນສໍາຄັນ, ໄພດິນຟ້າອາກາດ ບາງຄັ້ງກໍ່ຄາດເດົາຍາກ, ເມື່ອຂະແໜງການລັດກ່ຽວຂ້ອງ ໄດ້ແຈ້ງເຕືອນແຕ່ຫົວທີ, ທຸກສ່ວນທີ່ຢູ່ໃນພື້ນທີ່ ອາດຈະຖືກກະທົບ ກໍ່ຕ້ອງບໍ່ປະໝາດ, ຕ້ອງປ້ອງກັນໄວ້ຕັ້ງ ແຕ່ຫົວທີ ກໍ່ບໍ່ເສຍຫາຍຫຍັງ. ສະດຸ້ງໄວຕໍ່ຂໍ້ມູນຂ່າວສານ, ແຕ່ບໍ່ແຕກຕື່ນ...ທັງຄືນ ແລະ ເວັນ ພວກເຮົາຈະປອດໄພ ໃນການດໍາລົງຊີວິດ.

* ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top