ຫວຽດນາມ -ອິນເດຍ ຊອກຫາຄວາມສາມາດບົ່ມຊ້ອນຮ່ວມມືດ້ານສິນໃນນ້ຳ

26/09/2022 17:13
Email Print 330
ຂປລ ທ່ານ ໂດ໋ຢຸຍແຄັ໊ງ, ເລຂາທີ 1, ສະພາການຄ້າ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ອິນເດຍ ແມ່ນແຫລ່ງ ສະໜອງ ສິນໃນນ້ຳ ສຳຄັນ ສຳລັບ ປຸງແຕ່ງ ຂະແໜງ ສິນໃນນ້ຳ ຂອງ ຫວຽດນາມ. ຫວຽດນາມ ໄດ້ນຳເຂົ້າກຸ້ງ, ປາຫລາຍຊະນິດ ຈາກອິນເດຍ.

ຂປລ.ຕາມ​ຂ່າວ​ຈາກ VOVWORLD,​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ໂດ໋ຢຸຍແຄັ໊ງ, ເລຂາທີ 1, ສະພາການຄ້າ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ອິນເດຍ ແມ່ນແຫລ່ງ ສະໜອງ ສິນໃນນ້ຳ ສຳຄັນ ສຳລັບ ປຸງແຕ່ງ ຂະແໜງ ສິນໃນນ້ຳ ຂອງ ຫວຽດນາມ. ຫວຽດນາມ ໄດ້ນຳເຂົ້າກຸ້ງ, ປາຫລາຍຊະນິດ ຈາກອິນເດຍ. ຫວຽດນາມ ຍືນອັນດັບທີ 4 ໃນຈຳນວນ ບັນດາ ປະເທດ ນຳເຂົ້າ ສິນໃນ ນ້ຳຈາກ ອິນເດຍ ດ້ວຍຍອດ ວົງເງິນ ບັນລຸ 280 ລ້ານ​ໂດ​ລາ​ ສະຫະລັດ ຕໍ່ປີ. ​ໂດຍ​ທັງສອງ ປະເທດ ກໍ່ຄືລັດ Madhya Pradesh ມີຄວາມສາ ມາດ ບົ່ມຊ້ອນ ຮ່ວມມື ໃນຂົງເຂດ ສິນໃນນ້ຳ ກ່ຽວກັບ ດ້ານການຄ້າ, ການລົງທຶນ, ການຄົ້ນຄ້ວາ ແລະ ບຳລຸງສ້າງ​ ຢ່າງ​ເຂັ້ມ​ແຂງ ພາຍຫລັງ ສະພາການຄ້າ ແລະ ອຸດສາຫະກຳ ຂອງອິນເດຍ ໄດ້ສົມທົບກັບ ກະຊວງ ສິນໃນນ້ຳ ລັດ Madhya Pradesh ຈັດກອງປະຊຸມ ສິນໃນນ້ຳ ຢູ່ລັດນີ້. ເຂົ້າຮ່ວມ ກອງປະຊຸມ ຄັ້ງນີ້ ມີທ່ານ Shri Tulsiram Silawat, ລັດຖະມົນຕີ ກະຊວງ ສິນໃນນ້ຳລັດ Madhya Pradesh; ທ່ານ Shri Sagar Mehra, ຫົວໜ້າກົມ ຂຶ້ນກັບ ກະຊວງສິນໃນນ້ຳ ອິນເດຍ ພ້ອມກັບ ຜູ້ຕາງໜ້າ ຫວຽດນາມ, ຍີ່ປຸ່ນ, Mauritius, Nepal ແລະ ຜູ້ຕາງໜ້າ ບັນດາ ວິສາຫະກິດ ສິນໃນນ້ຳ ຢູ່ລັດ Madhya Pradesh./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ
KPL

ຂ່າວອື່ນໆ

ads
ads

Top